ຍີ່ປຸ່ນ ຄິດໄລ່ອະນຸຍາດໃຫ້ນັກທ່ອງທ່ຽວຫວຽດນາມ ທີ່ຈະເຂົ້າເມືອງຄືນໃໝ່

06:32 | 03/06/2020

ຍສໝ - ຍ້ອນການຄວບຄຸມພະຍາດ COVID-19 ທີ່ດີ, ປະເທດຫວຽດນາມ ໄດ້ຢູ່ແມ່ນໜຶ່ງໃນ 4 ປະເທດທຳອິດ ທີ່ລັດຖະບານຍີ່ປຸ່ນ ພິຈາລະນາອະນຸຍາດໃຫ້ຜ່ອນຜັນ ສຳຫຼັບຄຳສັ່ງຈຳກັດໃນການເຂົ້າເມືອງ.

ຍ ປ ນ ຄ ດໄລ ອະນ ຍາດໃຫ ນ ກທ ອງທ ຽວຫວຽດນາມ ທ ຈະເຂ າເມ ອງຄ ນໃໝ ໜັງສືພິມຍີ່ປຸ່ນ: ບໍ່ມີຜູ້ເສຍຊີວິດຍ້ອນ Covid-19, ຫວຽດນາມໄດ້ສ້າງຄວາມແປກໃຈໃຫ້ທົ່ວໂລກ
ຍ ປ ນ ຄ ດໄລ ອະນ ຍາດໃຫ ນ ກທ ອງທ ຽວຫວຽດນາມ ທ ຈະເຂ າເມ ອງຄ ນໃໝ ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19

ຕາມສຳນັກຂ່າວ Reuters, ສື່ມວນຊົນຍີ່ປຸ່ນ ໃນວັນທີ 1/6 ໄດ້ລາຍງານວ່າ ລັດຖະບານຂອງປະເທດນີ້ ພວມພິຈາລະນາອະນຸຍາດໃຫ້ນັກທ່ອງທ່ຽວຫວຽດນາມ, ໄທ, ອົດສະຕາລີ ແລະ ນິວຊີແລນ ໄດ້ເຂົ້າເມືອງຄືນໃໝ່ ໃນອະນາຄົດອັນໃກ້ນີ້.

ຕາມໜັງສືພິມ Japan Times, ຫວຽດນາມ ແມ່ນໜຶ່ງໃນໃນລາຍຊື່ ຂອງບັນດາປະເທດທີ່ໄດ້ເຂົ້າເມືອງປະເທດຍີ່ປຸ່ນຄືນໃໝ່ ຍ້ອນການຄວບຄຸມພະຍາດ COVID-19 ທີ່ດີ. ຄຳສັ່ງຈຳກັດໃນການເຂົ້າເມືອງຍີ່ປຸ່ນ ຈະແກ່ໄດ້ປະຕິບັດເຖິງທ້າຍເດືອນມິຖຸນາ. ສະນັ້ນ, ນະໂຍບາຍຜ່ອນແດ່ສະບັບທຳອິດນີ້ ຄາດວ່າຈະໄດ້ເກີດຂຶ້ນ ໃນທ້າຍເດືອນມິຖຸນາ ຫາກາງເດືອນກັນຍາ.

ຍ ປ ນ ຄ ດໄລ ອະນ ຍາດໃຫ ນ ກທ ອງທ ຽວຫວຽດນາມ ທ ຈະເຂ າເມ ອງຄ ນໃໝ
(ພາບປະກອບ: Reuters)

ແຕ່ວ່າ, ປະເທດຍີ່ປຸ່ນ ຈະປະກາດວ່າລາຍຊື່ ຂອງບັນດາປະເທດທີ່ໄດ້ຮັບການຜ່ອນແດ່, ຫຼັງຈາກການສຶກສາຢ່າງລະອຽດ ກ່ຽວກັບຈຳນວນຄົນເຈັບຕິດເຊື້ອ COVID-19, ສະຖານະການຂອງພະຍາດ ແລະ ປັດໃຈຕ່າງໆທີ່ກ່ຽວຂ້ອງໃນປະເທດເຫຼົ່ານັ້ນ. ປະເທດຍີ່ປຸ່ນ ໄດ້ວາງແຜນທີ່ຈະອະນຸຍາດໃຫ້ພົນລະເມືອງທີ່ມາຈາກ 4 ປະເທດດັ່ງກ່າວ ໄດ້ເຂົ້າເມືອງປະເທດຍີ່ປຸ່ນ ຖ້າພວກເຂົາມີໃບຢັ້ງຢືນການກວດເຊື້ອໄວຣັສ Corona ກ່ອນເວລາອອກຈາກປະເທດ.

