ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19

17:15 | 31/05/2020

ຍສໝ - ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19 ນີ້ແມ່ນຂໍ້ສັງເກດ ຂອງທ່ານນາງ Santo Akiko ປະທານສະພາສູງ ຍີ່ປຸ່ນເນື່ອງໃນໂອກາດໃຫ້ການຕ້ອນ ຮັບທ່ານ ຫວູຮົ່ງນາມ ເອກອັກຄະລັດ ຖະທູດຫວຽດນາມປະຈຳຍີ່ປຸນ.

ຫວຽດນາມ ແລະ ຍ ປ ນຊ ກຍ ການພ ວພ ນຮ ວມມ ໄລຍະຫ ງ covid 19 ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19
ຫວຽດນາມ ແລະ ຍ ປ ນຊ ກຍ ການພ ວພ ນຮ ວມມ ໄລຍະຫ ງ covid 19 ຫວຽດນາມ - ຍີ່ປຸ່ນ ຮ່ວມມືໃນການຕໍ່ກຳປັ່ນທະຫານ
ຫວຽດນາມ ແລະ ຍ ປ ນຊ ກຍ ການພ ວພ ນຮ ວມມ ໄລຍະຫ ງ covid 19
ທ່ານນາງ Santo Akiko ປະທານສະພາສູງ ຍີ່ປຸ່ນໃຫ້ການຕ້ອນ ຮັບທ່ານ ຫວຸຮົ່ງນາມ ເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸນ (ພາບ: TTXVN)

ຕາມສຳນັກຂ່າວສານຫວຽດນາມແລ້ວ, ເມື່ອກ່າວຄຳເຫັນທີ່ການຕ້ອນຮັບທ່ານ ຫວຸຮົ່ງນາມ ເອກອັກຄະລັດ ຖະທູດຫວຽດນາມປະຈຳຍີ່ປຸນຢູ່ສຳນັກງານສະພາແຫ່ງຊາດ ຍີ່ປຸ່ນ ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາງ Santo Akiko ໄດ້ຝາກຄຳຂອບໃຈຂອງສະພາແຫ່ງຊາດຍີ່ປຸ່ນ (ລວມມີ ສະພາສູງ ແລະ ສະພາຕ່ຳ) ໄປຍັງສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກ່ຽວກັບຂອງຂວັນຜ້າອັດປາກ - ດັງ 20.000 ອັນ ໃຫ້ແກ່ສະພາແຫ່ງຊາດຍີ່ປຸ່ນ ພາຍຫຼັງການແຜ່ລາມຂອງ ໂລກລະບາດ Covid – 19 ຢູ່ຍີ່ປຸ່ນ, ພ້ອມທັງໃຫ້ຮູ້ວ່າ ສະພາແຫ່ງຊາດຍີ່ປຸ່ນໄດ້ສົ່ງຈຳນວນຜ້າອັດປາກ - ດັງດັ່ງກ່າວໄປຍັງບັນດາຮາກຖານ ແລະ ພະນັກງານການແພດຍີ່ປຸ່ນຢ່າງທັນທີ ທີ່ພວມຢູ່ແນວໜ້າ ຂອງການປ້ອງກັນ, ສະກັດກັ້ນໂລກລະບາດ.

ຄຽງຄູ່ກັນນັ້ນ, ທ່ານນາງ ປະທານສະພາສູງກໍ່ແບ່ງປັນກ່ຽວກັບບັນດາໝາກຜົນຢ່າງຕັ້ງໜ້າ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງຍີ່ປຸ່ນ, ພິເສດແມ່ນເລື່ອງລັດຖະບານຍີ່ປຸ່ນໄດ້ຍົກເລີກສະພາບການສຸກເສີນໃນທົ່ວປະເທດ ໃນວັນທີ 25 ພຶດສະພາ, ຟື້ນຟູການເຄື່ອນໄຫວເສດຖະກິດ - ສັງຄົມ ແລະ ສະຖຽນລະພາບໃນການດຳລົງຊີວິດຂອງປະຊາຊົນເທື່ອລະກ້າວ.

