ເອກອັກຄະລັດຖະທູດຍີ່ປຸ່ນ: ຫວຽດນາມແມ່ນປະເທດທີ່ປະສົບຜົນສຳເລັດທີ່ສຸດໃນການຄວບຄຸມການລະບາດຂອງ Covid-19

ເອກອັກຄະລັດຖະທູດຍີ່ປຸ່ນ: ຫວຽດນາມແມ່ນປະເທດທີ່ປະສົບຜົນສຳເລັດທີ່ສຸດໃນການຄວບຄຸມການລະບາດຂອງ Covid-19

ຍສໝ - ທ່ານ Yamada Takio  ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນປະຈຳ ຫວຽດນາມ ໃຫ້ຄຳເຫັນວ່າຫວຽດນາມແມ່ນປະເທດທີ່ປະສົບຜົນສຳເລັດທີ່ສຸດໃນການຄວບຄຸມການລະບາດຂອງ Covid-19; ສະແດງຄວາມຂອບໃຈຕໍ່ຫວຽດນາມທີ່ໄດ້ໃຫ້ການຮ່ວມມືຢ່າງ ແໜ້ນແຟ້ນກັບຍີ່ປຸ່ນໃນໄລຍະທີ່ຜ່ານມາພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ບັນດາຜູ້ຄຸ້ມຄອງ ແລະ ນັກຊ່ຽວຊານຂອງວິສາຫະກິດຍີ່ປຸ່ນກັບຄືນມາເຮັດວຽກຢູ່ຫວຽດນາມ.    

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ເສດຖະກິດພາຍຫຼັງ COVID-19

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ເສດຖະກິດພາຍຫຼັງ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕີລາຄາສູງໝາກຜົນອັນດີງາມໃນການປ້ອງກັນການລະບາດຂອງ COVID-19 ຂອງລັດຖະບານຍີ່ປຸ່ນ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ຂອບໃຈລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອຫວຽດນາມໃນການປ້ອງກັນ ແລະ ຕ້ານໂລກລະບາດ, ໂດຍສະເພາະແມ່ນຊຸດສະໜັບສະໜູນ ນັກຮຽນ ແລະ ນັກສຶກສາຫວຽດນາມທີ່ອາໄສຢູ່ຍີ່ປຸ່ນ.    

ຍີ່ປຸ່ນ ຄິດໄລ່ອະນຸຍາດໃຫ້ນັກທ່ອງທ່ຽວຫວຽດນາມ ທີ່ຈະເຂົ້າເມືອງຄືນໃໝ່

ຍີ່ປຸ່ນ ຄິດໄລ່ອະນຸຍາດໃຫ້ນັກທ່ອງທ່ຽວຫວຽດນາມ ທີ່ຈະເຂົ້າເມືອງຄືນໃໝ່

ຍສໝ - ຍ້ອນການຄວບຄຸມພະຍາດ COVID-19 ທີ່ດີ, ປະເທດຫວຽດນາມ ໄດ້ຢູ່ແມ່ນໜຶ່ງໃນ 4 ປະເທດທຳອິດ ທີ່ລັດຖະບານຍີ່ປຸ່ນ ພິຈາລະນາອະນຸຍາດໃຫ້ຜ່ອນຜັນ ສຳຫຼັບຄຳສັ່ງຈຳກັດໃນການເຂົ້າເມືອງ.

ການເປີດໂຕເວບໄຊເພື່ອສະໜັບສະໜູນຄົນຕ່າງປະເທດກ່ຽວກັບ COVID-19 ຂອງກຸ່ມນັກສຶກສາຫວຽດນາມຢູ່ຍີ່ປຸ່ນ

ການເປີດໂຕເວບໄຊເພື່ອສະໜັບສະໜູນຄົນຕ່າງປະເທດກ່ຽວກັບ COVID-19 ຂອງກຸ່ມນັກສຶກສາຫວຽດນາມຢູ່ຍີ່ປຸ່ນ

ຍສໝ - ເມື່ອບໍ່ດົນມານີ້, ອະດີດນັກສຶກສາ 70 ຄົນ ແລະ ນັກສຶກສາທີ່ກຳລັງສຶກສາຢູ່ມະຫາວິທະຍາໄລຄົ້ນຄວ້າກ່ຽວກັບການຕ່າງປະເທດໂຕກຽວ ໄດ້ເປີດໂຄງການສ້າງເວັບໄຊ ກ່ຽວກັບ COVID-19, ເຊິ່ງໄດ້ແປເປັນ 13 ພາສາ ໃນນັ້ນມີພາສາຫວຽດນາມ.    

