ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນ່ວນ 225 ຄົນ ຈາກຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ

12:14 | 01/07/2020

ຍສໝ - ວັນທີ 30 ມິຖຸນາ 2020, ອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ບໍລິສັດການບິນ VietJet ໄດ້ຮ່ວມມືກັບປະເທດຍີ່ປຸ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 225 ຄົນຈາກຍີ່ປຸ່ນ ໄດ້ກັບຄືນປະເທດຢ່າງປອດໄພ.

ຫວຽດນາມ ສ ບຕ ນຳສ ງພ ນລະເມ ອງຈຳນ ວນ 225 ຄ ນ ຈາກຍ ປ ນ ກ ບຄ ນປະເທດຢ າງປອດໄພ ຫວຽດນາມ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນເປີດກ້ວາງ
ຫວຽດນາມ ສ ບຕ ນຳສ ງພ ນລະເມ ອງຈຳນ ວນ 225 ຄ ນ ຈາກຍ ປ ນ ກ ບຄ ນປະເທດຢ າງປອດໄພ ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81%

ໃນວັນທີ 30 ມິຖຸນາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ບໍລິສັດການບິນ VietJet ໄດ້ປະສານສົມທົບ ກັບອົງການທີ່ມີໜ້າທີ່ຍີ່ປຸ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 225 ຄົນຈາກຍີ່ປຸ່ນ ໄດ້ກັບຄືນປະເທດຢ່າງປອດໄພ.

ຜູ້ໂດຍສານທີ່ຢູ່ໃນຖ້ຽວບິນດັ່ງກ່າວ ປະກອບມີເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ຍິງຖືພາ, ຄົນປ່ວຍ, ຜູ້ອອກແຮງງານໝົດກຳນົດສັນຍາ, ບໍ່ມີບ່ອນຢູ່ອາໄສ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ ແລະ ບັນດາກໍລະນີທີ່ຫຍຸ້ງຍາກໂດຍສະເພາະ.

ຫວຽດນາມ ສ ບຕ ນຳສ ງພ ນລະເມ ອງຈຳນ ວນ 225 ຄ ນ ຈາກຍ ປ ນ ກ ບຄ ນປະເທດຢ າງປອດໄພ
ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງ ຈາກຍີ່ປຸ່ນ ກັບຄຶ້ນປະເທດຢ່າງປອດໄພ. (ພາບ: TTXVN)

ພ້ອມກັນນັ້ນ, ເອກອັກຄະລັດຖະທູດ ແລະ ພະນັກງານການທູດຂອງສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ໄປສະໜາມບິນໂດຍກົງ ເພື່ອປະສານສົມທົບກັບສາຍການບິນ ແລະ ອຳນາດການປົກຄອງທ້ອງຖິ່ນ ເຊິ່ງໄດ້ແນະນຳ ແລະ ສະໜັບສະໜູນພົນລະເມືອງ ໃຫ້ສຳເລັດຂັ້ນຕອນລະບຽບການທີ່ຈຳເປັນ.

ດ້ວຍເປົ້າໝາຍຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນ VietJet ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ ແລະ ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.

ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ນະຄອນດານັງ, ຜູ້ໂດຍສານທຸກຄົນ ໄດ້ ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ແລະ ສາຍການບິນພາຍໃນປະເທດ ຈະສືບຕໍ່ປະຕິບັດຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປພະຍາດໃນປະເທດ ແລະ ສາກົນ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ຫວຽດນາມ ສ ບຕ ນຳສ ງພ ນລະເມ ອງຈຳນ ວນ 225 ຄ ນ ຈາກຍ ປ ນ ກ ບຄ ນປະເທດຢ າງປອດໄພ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ສຳຫຼັບການພັດທະນາສັນຕິພາບຂອງພາກພື້ນອາຊີ - ປາຊີຟິກ

ຍສໝ - ຕາມທ່ານ Igor Olegovich Mishin ແລ້ວ, ວິທີສຳຜັດຂອງຫວຽດນາມ ສໍາລັບບັນດາບັນຫາຢູ່ພາກພື້ນອາຊີ-ປາຊີຟິກ ແລະທະເລຕາເວັນອອກອີງໃສ່ບັນດາຫຼັກການຮັກສາສັນຕິພາບ ແລະບ້ານໃກ້ເຮືອນຄຽງມິດຕະພາບ.

ຫວຽດນາມ ສ ບຕ ນຳສ ງພ ນລະເມ ອງຈຳນ ວນ 225 ຄ ນ ຈາກຍ ປ ນ ກ ບຄ ນປະເທດຢ າງປອດໄພ “ອາວຸດ" ຕ້ານ "ສັດຕູ" Covid-19: ດ້ານວັດທະນະທຳ - ສິລະປະ ທີ່ໜ້າຕື່ນເຕັ້ນ

ຍສໝ - ໃນໄລຍະຜ່ານມາ, ການໄປສະນີຫວຽດນາມ ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ໄດ້ສ້າງປ້າຍໂຄສະນາ, ພິມບັນດາຮູບພາບຂອງແພດ ແລະ ທ່ານໝໍ ຢູ່ແຖວໜ້າຕໍ່ຕ້ານການລະບາດ. ຮູບພາບການໂຄສະນາ ຂອງນັກແຕ້ມ ເລດຶກຮຽບ, ນັກແຕ້ມ ຟ້າມຈູງຮ່າ ແລະ ນັກແຕ້ມ ລືວອຽນເທ… ທັງໝົດ ລ້ວນແຕ່ມີຜົນສະທ້ອນເຖິງກຳລັງໃຈທີ່ຍິ່ງໃຫຍ່ໃນການຕໍ່ສູ້ຕ້ານກັບ Covid-19.

ຫວຽດນາມ ສ ບຕ ນຳສ ງພ ນລະເມ ອງຈຳນ ວນ 225 ຄ ນ ຈາກຍ ປ ນ ກ ບຄ ນປະເທດຢ າງປອດໄພ ເອກອັກຄະລັດຖະທູດອັງກິດ ຂອບໃຈຖັນແຖວແພດໝໍຫວຽດນາມ

ຍສໝ - ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ຖັນແຖວແພດໝໍ ແລະພາລະກອນການແພດຢູ່ໂຮງໝໍເຂດຮ້ອນນະຄອນໂຮ່ຈີມິນ ຍ້ອນໄດ້ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນໃນການຊ່ວຍເຫຼືອ, ເບິ່ງແຍງດູແລ ແລະປິ່ນປົວໃຫ້ແກ່ຄົນເຈັບທີ 91, ນັກບິນຊາວອັງກິດ ໃນໄລຍະຜ່ານມາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.