ລັດຖະບານ ລາວ ກຳນົດແຜນວຽກຈຸດສຸມປີ 2020

11:37 | 30/01/2020

ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ສາ­ມັນ​ປະ​ຈໍາ​ເດືອນ​ມັງ­ກອນ 2020 ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 22-23/1/2020 ທີ່​ສໍາ​ນັກ​ງານ​ນາຍົກ­ລັດ­ຖະ­ມົນ­ຕີ ໂດຍພາຍ​ໃຕ້​ການ​ເປັນ​ປະ­ທານ​ ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນຕີ ຊຶ່ງມີ​ບັນ ດາ​ທ່ານ​ຮອງ​ນາ­ຍົກລັດ­ຖະ­ມົນ ­ຕີ ແລະ ສະ­ມາ­ຊິກ​ລັດ­ຖະ­ບານ​ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນເຂົ້າ​ຮ່ວມ​.

ລັດຖະບານ ລາວ ກຳນົດແຜນວຽກຈຸດສຸມປີ 2020

ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ສາ­ມັນ​ປະ​ຈໍາ​ເດືອນ​ມັງ­ກອນ 2020. (ພາບ:pasaxon.org.la)

ໃນ​ຕອນ​ທ້າຍ​ຂອງ​ກອງ​ປະ­ຊຸມທ່ານ​ນາ­ຍົກ­ລັດ­ຖະ­ມົນຕີ ໄດ້​ຊີ້​ນໍາ​ເນັ້ນ​ໜັກໃຫ້​ຄະ­ນະ​ລັດ ­ຖະ­ບານເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະຕິ­ບັດ​ວຽກ​ງານ​ຈຸດ​ສຸມ​ຈໍາ​ນວນ​ໜຶ່ງດັ່ງ­ນີ້: ສຳ­ລັບ​ແຜນ​ວຽກ​ຈຸດ​ສຸມ ປີ 2020 ມີ​ຄື: ສືບ­ຕໍ່​ຮັບ­ປະ­ກັນ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ເສດ­ຖະ­ກິດ​ມະ­ຫາ​ພາກ ​ແລະ​ ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ທາງ​ດ້ານ​ເສດ​ຖະ​ກິດ​-​ການ​ເງິນ​ໃຫ້​ມີ​ທ່າ​ຕັ້ງ­ໜ້າ​ກວ່າ​ເກົ່າ; ຈັດ​ຕັ້ງ​ປະ­ຕິ​ບັດ​ຄໍາ​ສັ່ງ​ເລກ​ທີ 03/ນຍ, ລົງ​ວັນ​ທີ 21 ມັງ­ກອນ 2020 ວ່າ​ດ້ວຍ​ການ​ປັບ­ປຸງ​ວຽກ​ງານ​ການ​ບໍ­ລິ­ການ​ການ​ອອກ​ໃບ​ອະ­ນຸ­ຍາດ​ລົງ­ທຶນ​ແລະ​ ການ​ອອກ​ໃບ​ອະ­ນຸ​ຍາດ​ດໍາ​ເນີນ​ທຸ­ລະ​ກິດ; ສືບ­ຕໍ່​ແກ້​ໄຂ​ໜີ້​ສິນ​ໂຄງ ­ການ​ລົງ­ທຶນ​ຂອງ​ລັດ​ໃຫ້​ສໍາ​ເລັດ​ຕາມ​ແຜນ​ກໍາ​ນົດ​ໄວ້​ ເພື່ອ​ສ້າງ​ຄວາມ​ສະ­ດວກ​ໃຫ້​ທຸ­ລະ​ກິດ​ມີ​ການ​ຂັບ​ເຂື່ອນ​ໃນ​ທາງ​ທີ່​ມີ​ປະ ­ສິດ­ທິ­ພາບ​ສູງ​ຂຶ້ນ; ຍົກ​ລະ­ດັບ ​ແລະ​ ຄຸນ​ນະ​ພາບ​ຂອງ​ການ​ສຶກ­ສາ​ ແລະ ​ການ​ບໍ­ລິ­ການ​ດ້ານ​ສາ­ທາ­ລະ­ນະ​ສຸກ​ໃຫ້​ດີ​ຂຶ້ນ; ສຸມ​ໃສ່​ວຽກ​ງານ​ພັດ­ທະ ­ນາ​ຊົນ­ນະ­ບົດ​ ແລະ ​ລຶບ­ລ້າງ​ຄວາມ­ທຸກ​ຍາກ (ຕິດ​ພັນ​ກັບ​ການ​ຊຸກ­ຍູ້​ປຸກ­ລະ­ດົມ​ຂະ­ບວນ​ການ​ຮັກ​ຊາດ​ ແລະ​ ພັດ­ທະ­ນາ​ໃຫ້​ເຂົ້າ​ສູ່​ລວງ​ເລິກ); ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ແລະ​ ຟື້ນ​ຟູ​ເຂດ​ທີ່​ຖືກ​ກະ­ທົບ​ຈາກ​ໄພ­ພິ­ບັດ; ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ​ບັດ​ຄໍາ​ສັ່ງ​ເລກ​ທີ 15/ນຍ​ ແລະ ​ຜັນ​ຂະ­ຫຍາຍ ​ແລະ ​ຈັດ​ຕັ້ງ​ປະ­ຕິ ­ບັດ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ; ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ (SDG). ເອົາ­ໃຈ­ໃສ່​ວຽກ​ງານ​ປ້ອງ​ກັນ​ຊາດ​-​ປ້ອງ​ກັນ​ຄວາມ​ສະ ­ຫງົບ, ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ທາງ​ສັງ­ຄົມ ​ເພື່ອ​ຮັບ­ປະ­ກັນ​ສະ ­ຖຽນ​ລະ​ພາບ​ທາງ​ການ­ເມືອງ​ແລະ​ ຄວາມ​ສະ­ຫງົບ​ຂອງ​ສັງ ­ຄົມ; ສືບ­ຕໍ່​ເສີມ​ຂະ­ຫຍາຍ​ວຽກ​ງານ​ພົວ­ພັນ​ຮ່ວມ​ມື​ສາ­ກົນ​ໃນ​ຂອບ 2 ຝ່າຍ​ ແລະ​ ຫຼາຍ​ຝ່າຍ​ທີ່​ໄດ້​ຕົກ­ລົງ​ກັບ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ແລະ​ອົງ­ການ​ສາ­ກົນ​ໃຫ້​ແຕກ​ດອກ​ອອກ​ຜົນ​ໂດຍ​ໄວ (ໂດຍ​ເອົາ­ໃຈ­ໃສ່​ພິ­ເສດ​ຕໍ່​ໂຄງ ­ການ​ຮ່ວມ​ມື​ ລາວ​-​ຫວຽດ­ນາມ​ແລະ​ ລາວ​-​ຈີນ); ກະ­ກຽມ​ກອງ​ປະ­ຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-​ແມ່​ນໍ້າ​ລ້ານ​ຊ້າງ (MCL) ຄັ້ງ​ທີ 3, ກອງ​ປະ ­ຊຸມ​ສຸດ​ຍອດ​ຍຸດ­ທະ­ສາດ​ການ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ​ແມ່​ນໍ້າ​ອີ​ລາ​ວະ​ດີ​-​ແມ່​ນໍ້າ​ເຈົ້າ​ພະ​ຍາ​-​ແມ່​ນໍ້າ​ຂອງ (ACMECS) ຄັ້ງ​ທີ 9; ກອງ​ປະ­ຊຸມ​ສຸດ​ຍອດ (CLMV) ຄັ້ງ​ທີ 10 ແລະ​ກອງ​ປະ­ຊຸມ​ສຸດ​ຍອດ​ເຂດ​ສາມ­ຫຼ່ຽມ​ພັດ­ທະ­ນາ (CLV) ທີ່​ລາວ​ຈະ​ເປັນ​ເຈົ້າ­ພາບ​ໃນ​ເດືອນ​ມີ­ນາ 2020 ນີ້​ ແລະ​ ວຽກ​ສໍາ​ຄັນ​ອື່ນໆ.

