ຍສໝ - ໃນຕອນບ່າຍວັນທີ 4 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳ ຫວຽດນາມ.
ຍສໝ - ດ້ວຍການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາປະເທດລາວ ແລະ ແຂວງ ບໍລິຄຳໄຊ, ທ່ານ ພັນເອກ ຫວໍ໋ແທັງຫາຍ - ຜູ້ອຳນວຍການພະແນກຕຳຫຼວດ ແຂວງຮ່າຕິ້ງ ໄດ້ຮັບຫຼຽນໄຊພັດທະນາເປັນກຽດຈາກລັດຖະບານສປປ.ລາວ.
ຍສໝ - ລັດຖະມົນຕີ ສາທາລະນະສຸກປະເທດລາວ, ທ່ານ ລັດຖະມົນຕີທ່ານບຸນກອງສີຫາວົງ ກ່າວວ່າ "ມາຮອດປັດຈຸບັນນີ້, ຍັງບໍ່ມີຜູ້ປ່ວຍຄົນໃດ ຖືກຮັບການຢືນຢັນວ່າຕິດເຊື້ອໄວຣັດພະຍາດປອດອັກເສບ Corona ໃນລາວ. "ມີກໍລະນີທີ່ສົງໃສ, ແຕ່ວ່າການທົດສອບທັງໝົດ ແມ່ນເປັນຜົນການວິໄຈບໍ່ມີປະກົດການຂອງພະຍາດ."
ວັນທີ 03 ກຸມພາ, ທີ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020).
ຍສໝ - ມືວານນີ້ ຮອງປະທານປະເທດ ດັ້ງທິຫງ໋ອກຖິ້ງ ໄດ້ເຂົ້າພົບປະໂອ້ລົມກັບ ທ່ານປະທານສະພາແຫ່ງຊາດລາວ, ຮັບຕ້ອນປະທານສູນກາງສະຫະພັນແມ່ຍິງລາວ, ວາງພວງມາລາທີ່ອະນຸສອນສະຖານ ນັກຮົບນິລະນາມຂອງລາວ,...
ຕອນເຊົ້າວັນທີ 16 ສິງຫາ, ມະຫາວິທະຍາໄລ ຮ່າຕິ້ງ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບຢັ້ງຢືນພາສາຫວຽດນາມໃຫ້ນັກສຶກສາລາວ ຈຳນວນ 241 ຄົນ. ການຝືກອົບຮົມພາສາຫວຽດໃຫ້ແກ່ນັກສຶກສາຕ່າງປະເທດ ບໍ່ພຽງແຕ່ເປັນປະຖົມປັດໄຈ ໃນການບຳລຸງຊັບພະຍາກອນມະນຸດ ໃຫ້ແກ່ປະເທດລາວເທົ່ານັ້ນ ແຕ່ຍັງເປັນໜ້າທີ່ການເມືອງຂອງມະຫາວິທະຍາໄລຮ່າຕິ້ງ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.
ຍສໝ - ງານມະຫາກໍາກິລານັກສຶກສາລາວທົ່ວຮ່າໂນ້ຍຄັ້ງທີ 13 ໄດ້ໄຂຂຶ້ນທີ່ມະຫາວິທະຍາໄລຄູອາຈານກິລາຮ່າໂນ້ຍໃນລະຫວ່າງວັນທີ 06-07 ເມສາ 2019.
ຍສໝ - ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ຢູ່ຫວຽດນາມ, ຕຳໝາກຫຸ່ງ ກໍ່ໄດ້ຮັບຄວາມນິຍົມຫຼາຍ. ຂໍເຊີນຊວນທ່ານຜູ້ອ່ານມາເບິ່ງນໍາກັນພໍ່ຄົວຮ້ານອາຫານ Khao Lao ຢູ່ ຫຼຽວຢາຍ, ຮ່າໂນ້ຍຕຳໝາກຫຸ່ງລົດແຊບ ຕາມຮູບພາບດັ່ງຕໍ່ໄປນີ້.
ເມື່ອເດີນທາງໄປໄກບ້ານ ຈະຍ້ອນພາລະກິດ, ຍ້ອນວຽກງານ, ຍ້ອນຄອບຄົວ ແລະ ອີກເຫດຜົນຕ່າງໆທີ່ແຕກຕ່າງກັນ, ແຕ່ຄິດວ່າເມື່ອເຫັນອາຫານບ້ານນາທີ່ຕົນເຄີຍກິນເປັນປະຈຳແລ້ວ ຄິດບໍ່ມີໃຜທີ່ຈະບໍ່ຄິດຮອດບ້ານ. ບັນດາເມນູອານຫານບ້ານນາຕໍ່ໄປນີ້ບໍ່ຮູ້ວ່າຈະເຮັດໃຫ້ທ່ານຄິດຮອດບ້ານຫຼືບໍ່.
ຍສໝ - ໃນຕອນເຊົ້າຂອງວັນທີ 30 ມີນາ 2019, ສູນຄຸມຄອງນັກສຶກສາສາກົນ, ຮ່າໂນ້ຍ ໄດ້ຈັດພິທີການບາສີສູ່ຂວັນ ແລະ ຕ້ອນຮັບປີໃໝ່ລາວ.