ໜັງສືພິມຍີ່ປຸ່ນ: ບໍ່ມີຜູ້ເສຍຊີວິດຍ້ອນ Covid-19, ຫວຽດນາມໄດ້ສ້າງຄວາມແປກໃຈໃຫ້ທົ່ວໂລກ

ໜັງສືພິມຍີ່ປຸ່ນ: ບໍ່ມີຜູ້ເສຍຊີວິດຍ້ອນ Covid-19, ຫວຽດນາມໄດ້ສ້າງຄວາມແປກໃຈໃຫ້ທົ່ວໂລກ

ຍສໝ - ໜັງສືພິມ Asahi Shimbun (ຍີ່ປຸ່ນ) ໃຫ້ຮູ້ວ່າ, ຫວຽດນາມໄດ້ສ້າງຄວາມແປກໃຈໃຫ້ທົ່ວໂລກ  ດ້ວຍການຍຸດທະນາການສະກັດກັ້ນພະຍາດ ຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນດ້ວຍການບໍ່ມີຜູ້ເສຍຊີວິດຍ້ອນ Covid-19.

ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19

ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19

ຍສໝ - ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19 ນີ້ແມ່ນຂໍ້ສັງເກດ ຂອງທ່ານນາງ Santo Akiko ປະທານສະພາສູງ ຍີ່ປຸ່ນເນື່ອງໃນໂອກາດໃຫ້ການຕ້ອນ ຮັບທ່ານ ຫວູຮົ່ງນາມ ເອກອັກຄະລັດ ຖະທູດຫວຽດນາມປະຈຳຍີ່ປຸນ.

ໂທລະພາບຍີ່ປຸ່ນຊົມເຊີຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແມ່ນບັນລຸປະສິດທິຜົນ

ໂທລະພາບຍີ່ປຸ່ນຊົມເຊີຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ແມ່ນບັນລຸປະສິດທິຜົນ

ຍສໝ - ໂທລະພາບຍີ່ປຸ່ນ NHK ຕີລາຄາວ່າ ໃນສະພາບການໂລກລະບາດໂຄວິດ-19 ພວມສືບຕໍ່ແຜ່ລະບາດຢ່າງກ້ວາງຂວາງໃນທົ່ວໂລກນັ້ນ ຫວຽດນາມ ໄດ້ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ ມີພຽງແຕ່ 324 ກໍລະນີຕິດເຊື້ອ ແລະ ບໍ່ມີກໍລະນີໃດເສຍຊີວິດ. 

ຍີ່ປຸ່ນ ສະແດງຄວາມຄັດຄ້ານການກະທຳທີ່ເປັນຢ່າງຝ່າຍດຽວ ຂອງປະເທດຈີນ ໃນທະເລຕາເວັນອອກ

ຍີ່ປຸ່ນ ສະແດງຄວາມຄັດຄ້ານການກະທຳທີ່ເປັນຢ່າງຝ່າຍດຽວ ຂອງປະເທດຈີນ ໃນທະເລຕາເວັນອອກ

ຍສໝ - ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ສະແດງຄວາມຄັດຄ້ານຢ່າງຮຸນແຮງ ຕໍ່ການໃຊ້ກຳລັງເປັນຢ່າງຝ່າຍດຽວ ເພື່ອປ່ຽນສະຖານະພາບ ແລະ ສ້າງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ.