ສຳລັບການພົວພັນລະຫວ່າງສອງປະເທດ ຍີ່ປຸ່ນ - ຫວຽດນາມ, ທ່ານນາງ Santo Akiko ປະທານສະພາສູງຍີ່ປຸ່ນ ໄດ້ຕີລາຄາສູງການພັດທະນາອັນດີງາມໃນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນການພັດທະນາຢ່າງຕັ້ງໜ້າໃນການພົວພັນຄູ່ຮ່ວມມືລະຫວ່າງສະພາແຫ່ງຊາດຍີ່ປຸ່ນ ແລະ ສະພາແຫ່ງຊາດຫວຽດນາມ. ທ່ານນາງ Santo Akiko ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວໄປຍັງທ່ານນາງ ຫງວຽນທິກິມເງິນ, ພ້ອມທັງສະແດງຄວາມຫວັງຢາກການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດນັບມື້ນັບພັດທະນາຢ່າງຕັ້ງໜ້າ, ບັນລຸໄດ້ຜົນງານໃໝ່ຢ່າງຫຼວງຫຼາຍ.

ສ່ວນທ່ານ ຫວູຮົ່ງນາມ ໄດ້ສະແດງຄວາມນັບຖືຢ່າງສູງຕໍ່ຄຳຂອບໃຈຂອງທ່ານນາງ Santo Akiko ແລະ ບັນດາສະມາຊິກໃນສະພາແຫ່ງຊາດ ຍີ່ປຸ່ນ ທີ່ຍາມໃດກໍ່ສະຫງວນອາລົມຈິດ ຄວາມຮັກແພງທີ່ດີງາມ ແລະ ຄວາມມານະພະຍາຍາມໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ທ່ານ ຫວູຮົ່ງນາມ ກໍ່ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງ ຍີ່ປຸ່ນໃນການຄວບຄຸມໂລກລະບາດ Covid – 19, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນປະຖົມປັດໄຈສຳຄັນເພື່ອ ລັດຖະບານຍີ່ປຸ່ນຕັດສິນໃຈຍົກເລີກສະພາບການສຸກເສີນໃນທົ່ວປະເທດໂດຍໄວ, ມານະພະຍາຍາມນຳບັນດາການເຄື່ອນໄຫວເສດຖະກິດ, ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນກັບຄືນສູ່ສະພາບທີ່ເປັນປົກກະຕິໂດຍໄວ.

ຫວຽດນາມ ແລະ ຍ ປ ນຊ ກຍ ການພ ວພ ນຮ ວມມ ໄລຍະຫ ງ covid 19 ຫວຽດ​ນາມ​ແມ​່ນ​ໜຶ່ງ​ໃນ​ບັນ​ດາປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid - 19

ຍ​ສ​ໝ - ບົດ​ຂຽນ​ກໍ່​ຖື​ວ່າ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດນັ້ນ ​ຈະ​ຊ່ວຍ​ໃຫ້​ຫວຽດ​ນາມ​ແມ່ນ​ ສະ​ຖານ​ທີ່ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໝາຍ​ໃຫ້​ແກ່​ບັນ​ດາບໍ​ລິ​ສັດອາ​ເມ​ລິ​ກາ ຫຼື ເອີ​ລົບເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ໃນໄລ​ຍະຫຼັງ Covid – 19.

ຫວຽດນາມ ແລະ ຍ ປ ນຊ ກຍ ການພ ວພ ນຮ ວມມ ໄລຍະຫ ງ covid 19 ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

ຍສໝ - ໃນຕອນບ່າຍຂອງວັນທີ 22 ກໍລະກົດ 2019, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມີການຕ້ອນຮັບ ທ່ານ Tsutomu Takebe, ຜູ້ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ.

ຫວຽດນາມ ແລະ ຍ ປ ນຊ ກຍ ການພ ວພ ນຮ ວມມ ໄລຍະຫ ງ covid 19 ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີຮ່ວມມືສອງຝ່າຍ ຢ່າງຮອບດ້ານ

ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຟ້າມບີ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບ ທ່ານ Kanehara Nobukatsu ຮອງຫົວໜ້າຄະນະເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດຍີ່ປຸ່ນ.

ບຸນຄົງ

ເຫດການ
302 Found

Found

The document has moved here.