ຕໍ່ໜ້າສະພາບການສັບສົນຂອງພະຍາດ COVID-19, ໃນວັນທີ 3 ເດືອນເມສາ, ຍີ່ປຸ່ນ ໄດ້ປະກາດບັນຊີລາຍຊື່ປະມານ 70 ປະເທດ ທີ່ຖືກຫ້າມເຂົ້າເມືອງຍີ່ປຸ່ນ. ຮອດວັນທີ 16 ເດືອນພຶດສະພາ, ບັນຊີລາຍຊື່ໄດ້ເພີ່ມຂຶ້ນແມ່ນເຖິງ 100 ປະເທດ.

ສຳລັບປະເທດຫວຽດນາມ, ເປັນເວລາຫຼາຍກວ່າ 40 ວັນຕິດຕໍ່ກັນ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ. ມາຮອດຕອນເຊົ້າວັນທີ 1 ມິຖຸນາ, ຈຳນວນຜູ້ຕິດເຊື້ອທັງໝົດຢູ່ຫວຽດນາມ ແມ່ນຈຳນວນ 328 ຄົນ, ໃນນັ້ນມີ 279 ຄົນໄດ້ຮັບການປິ່ນປົວເຊົາເຈັບ. ບັນດາສາຍການບິນພາຍໃນປະເທດ ໄດ້ກັບຄືນສູ່ການດຳເນີນງານປົກກະຕິ, ບັນດາວິສາຫະກິດ ແລະ ໂຮງຮຽນໄດ້ເປີດຄືນ.

ຍ ປ ນ ຄ ດໄລ ອະນ ຍາດໃຫ ນ ກທ ອງທ ຽວຫວຽດນາມ ທ ຈະເຂ າເມ ອງຄ ນໃໝ ຍີ່ປຸ່ນ ສະແດງຄວາມຄັດຄ້ານການກະທຳທີ່ເປັນຢ່າງຝ່າຍດຽວ ຂອງປະເທດຈີນ ໃນທະເລຕາເວັນອອກ

ຍສໝ - ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ສະແດງຄວາມຄັດຄ້ານຢ່າງຮຸນແຮງ ຕໍ່ການໃຊ້ກຳລັງເປັນຢ່າງຝ່າຍດຽວ ເພື່ອປ່ຽນສະຖານະພາບ ແລະ ສ້າງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ.

ຍ ປ ນ ຄ ດໄລ ອະນ ຍາດໃຫ ນ ກທ ອງທ ຽວຫວຽດນາມ ທ ຈະເຂ າເມ ອງຄ ນໃໝ ຊາວຫວຽດນາມ ຢູ່ ຍີ່ປຸ່ນ ສະແດງຄວາມສາມັກຄີໃນການຮັບມືກັບພະຍາດ Covid-19

ຍສໝ - ໂດຍສະພາບພະຍາດປອດອັກເສບ Covid-19 ກຳລັງແຜ່ລະບາດຢ່າງໄວວາ ຢູ່ຍີ່ປຸ່ນ, ທ່ານ ຫວຸຮົງນາມ - ເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ຄວາມໃຈເຢັນ ແລະ ພາກພຽນ ແລະ ພ້ອມທັງຈິດໃຈ “ຄວາມສາມັກຄີ, ຮັກແພງເຊິ່ງກັນ ແລະ ກັນ” ຂອງປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນໃນການຕອບໂຕ້ກັບພະຍາດ Covid-19.

ຍ ປ ນ ຄ ດໄລ ອະນ ຍາດໃຫ ນ ກທ ອງທ ຽວຫວຽດນາມ ທ ຈະເຂ າເມ ອງຄ ນໃໝ ຫວຽດນາມ ໄດ້ມອບຜ້າບັງປາກ ແລະ ເຄື່ອງອຸປະກອນດ້ານການແພດ ຄັ້ງທີ 2 ໃຫ້ແກ່ຍີ່ປຸ່ນ

ຍສໝ - ທ່ານ ເລຫ່ວາຍຈຸງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມອບຜ້າບັງປາກ ຈຳນວນ 140.000 ແຜ່ນ ເຊິ່ງແມ່ນການໜູນຊ່ວຍດ້ານການແພດຮອບໃໝ່ ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.