ຊາວຫວຽດນາມ ຢູ່ ຍີ່ປຸ່ນ ສະແດງຄວາມສາມັກຄີໃນການຮັບມືກັບພະຍາດ Covid-19

ຊາວຫວຽດນາມ ຢູ່ ຍີ່ປຸ່ນ ສະແດງຄວາມສາມັກຄີໃນການຮັບມືກັບພະຍາດ Covid-19

ຍສໝ - ໂດຍສະພາບພະຍາດປອດອັກເສບ Covid-19 ກຳລັງແຜ່ລະບາດຢ່າງໄວວາ ຢູ່ຍີ່ປຸ່ນ, ທ່ານ ຫວຸຮົງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ຄວາມໃຈເຢັນ ແລະ ພາກພຽນ ແລະ ພ້ອມທັງຈິດໃຈ “ຄວາມສາມັກຄີ, ຮັກແພງເຊິ່ງກັນ ແລະ ກັນ” ຂອງປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນໃນການຕອບໂຕ້ກັບພະຍາດ Covid-19.

ຫວຽດນາມ ໄດ້ມອບຜ້າບັງປາກ ແລະ ເຄື່ອງອຸປະກອນດ້ານການແພດ ຄັ້ງທີ 2 ໃຫ້ແກ່ຍີ່ປຸ່ນ

ຫວຽດນາມ ໄດ້ມອບຜ້າບັງປາກ ແລະ ເຄື່ອງອຸປະກອນດ້ານການແພດ ຄັ້ງທີ 2 ໃຫ້ແກ່ຍີ່ປຸ່ນ

ຍສໝ - ທ່ານ ເລຫ່ວາຍຈຸງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມອບຜ້າບັງປາກ ຈຳນວນ 140.000 ແຜ່ນ ເຊິ່ງແມ່ນການໜູນຊ່ວຍດ້ານການແພດຮອບໃໝ່ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ.

ຫວຽດນາມ - ຍີ່ປຸ່ນເຫັນດີຮ່ວມມືໃນການປ້ອງກັນແລະຕ້ານພະຍາດ Covid-19

ຫວຽດນາມ - ຍີ່ປຸ່ນເຫັນດີຮ່ວມມືໃນການປ້ອງກັນແລະຕ້ານພະຍາດ Covid-19

ຍສໝ - ຕອນບ່າຍວັນທີ 5 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Abe Shinzo - ນາຍົກລັດຖະມົນຕີຍີ່ປຸ່ນ ກ່ຽວກັບສະພາບການປ້ອງກັນພະຍາດ Covid-19.

ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ມອບໝີ່ສໍາເລັດຮູບ 100 ແກດ ໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ Fukushima ທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19

ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ມອບໝີ່ສໍາເລັດຮູບ 100 ແກດ ໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ Fukushima ທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ແລະ ສຳນັກງານຜູ້ຕາງໜ້າການບິນຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ມອບໝີ່ສໍາເລັດຮູບ 100 ແກດ ໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ຍີ່ປຸ່ນ ເພື່ອໜູນ ຊ່ວຍພົນລະເມືອງຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19.    

ພົນລະເມືອງຫວຽດນາມຈຳນວນ 300 ຄົນ ໄດ້ກັບຄືນບ້ານຈາກປະເທດຍີ່ປຸ່ນ ດ້ວຍຄວາມປອດໄພ

ພົນລະເມືອງຫວຽດນາມຈຳນວນ 300 ຄົນ ໄດ້ກັບຄືນບ້ານຈາກປະເທດຍີ່ປຸ່ນ ດ້ວຍຄວາມປອດໄພ

ຍສໝ - ວັນທີ 22 ເມສາ, ການບິນຫວຽດນາມ ໄດ້ນຳເອົາພົນລະເມືອງຫວຽດນາມ 300 ຄົນ ທີ່ປາດຖະໜາ ຢາກກັບຄືນບ້ານ, ໄດ້ຈອດລົງດິນດ້ວຍຄວາມປອດໄພ. ການບິນນີ້ແມ່ນທາງເດີນຂອງຖ້ຽວບິນທີ່ສົ່ງເຄື່ອງອຸປະກອນການແພດຂອງລັດຖະບານ, ປະຊາຊົນຫວຽດນາມ ມອບໃຫ້ປະເທດຍີ່ປຸ່ນ ເພື່ອຊ່ວຍເຫຼືອ ຍີ່ປຸ່ນໃນການຕ້ານໂລກລະບາດ Covid-19.

