ຜູ້ອຳນວຍການ AEON ຍີ່ປຸ່ນ ຕີລາຄາສູງຄຸນນະພາບ ໝາກລິນຈີ່ຂອງຫວຽດນາມ

19:23 | 23/06/2020

ຍສໝ - ໂດຍປະເມີນໝາກໝາກລິນຈີ່ ທີ່ນຳເຂົ້າຈາກປະເທດຫວຽດນາມ, ທ່ານ Okazaki - ຜູ້ອຳນວຍການ AEON ຍີ່ປຸ່ນ ກ່າວວ່າ ໝາກລິນຈີ່ຂອງຫວຽດນາມມີລົດຫວານ ແລະ ແຊບ, ມີແກ່ນນ້ອຍ, ຄຸນນະພາບດີ.

ຜ ອຳນວຍການ aeon ຍ ປ ນ ຕ ລາຄາສ ງຄ ນນະພາບ ໝາກລ ນຈ ຂອງຫວຽດນາມ ຊາວອາເມລິກາຢູ່ປະເທດຫວຽດນາມຂຽນກ່ຽວກັບ Covid-19: ສະຖານທີ່ປອດໄພທີ່ສຸດໃນໂລກ
ຜ ອຳນວຍການ aeon ຍ ປ ນ ຕ ລາຄາສ ງຄ ນນະພາບ ໝາກລ ນຈ ຂອງຫວຽດນາມ ຫວຽດນາມ: ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 309 ຄົນຈາກປະເທດອັງໂກລາ ກັບຄືນປະເທດຢ່າງປອດໄພ

ໃນວັນທີ 22 ມິຖຸນາ, ບໍລິສັດ AEON ຈໍາກັດໄດ້ເລີ່ມຈຳໜ່າຍຂາຍໝາກລິນຈີ່ ທີ່ນຳເຂົ້າຈາກປະເທດຫວຽດນາມ ໃນບັນດາສູນການຄ້າ ແລະ ຊຸບເປີ້ມາກແກັດທົ່ວປະເທດຍີ່ປຸ່ນ.

ທ່ານ Soichi Okazaki - ຜູ້ອຳນວຍການ ບໍລິສັດ AEON ຈໍາກັດ ໄດ້ກ່າວວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂດຮ້ອນທີ່ມີໝາກໄມ້ທີ່ອຸດົມສົມບູນຫຼາຍ. ບໍລິສັດ AEON ຈໍາກັດ ຫວັງວ່າ ໄດ້ນຳເຂົ້າສິນຄ້າເຫລົ່ານີ້ ເພື່ອຮັບໃຊ້ຜູ້ບໍລິໂພກໃນປະເທດຍີ່ປຸ່ນ.

ຜ ອຳນວຍການ aeon ຍ ປ ນ ຕ ລາຄາສ ງຄ ນນະພາບ ໝາກລ ນຈ ຂອງຫວຽດນາມ
ທ່ານ Okazaki ຕີລາຄາສູງຄຸນນະພາບ ໝາກລິນຈີ່ຂອງຫວຽດນາມ. (ພາບ: TTXVN)

ໂດຍປະເມີນໝາກໝາກລິນຈີ່ ທີ່ນຳເຂົ້າຈາກປະເທດຫວຽດນາມ, ທ່ານ Okazaki - ຜູ້ອຳນວຍການ ບໍລິສັດ AEON ຈໍາກັດ ຍີ່ປຸ່ນ ກ່າວວ່າ ໝາກລິນຈີ່ຂອງຫວຽດນາມມີລົດຫວານ ແລະ ແຊບ, ມີແກ່ນນ້ອຍ, ຄຸນນະພາບດີ.

