ລາຍການໂທລະພາບພິເສດ “ສອງຊາດຫວຽດ - ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້” ເຊີດຊູການພົວພັນ ຫວຽດນາມ - ລາວ

20:42 | 01/09/2022

ຍສໝ - ຫວ່າງແລ້ວນີ້, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ, ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ລາວ ແລະ ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັນປະຕິບັດລາຍການໂທລະພາບພິເສດ “ສອງຊາດຫວຽດ - ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”.

ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ
ໜັງສືພິມ ລາວ ລົງພິມຫຼາຍຂ່າວ/ບົດກ່ຽວກັບການຢ້ຽມຢາມ ລາວ ຂອງປະທານສະພາແຫ່ງຊາດ ຫວຽດນາມ ໜັງສືພິມ ລາວ ລົງພິມຫຼາຍຂ່າວ/ບົດກ່ຽວກັບການຢ້ຽມຢາມ ລາວ ຂອງປະທານສະພາແຫ່ງຊາດ ຫວຽດນາມ
ລາຍການໂທລະພາບພິເສດ “ສອງຊາດຫວຽດ - ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້” ເຊີດຊູການພົວພັນ ຫວຽດນາມ - ລາວ
ລາຍການໂທລະພາບພິເສດ “ສອງຊາດຫວຽດ - ລາວ ໄດ້ຝັງຄວາມຮັກຢູ່ໃນໃຈຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້” ເຊີດຊູການພົວພັນ ຫວຽດນາມ - ລາວ. ພາບ: TTXVN

ລາຍການເພື່ອແນໃສ່ເຊີດຊູຂອບຂະໜາດ ແລະ ມຸນຄ່າພິເສດ ຂອງການພົວພັນ ຫວຽດນາມ - ລາວ, ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ນັກຮົບ ແລະ ປະຊາຊົນສອງປະເທດໃນພາລະກິດແຫ່ງການຕໍ່ສູ້ເພື່ອພື້ນຖານເອກະລາດແຫ່ງຊາດ, ພ້ອມທັງຢ້ຳຄືນມູນເຊື້ອການພົວພັນທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.

ລາຍການລວມມີ 5 ພາກສ່ວນ: “ນ້ຳໃຈມິດຕະພາບໜຶ່ງຮ້ອຍປີ”, “ປະທານໂຮ່ຈີມິນ - ຜູ້ສ້າງພື້ນຖານໃຫ້ແກ່ການພົວພັນຫວຽດນາມ - ລາວ”, “ຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ, ສັນຍາລັກຂອງການພົວພັນອັນຍິ່ງໃຫຍ່, ນ້ຳໃຈສາມັກຄີສູ້ຮົບແບບພິເສດ”, “ການຮ່ວມມືດ້ານການສຶກສາບຳລຸງສ້າງ -ນັກຮຽນຕ່າງປະເທດ” ແລະ “ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ”. ຜ່ານບັນດາລາຍການສະແດງສິລະປະພິເສດ, ບັນດາບົດສາລະຄະດີຫົວເລື່ອງສະເພາະ ແລະການພົວພັນແລກປ່ຽນກັບແຂກຖືກເຊີນມາຈາກສອງປະເທດ ຫວຽດນາມ, ລາວ, ລາຍການໄດ້ວາດພາບສັງລວມກ່ຽວກັບການພົວພັນພິເສດ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.

ໃນຂອບເຂດຂອງລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 20 ພູດແມ່ນປຶ້ມເງິນຟາກປະຢັດໃຫ້ແກ່ນັກປະຕິວັດອາວຸໂສ, ແມ່ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດ, ທະຫານເຈັບປ່ວຍ, ທະຫານເສຍອົງຄະຜ່ານ ສົງຄາມສະໄໝຕ່າງໆ.

ໄຊພອນ

ເຫດການ
302 Found

Found

The document has moved here.