ອາຊຽນ - ຍີ່ປຸ່ນ: ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19

ອາຊຽນ - ຍີ່ປຸ່ນ: ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19

ຍສໝ - ວັນທີ 22 ເມສາ 2020, ບັນດາລັດຖະມົນຕີເສດຖະກິດອາຊຽນ - ຍີ່ປຸ່ນ ໄດ້ຮັບຮອງເອົາ “ຖະແຫຼງການຮ່ວມອາຊຽນ - ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມ ຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19” ຢ່າງເປັນທາງການ ເພື່ອແນໃສ່ຮັບມືກັບບັນດາຜົນຮ້າຍຢ້ອນຫຼັງທາງດ້ານເສດຖະກິດ ແລະ ລະບົບສະໜອງ ຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ.

ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸນ ສະແດງຄວາມສາມັກຄີ ໃນການຕ້ານການລະບາດຂອງ COVID-19

ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸນ ສະແດງຄວາມສາມັກຄີ ໃນການຕ້ານການລະບາດຂອງ COVID-19

ຍສໝ - ຜ່ານການເຄື່ອນໄຫວຂອງບັນດາສະມາຄົມ, ພິເສດແມ່ນການສະໜັບສະໜູນ ຈາກສະຖານທູດຫວຽດນາມປະຈຳຍີ່ປຸ່ນ, ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ ໄດ້ປະຕິບັດການປ້ອງກັນ ແລະ ຄວບຄຸມ COVID-19 ເປັນຢ່າງດີ.    

ຫວຽດນາມ ມອບອຸປະກອນການແພດໜູນຊ່ວຍ ຍີ່ປຸ່ນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19

ຫວຽດນາມ ມອບອຸປະກອນການແພດໜູນຊ່ວຍ ຍີ່ປຸ່ນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ -  ຫວ່າງແລ້ວນີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ, ປະຊາຊົນຍີ່ປຸ່ນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ

ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ

ຍສໝ - ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ກ່າວວ່າ: "ຍີ່ປຸ່ນຕີລາຄາສູງບົດບາດການນຳຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເຊິ່ງໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມອາຊຽນຄັ້ງນີ້."

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຫຼຽນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຫຼຽນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ

ຍສໝ - ທ່ານເອກອັກຄະລັດຖະທູດ Umeda Kunio ຍາມໃດກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19

ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກທີ 0711/ຮສສ ລົງວັນທີ 11 ມີນາ 2020 ໃຫ້ເອົາໃຈໃສ່ດັ່ງນີ້ ໃຫ້ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19.

ຍີ່ປຸ່ນ ສະໜັບສະໜູນເງິນຈຳນວນ 3.9 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນໃນພາກພື້ນແມ່ນໍ້າຂອງ

ຍີ່ປຸ່ນ ສະໜັບສະໜູນເງິນຈຳນວນ 3.9 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນໃນພາກພື້ນແມ່ນໍ້າຂອງ

ຍສໝ - ຕອນບ່າຍຂອງວັນທີ 13 ມີນານີ້, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ ໄດ້ມອບເງິນຊ່ວຍເຫລືອ ຈຳນວນ 412 ລ້ານເຢັນ, ເຊິ່ງເທົ່າກັບ 3,9 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອຄະນະກຳມາທິການແມ່ນ້ຳຂອງສາກົນ (MRC), ເພື່ອຕິດຕາມ, ກວດກາ ແລະ ຄາດຄະເນສະພາບໄພແຫ້ງແລ້ງ ແລະ ສະພາບນໍ້າຖ້ວມຂອງແມ່ນໍ້າຂອງ.