ເຊີນທ່ຽວງານເທສະການອາຫານລາວ ເຊື່ອມໂຍງສິນຄ້າລາວອອກສູ່ສາກົນ

14:51 | 29/01/2020

ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ຮ່ວມ​ກັບ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ລາວ ຈັດ​ງານ​ເທ​ສະ­ການ​ອາ­ຫານ​ລາວ ປະ­ຈຳ​ປີ 2020 ຂຶ້ນ​ວັນ​ທີ 28-31 ມັງ­ກອນ 2020 ທີ່​ສວນ​ເຈົ້າ​ອະ­ນຸ­ວົງ (ແຄມ​ຂອງ​ທ່າ​ວັດ​ຈັນ) ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ປະ­ທານ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ແລະ ທ່ານ​ນາງ ຈັນ­ທະ​ຈອນ ວົງ​ໄຊ ປະ­ທານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ລາວ ມີ​ທ່ານ​ນາງ ນາ­ລີ ສີ​ສຸ​ລິດ ພັນ​ລະ​ຍາ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ​ພັນ​ລະ​ຍາ​ຮອງ​ປະ­ທານ​ປະ­ເທດ ທ່ານ​ຮອງ​ປະ­ທານ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ບັນ­ດາ​ປ້າ​ພະ­ນັກ­ງານ​ປະ­ຕິ­ວັດ​ອາ­ວຸ­ໂສ ຄອບ­ຄົວ​ການ​ນຳ ລັດ­ຖະ­ມົນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ຄະ­ນະ​ປະ­ທານ​ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ ອົງ­ການ​ອ້ອມ​ຂ້າງ ຕະ­ຫຼອດ​ຮອດ​ທູ­ຕາ­ນຸ­ທູດ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ປະ­ຈຳ​ລາວ ພະ­ນັກ­ງານ ຜູ້​ໃຫ້­ການ​ສະ­ໜັບ­ສະ­ໜູນ ນັກ­ທຸ­ລະ­ກິດ ຊາວ​ຄ້າ­ຂາຍ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ພ້ອມ​ດ້ວຍ​ປະ­ຊາ­ຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ.

ເຊີນທ່ຽວງານເທສະການອາຫານລາວ ເຊື່ອມໂຍງສິນຄ້າລາວອອກສູ່ສາກົນ

ເຊີນທ່ຽວງານເທສະການອາຫານລາວ ເຊື່ອມໂຍງສິນຄ້າລາວອອກສູ່ສາກົນ

ງານ​ເທ​ສະ­ການ​ອາ­ຫານ​ລາວ​ຄັ້ງ​ນີ້ ມີ​ຮ້ານ​ເຂົ້າ​ຮ່ວມ​ວາງ­ສະ­ແດງ ພ້ອມ​ທັງ​ຂາຍ​ອາ­ຫານ ເຄື່ອງ​ດື່ມ ຢາ​ສະ​ໝຸນ​ໄພ ເຄື່ອງ​ຫັດ­ຖະ­ກຳ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ນັບ​ທັງ​ຜູ້​ສະ­ໜັບ­ສະ­ໜູນ​ຫຼັກ ລວມ​ທັງ​ໝົດ 190 ຮ້ານ ໃນ​ນັ້ນ ຮ້ານ​ອາ­ຫານ​ເອ­ກະ­ລັກ 18 ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ 140 ຮ້ານ ຮ້ານ​ຫັດ­ຖະ­ກຳ ກະ­ສິ­ກຳ 30 ຮ້ານ ຈາກ 8 ສະ­ຖານ­ທູດ 5 ຮ້ານ ມາ​ຈາກ OTOP ປະ­ເທດ​ໄທ 15 ຮ້ານ ນອກ​ນີ້ ຍັງ​ມີ​ກິດ­ຈະ­ກຳ​ແຂ່ງ­ຂັນ​ປຸງ​ແຕ່ງ­ອາ­ຫານ​ພື້ນ­ເມືອງ​ລາວ​ທີ່​ລື​ຊື່​ຈາກ 17 ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ວັນ​ທີ 31 ມັງ­ກອນ 2020 ຈະ​ເອົາ​ຕົວ​ແທນ​ທີ່​ຊະ­ນະ​ແຕ່​ລະ​ພາກ​ມາ​ແຂ່ງ​ເອົາ​ລາ­ງວັນ​ທີ 1 ທີ 2 ແລະ ທີ 3 ພ້ອມ​ນັ້ນ ຍັງ​ໄດ້​ມີ​ການ​ຈົກ​ສະ­ຫຼາກ​ຊີງ​ໂຊກ ແລະ ມອບ​ລາ­ງວັນ​ຈາກ​ບັດ​ຊີງ​ໂຊກ​ຂອງ​ໂຄງ­ການ LBWA+LISG (ຊ່ວຍ­ເຫຼືອ​ຄົນ​ໄຂ້​ຈາກ​ໄຟ​ໄໝ້ ນ້ຳ​ຮ້ອນ​ລວກ ແລະ ຄົນ​ໄຂ້​ອາ­ນາ​ຖາ).