ທ່ານ ຫວຸຫົ່ງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນໝາກລິນຈີ່ຂອງຫວຽດນາມ ໄດ້ຈຳໜ່າຍຢູ່ບັນດາຊຸບເປີ້ມາກແກັດ ແລະ ສູນການຄ້າຍີ່ປຸ່ນ. ທ່ານເອກອັກຄະລັດຖະທູດ ຫວຸຫົ່ງນາມ ຢັ້ງຢືນວ່າ ການຈຳໜ່າຍຂາຍໝາກລິນຈີ່ຂອງຫວຽດນາມ ຢູ່ບັນດາຊຸບເປີ້ມາກແກັດ ແລະ ສູນການຄ້າຍີ່ປຸ່ນ ສະແດງໃຫ້ເຫັນວ່າ ລະດັບເຕັກນິກກະສິກຳຂອງຫວຽດນາມ ໄດ້ຕອບສະໜອງມາດຕະຖານສູງ ຂອງທ້ອງຕະຫຼາດທີ່ເອົາໃຈຍາກຄືຍີ່ປຸ່ນ.

ການແຊກລິ້ມເຂົ້າຕະຫລາດນີ້ ຈະຊ່ວຍໃຫ້ໝາກລິນຈີ່ຂອງຫວຽດນາມ ໄດ້ເຂົ້າເຖິງບັນດາທ້ອງຕະຫຼາດອື່ນດ້ວຍມາດຕະຖານທີ່ເຂັ້ມງວດ.

ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດກໍ່ເນັ້ນໜັກວ່າ ເຫດການນີ້ຍັງຈະປະກອບສ່ວນປ່ຽນແປງວິທີການຜະລິດ ຂອງຊາວກະສິກອນຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າ ຜະລິດໄດ້ຜະລິດຕະພັນກະເສດທີ່ມີຄຸນນະພາບ ແລະ ມີຄຸນຄ່າສູງກວ່າເກົ່າ.

ໃນອະນາຄົດອັນໃກ້ນີ້, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ຈະປະສານສົມທົບກັບອົງການທີ່ມີໜ້າທີ່ ເພື່ອນຳເອົາໝາກລຳໄຍ ແລະ ໝາກໄມ້ອື່ນໆ ຂອງຫວຽດນາມ ມາຂາຍຢູ່ຕະຫຼາດຍີ່ປຸ່ນ.

ຜ ອຳນວຍການ aeon ຍ ປ ນ ຕ ລາຄາສ ງຄ ນນະພາບ ໝາກລ ນຈ ຂອງຫວຽດນາມ ສັນຍາ EVFTA: ຍົກສູງລະບົບຕ່ອງໂສ້ມູນຄ່າເພີ່ມ ໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ

ຍສໝ - ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໄດ້ຮັບຖືວ່າແມ່ນວິທີການຊຸກຍູ້ໂຄງປະກອບກະສິ ກຳໃຫ້ສົມບູນແບບ ແລະ ຄົບຊຸດກວ່າອີກ, ໂດຍສະເພາະແມ່ນການຍົກສູງລະບົບຕ່ອງໂສ້ມູນຄ່າເພີ່ມ ຂອງຜະລິດຕະພັນກະເສດຂອງຫວຽດນາມ.

ຜ ອຳນວຍການ aeon ຍ ປ ນ ຕ ລາຄາສ ງຄ ນນະພາບ ໝາກລ ນຈ ຂອງຫວຽດນາມ ການສົ່ງອອກຜະລິດຕະພັນກະເສດ ຂອງຫວຽດນາມ ໃນໄລຍະ 2 ເດືອນຕົ້ນປີ 2020 ຄາດຄະເນ ເພີ່ມຂຶ້ນ 2,4%

ຍສໝ - ການສົ່ງອອກໃນໄລຍະ 2 ເດືອນຕົ້ນປີ 2020 ຄາດຄະເນບັນລຸ 36,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ຜ ອຳນວຍການ aeon ຍ ປ ນ ຕ ລາຄາສ ງຄ ນນະພາບ ໝາກລ ນຈ ຂອງຫວຽດນາມ ພົບປະສັນຖະວະໄມຕີຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ຕິດພັນກັບຜະລິດຕະພັນກະເສດປອດສານພິດ

ຍສໝ - ໃນຕອນເຊົ້າວັນທີ 30 ພະຈິກ 2019 ຢູ່ນະຄອນ ດ່າລາດ, ແຂວງເລິມດົ່ງ ສສ ຫວຽດນາມ ໄດ້ດໍາເນີນພິທີ ໄຂລາຍການ ພົບປະສັນຖະວະໄມຕີຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ຕິດພັນກັບຜະລິດຕະພັນກະເສດປອດສານພິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.