ປະເທດລາວ ຖະແຫຼງຂ່າວກຽວກັບບັນຫາການລະບາດ ພະຍາດອັກເສບໄວຣັ Corona

06:45 | 30/01/2020

ໃນວັນທີ 28 ມັງກອນນີ້, ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ Corona ໂດຍການຖະແຫຼງຂອງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ.

ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ກ່າວວ່າ: ກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ບັນດາສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດໄດ້ຕິດຕາມສະພາບການລະບາດ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ຕ່າງປະເທດຢ່າງໃກ້ຊິດ ແລະ ໄດ້ປະສານງານກັບບັນດາພາກສ່ວນກ່ຽວຂ້ອງຂອງປະເທດທີ່ມີການລະບາດພະຍາດດັ່ງກ່າວເພື່ອອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາລາວທີ່ກຳລັງດຳລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ບັນດາປະເທດທີ່ມີການລະບາດພະຍາດດັ່ງກ່າວ, ພ້ອມທັງໄດ້ລາຍງານສະພາບການດັ່ງກ່າວຢ່າງເປັນປະຈຳ.

ປະເທດລາວ ຖະແຫຼງຂ່າວກຽວກັບບັນຫາການລະບາດ ພະຍາດອັກເສບໄວຣັ Corona

ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ.(ພາບ:pasaxon.org.la)

ກະຊວງການຕ່າງປະເທດ ໄດ້ເປັນເຈົ້າການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດຕ່າງໆໃນພາກພື້ນກໍຄືສາກົນ ແລະ ອົງການອະນາໄມໂລກຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງຂອງການລະບາດພະຍາດດັ່ງກ່າວ ແລະ ຍາດແຍ່ງການຊ່ວຍເຫຼືອ, ໂດຍສະເພາະການສົ່ງຄະນະຜູ້ຊ່ຽວຊານດ້ານ ການແພດ ພ້ອມດ້ວຍອຸປະກອນເຄື່ອງມືຶ, ຢາ ແລະ ວັກຊິນປ້ອງກັນໃນກໍລະນີທີ່ມີການລະບາດໃຫຍ່. ກະຊວງການຕ່າງປະເທດຂໍແນະນຳໃຫ້ພົນລະເມືອງລາວຢູ່ ຕ່າງປະເທດຕິດຕາມສະພາບ ການລະບາດພະຍາດດັ່ງກ່າວຢ່າງເປັນປົກກະຕິຜ່ານແຫຼ່ງຂໍ້ມູນທາງການຂອງກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ອົງການອະນາໄມໂລກ.

ກະຊວງການຕ່າງປະເທດ ຂໍແຈ້ງເຕືອນໃຫ້ພົນລະເມືອງລາວ ຫຼີກລ່ຽງການເດີນທາງໄປຍັງບັນດາເຂດທີ່ມີການລະບາດພະຍາດດັ່ງກ່າວຢູ່ຕ່າງປະເທດ. ຖ້າມີພົນ ລະເມືອງລາວຢູ່ຕ່າງປະເທດຕ້ອງການຄວາມຊ່ວຍເຫຼືອ, ກະລຸນນາຕິດຕໍ່ບັນດາສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ຫຼື ກະຊວງການຕ່າງປະເທດ.

(ແຫຼ່ງ​ຂໍ້​ມູນ​: kpl.gov.la)

ເຫດການ
302 Found

Found

The document has moved here.