ຢາກໄດ້ມີແຟນເປັນຄົນລາວກໍ່ຕ້ອງຮຽນຮູ້ວິທີຕຳໝາກຫຸ່ງລົດແຊບ

21:04 | 31/01/2020

ຍສໝ - ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ຢູ່ຫວຽດນາມ, ຕຳໝາກຫຸ່ງ ກໍ່ໄດ້ຮັບຄວາມນິຍົມຫຼາຍ. ຂໍເຊີນຊວນທ່ານຜູ້ອ່ານມາເບິ່ງນໍາກັນພໍ່ຄົວຮ້ານອາຫານ Khao Lao ຢູ່ ຫຼຽວຢາຍ, ຮ່າໂນ້ຍຕຳໝາກຫຸ່ງລົດແຊບ ຕາມຮູບພາບດັ່ງຕໍ່ໄປນີ້.

ຮ້ານອາຫານ Khao Lao  ຢູ່ ຫຼຽວຢາຍ, ຮ່າໂນ້ຍ.

ສວ່ນປະກອບມີ: ໝາກຫຸ່ງດິບຝັກແລ້ວ, ຫົວກະລົດຝັກແລ້ວ, ໝາກຖົ່ງຍາວ, ໝາກເຂືອປ້ອມ, ໝາກເລັ່ນ, ໝາກກະຈູ້

ແລະ ໝາກເພັດດິບເເດງ, ໝາກນາວ, ໝາກກອກ, ປາເເດກ(ສຸກ ຫຼື ດິບກໍ່ໄດ້), ກະທຽມ, ນໍ້າປາ, ນໍ້າຕານ, ແປ້ງນົວ, ຫົວຜັກຫອມຈຽວ, ໝາກຖົ່ວດີນຂົ້ວສຸກ.

ວິທີການເຮັດແມ່ນ: ທຳອິດແມ່ນເອົາກະທຽມ,ໝາກເພັດ,ແປ້ງນົວ,ນໍ້າຕານ ລົງຕຳໃຫ້ແຫຼກ ແລະ ເຂົ້າກັນກ່ອນ. ຈາກນັ້ນຕາມດ້ວຍ ປາແດກ ຫຼື ນໍ້າປາ ແລະບີບນໍ້າໝາກນາວລົງໄປ.

ຕໍ່ໄປເອົາໝາກກອກ,ໝາກເລັ່ນ,ໝາກຖົ່ວ,ໝາກເຂືອ,ໝາກກະຈູ້ ລົງໄປແລ້ວຕຳໃຫ້ເຂົ້າກັນ ແລ້ວຊິມລົດຊາດຕາມໃຈເຮົາມັກເລີຍ.

ຈາກນັ້ນກໍ່ເອົາ ໝາກຫຸ່ງ ແລະ ຫົວກະລົດທີ່ຝັກເປັນເສັ້ນແລ້ວລົງໄປ ແລ້ວຕຳໃຫ້ເຂົ້າກັນທັງໝົດ ແລ້ວຊິມລົດຊາດອີກຄັ້ງ. ສຸດທ້າຍກໍ່ຕັກອອກມາໃສ່ຈານ ແລ້ວໂຮຍໜ້າດ້ວຍ ຫົວຜັກຫອມຈຽວ ແລະ ໝາກຖົ່ວດີນຂົ້ວໃສ່ເລີຍ.

ເທົ່ານີ້ກໍ່ຖືວ່າ ແລ້ວໆ ສຳລັບເມນູຕຳໝາກຫຸ່ງລົດແຊບແບບລາວໆ.

ໃຜທີ່ສົນໃຈກໍ່ສາມາດໄປລອງເຮັດຕາມເບີ່ງໄດ້ ຮັບຮອງວ່າລົດແຊບເດັດຖືກໃຈແນ່ນອນ.

ເຫດການ
302 Found

Found

The document has moved here.