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶຶນ ສົມທົບກັບກະຊວງກ່ຽວຂ້ອງ ໄດ້ເລີ່ມດຳເນີນ ການ​ສຳ​ຫລວດ​ເສດຖະກິດ ​ແລະ ການ​ສຳ​ຫລວດ​ສະຖິຕິ ກະສິກຳ​ທົ່ວ​ປະ​ເທດ ​ຄັ້ງ​ທີ III ປີ 2020 ຊຶ່ງເປັນການຈັດ​ຕັ້ງ​ປະຕິບັດ ​ບັ້ນສຳ​ຫລວດ​ໃຫ່ຍ ໂດຍການ​ເກັບ​ກຳ​ຂໍ້​ມູນ ​ພາກ​ສະໜາມ ໂດຍສະ ເພາະ​ການ​ສຳ​ຫລວດ​ເສດຖະກິດ​ ແມ່ນ​ໄດ້​ຈັດ​ຕັ້ງ​ປະຕິບັດ ​ໃນ​ລະຫວ່າງ​ເດືອນ 1 ຫາ​ ເດືອນ 2 ປີ 2020. ສ່ວນ​ການ​ສຳ​ຫລວດ​ສະຖິຕິ ກະສິກຳປະ​ເທດ​ໃນ​ຄັ້ງ​ນີ້​, ຈະ​ໄດ້​ຕັ້ງ​ປະຕິບັດ​ ໃນ​ລະຫວ່າງ​ເດືອນ 3 ຫາ​ເດືອນ 4 ປີ 2020. ຈາກນັ້ນ, ຈະມີການຈັດ​ພິມ ​ແລະ ​ເຜີຍ​ແຜ່​ບົດ​ລາຍ​ງານ​ຜົນ ​ຂອງ​ສອງ​ການ​ສຳ​ຫລວດ​ລະດັບ​ຊາດ ​ເບື້ອງ​ຕົ້ນ​ແມ່ນ​ ໃນ​ເດືອນ 6 ປີ 2020.