ທ່ານ​ນາງ ຈັນ­ທະ​ຈອນ ວົງ​ໄຊ ໄດ້​ກ່າວ​ວ່າ: ການ​ຈັດ​ງານ​ຄັ້ງ​ນີ້​ເພື່ອ​ສືບ­ຕໍ່​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ອະ­ນຸ​ຮັກ​ຮີດ­ຄອງ​ປະ­ເພ­ນີ ວັດ­ທະ­ນະ­ທຳ​ອັນ​ດີ­ງາມ ໂດຍ​ສະ­ເພາະ ແມ່ນ​ອາ­ຫານ​ພື້ນ­ເມືອງ​ລາວ ຫັດ­ຖະ­ກຳ ຜົນ​ຜະ­ລິດ​ກະ­ສິ­ກຳ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ຄົນ​ລາວ​ໃຫ້​ຢູ່​ຄູ່​ຊາດ​ລາວ​ຕະ­ຫຼອດ​ໄປ ເພື່ອ​ສ້າງ​ເງື່ອນ­ໄຂ​ໂອ­ກາດ​ໃຫ້​ຜູ້​ປະ­ກອບ​ການ​ແມ່­ຍິງ​ຜູ້​ປຸງ​ແຕ່ງ­ອາ­ຫານ​ເອ­ກະ­ລັກ​ຢູ່​ທ້ອງ­ຖິ່ນ ແລະ ຕ່າງ​ແຂວງ ​ໄດ້​ມາ​ເຂົ້າ​ຮ່ວມ​ວາງ­ສະ­ແດງ​ຂາຍ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ​ເອງ ທັງ​ເປັນ​ການ​ສ້າງ​ໂອ­ກາດ​ໃຫ້​ແມ່­ຍິງ​ຢູ່​ຊົນ­ນະ­ບົດ ຕົວ​ເມືອງ​ໄດ້​ສະ­ແດງ​ຄວາມ​ສາ­ມາດ​ສະ­ຕິ​ປັນ­ຍາ​ຂອງ​ຕົນ​ໃນ​ການ​ປຸງ​ແຕ່ງ­ອາ­ຫານ​ລາວ ໄດ້​ແລກ­ປ່ຽນ​ບົດ­ຮຽນ ປະ­ສົບ​ການ​ປຸງ​ແຕ່ງ­ອາ­ຫານ​ລາວ​ທີ່​ມີ​ຣົດ​ຊາດ​ດັ້ງ­ເດີມ​ແບບ​ທຳ​ມະ​ຊາດ ນອກ​ນັ້ນ ເພື່ອ​ສົ່ງ­ເສີມ​ຜູ້​ປະ­ກອບ​ການ​ແມ່­ຍິງ​ຂະ­ແໜງ​ຕ່າງໆ ໄດ້​ມີ​ບົດ­ບາດ​ສ້າງ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ​ໃຫ້​ກາຍ­ເປັນ​ສິນ­ຄ້າ ສາ­ມາດ​ຕອບ​ສະ­ໜອງ​ຕາມ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ໃນ​ຍຸກ​ປັດ­ຈຸ­ບັນ ພ້ອມ​ທັງ​ເຊື່ອມ​ໂຍງ​ສິນ­ຄ້າ​ລາວ​ອອກ​ສູ່​ສາ­ກົນ ໂດຍ​ຜ່ານ​ຕະ­ຫຼາດ​ຂອງ​ບັນ­ດາ​ປະ­ເທດ​ອາ​ຊຽນ ແລະ ໄປ​ທົ່ວ​ໂລກ ພິ­ເສດ ສ້າງ​ໃຫ້​ຜູ້​ຜະ­ລິດ​ກະ­ສິ­ກຳ ແລະ ຜູ້​ປຸງ​ແຕ່ງ ອາ­ຫານ​ໄດ້​ມີ​ການ​ຊື້​ຂາຍ​ຮ່ວມ​ກັນ ຄາດ​ວ່າ​ງານ​ຄັ້ງ​ນີ້​ຜູ້​ປະ­ກອບ​ການ​ຈະ​ມີ​ລາຍ​ຮັບ​ຍອດ​ເງິນ​ໝູ­ນວຽນ​ໃນ 4 ວັນ​ປະ­ມານ 4 ຕື້​ກີບ ແລະ ຄາດ​ວ່າ​ຈະ​ດຶງ​ດູດ​ຜູ້​ມາ​ທ່ຽວ​ຊົມ​ໃນ​ງານ​ປະ­ມານ 800 ເທື່ອ​ຄົນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.