ຍສໝ - ເພື່ອປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບລະຫວ່າງນັກສຶກສາຫວຽດນາມ-ລາວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ ປີຊວດ 2020, ໃນລະຫວ່າງວັນທີ 11-12 ມັງກອນ 2020, ຄະນະຊາວໜຸ່ມໂຮງຮຽນວິທະຍາໄລການແພດຮ່າຕິງ ໄດ້ຈັດຕັ້ງງານບຸນ “ເຂົ້າຕົ້ມຂຽວ, ເຕັມໄປດ້ວຍນ້ໍາໃຈໄມຕີຈິດມິດຕະພາບຫວຽດນາມ-ລາວ”.
ລັດວິສາຫະກິດການບິນລາວ ໄດ້ໂຈະສາຍການບິນ ທີ່ບິນຈາກ ສປປ ລາວ ຫາ ສປ ຈີນ ສຳລັບຖ້ຽວບິນ ແບບເໝົາໄປແລ້ວ 5 ເສັ້ນທາງ ແລະ ກຽມພ້ອມຈະຫລຸດຖ້ຽວບິນ ປົກກະຕິລົງຕື່ມ ພາຍໃນອາທິດໜ້າ. ໃນຂະນະສາຍ ການບິນຈາກ ຈີນມາລາວ ໄດ້ຫລຸດລົງເປັນຈຳນວນ ຫລາຍຈົນເກືອບບໍ່ມີເລີຍ.
ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມັງກອນ 2020 ໄດ້ຈັດຂຶ້ນໃນວັນທີ 22-23/1/2020 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຊຶ່ງມີບັນ ດາທ່ານຮອງນາຍົກລັດຖະມົນ ຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນວັນທີ 28 ມັງກອນນີ້, ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ Corona ໂດຍການຖະແຫຼງຂອງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ.
ໃນວັນທີ 26 ມັງກອນ ປີ 2020, ກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ - ກໍາປູເຈຍ ລະຫວ່າງ ແຂວງຈໍາປາສັກ-ສປປ ລາວ ແລະ ແຂວງຊຽງແຕງ ແຫ່ງຣາ ຊະອານາຈັກກໍາປູເຈຍ, ຈັດຂຶ້ນຢູ່ກອງບັນຊາການທະຫານແຂວງຈໍາປາສັກ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມວິຊາການແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2019 ຂຶ້ນວັນທີ 27-28 ມັງກອນ 2020 ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາທ່ານຮອງລັດ-ຖະມົນຕີ ຫົວໜ້າກົມ ຫົວໜ່ວຍວິຊາການ ຫົວໜ້າພະແນກ ຮສສ ແຂວງ ນະຄອນຫຼວງ ແລະ ພະນັກງານວິຊາການ ຜູ້ຕາງໜ້າຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງແລະ ດຳເນີນທຸລະກິດບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປະຈຳປີ 2019 ຂຶ້ນວັນທີ 28-29 ມັງກອນ 2020 ທີ່ລັດວິສາຫະກິດໄຟຟ້າລາວ ເປັນປະທານຂອງທ່ານ ບົວເທບ ມາໄລຄຳ ວ່າການຫົວໜ້າກົມຄຸ້ມຄອງພະລັງງານ ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ບັນດາຫົວໜ້າກົມ ຮອງກົມ ຫົວໜ້າສະຖາບັນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ນະຄອນຫຼວງ ຫົວໜ່ວຍທຸລະກິດໄຟຟ້າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງລາວ ຈັດງານເທສະການອາຫານລາວ ປະຈຳປີ 2020 ຂຶ້ນວັນທີ 28-31 ມັງກອນ 2020 ທີ່ສວນເຈົ້າອະນຸວົງ (ແຄມຂອງທ່າວັດຈັນ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ມີທ່ານນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີ ທ່ານພັນລະຍາຮອງປະທານປະເທດ ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ບັນດາປ້າພະນັກງານປະຕິວັດອາວຸໂສ ຄອບຄົວການນຳ ລັດຖະມົນຕີ ຮອງລັດຖະມົນຕີ ຄະນະປະທານສູນກາງສະຫະພັນແມ່ຍິງລາວ ອົງການອ້ອມຂ້າງ ຕະຫຼອດຮອດທູຕານຸທູດ ອົງການຈັດຕັ້ງສາກົນປະຈຳລາວ ພະນັກງານ ຜູ້ໃຫ້ການສະໜັບສະໜູນ ນັກທຸລະກິດ ຊາວຄ້າຂາຍທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຍສໝ - ກະຊວງສາທາລະນະສຸກ ສປປ.ລາວ ກຳລັງຈັດຕັ້ງປະຕິບັດມາດຕະການຕ່າງໆຢ່າງຮີບດ່ວນ ເພື່ອຕິດຕາມສະຖານະການ ປອດອັກເສບ Corona.
ຍສໝ - ບັນດາພົນລະເມືອງທີ່ຫາກໍ່ໄດ້ຖືສັນຊາດຫວຽດນາມ ນັ້ນໄດ້ພ້ອມກັນຍົກຈອກເຫຼົ້າໄຫ, ອວຍພອນຊິ່ງກັນ ແລະກັນຕ້ອນຮັບປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ຮັກແພງກັນ.