ສ່ວນຈຸດປະສົງ ​ຂອງ​ການ​ສຳ​ຫລວດ ​ເສດຖະກິດທົ່ວ​ປະ​ເທດ ຄັ້ງ​ທີ III ປີ 2019/2020 ​ແມ່ນ​ເປັນ​ບ່ອນ​ອີງ​ທີ່​ສຳຄັນ​ ໃຫ້​ແກ່​ການ​ຕິດຕາມ ​ແລະ ປະ​ເມີນ ສະພາບ​ຜະລິດ​ກະສິກຳ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເວົ້າ​ສະ​ເພາະ​ ການ​ຜະລິດ​ສະບຽງ​ອາຫານ, ການ​ຄຸ້ມ​ຄອງ​ທີ່​ດິນ​ກະສິກຳ, ການ​ນຳ​ໃຊ້​ດິນ​ກະສິກຳ, ປະສິດ ທິພາບ​ໃນ​ການ​ນຳ​ໃຊ້​ ລະບົບຊົນ​ລະ​ປະທານ, ການ​ປູກຝັງ, ລ້ຽງສັດ ​ແລະ ການ​ປະມົງ. ນອກຈາກ​ນີ້, ຍັງ​ເປັນ​ບ່ອນ​ອີງ​ ໃຫ້​ແກ່​ການ​ຕີ​ລາຄາ​ວຽກ​ງານ ​ພັດທະນາ​ຊົນນະບົດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ​ໃນ​ຂັ້ນ​ທ້ອງ​ຖິ່ນ​ເຫລົ່ນ​ນີ້​ເປັນ​ຕົ້ນ. ຂອບ​ເຂດ ​ແລະ ​ເປົ້າ​ໝາຍການ​ສຳ​ຫລວດ ​ເສດຖະກິດ​ທົ່ວ​ປະ​ເທດ​ຄັ້ງ​ທີ III ປີ 2020 ​ແມ່ນ​ກວມ​ເອົາ​ບັນດາ​ຄົວ​ເຮືອນ ທີ່​ດຳ​ເນີນ​ທຸລະ​ກິດ, ຫົວໜ່ວຍ​ພື້ນຖານ​ເສດຖະກິດ, ທຸລະ​ກິດ ​ແລະ ຫ້າງ​ຮ້ານ​ທີ່​ພວມ​ດຳ​ເນີນ ​ການ​ຜະລິດ​ສິນຄ້າ ​ແລະ ບໍລິການ ຫລື​ ຫາ​ກໍ່​ເລີ່​ມດຳ​ເນີນ​ກິດຈະການ​ແຕ່ 3 ​ເດືອນ​ຂຶ້ນ​ໄປ​ໃນຂອບ​ເຂດ​ທົ່ວ​ປະ​ເທດ ​ກວມ​ເອົາ​ທຸກ​ພາກສ່ວນ​ເສດຖະກິດ ​ເຊັ່ນ: ​ເສດຖະກິດ​ການ​ເງິນ, ​ເສດຖະກິດ​ການຜະລິດ​ສິນຄ້າ ​ແລະ ບໍລິການ, ອົງການ​ຈັດ​ຕັ້ງ​ລັດ ​ແລະ ພາກສ່ວນ​ການ​ຜະລິດ ​ແລະ ບໍ ລິການ​ ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ ​ເຖິງ​ແມ່ນ​ວ່າ​ຈະ​ໄດ້​ຂຶ້ນ​ທະບຽນ ຫລື​ ບໍ່​ໄດ້​ຂຶ້ນ​ທະບຽນ, ມີ​ເລກ​ປະຈຳ​ຕົວ​ຜູ້​ເສຍ​ອາກອນ ຫລື ​ບໍ່​ມີ, ​ເປັນ​ການ​ລົງທຶນ​ເອກະ​ຊົນ​ພາຍ​ໃນ, ຂອງ​ຕ່າງປະ​ເທດ​ ຫລື​ ຂອງ​ລັດ ​ແມ່ນ​ນອນ​ໃນ​ເປົ້າ​ໝາຍ​ການ​ສຳ​ຫລວດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.