ກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ

06:37 | 30/01/2020

ໃນວັນທີ 26 ມັງກອນ ປີ 2020, ກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ - ກໍາປູເຈຍ ລະຫວ່າງ ແຂວງຈໍາປາສັກ-ສປປ ລາວ ແລະ ແຂວງຊຽງແຕງ ແຫ່ງຣາ ຊະອານາຈັກກໍາປູເຈຍ, ຈັດຂຶ້ນຢູ່ກອງບັນຊາການທະຫານແຂວງຈໍາປາສັກ.

ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ພົນຈັດຕະວາ ສຸໄກ ພິມມະສານ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຫົວໜ້າການທະຫານກອງບັນຊາການທະຫານ ແຂວງຈໍາປາສັກ, ກອງທັບປະຊາຊົນລາວ, ພ້ອມຄະນະ - ຝ່າຍແຂວງຊຽງແຕງນຳໂດຍ ທ່ານ ພົນໂທ ສະວາຍຢອນ, ຫົວໜ້າກອງບັນຊາການທະຫານແຂວງຊຽງແຕງກອງທັບຣາຊະອານາຈັກກໍາປູເຈຍພ້ອມຄະນະ.

ກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ

ອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ - ກໍາປູເຈຍ (ພາບ: kongthap.la)

ໃນກອງປະຊຸມທັງສອງຝ່າຍ ໄດ້ລາຍງານສະພາບຕາມບໍລິເວນຊາຍແດນ ລາວ-ກໍາປູເຈຍ ໃນປີ 2019 ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນຂອງການຮ່ວມມືສອງຝ່າຍໄດ້ເຮັດໃຫ້ບໍລິເວນຊາຍແດນ ໄດ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍເປັນຕົ້ນການຮ່ວມກັນປັກຫຼັກໝາຍຊາຍແດນ 066.1 ໃໝ່ແທນຫຼັກເກົ່າທີ່ເສຍໄປ, ສ້ອມແປງຫຼັກໝາຍເລກທີ 030.032 037.044 ແລະ 063 ໃໝ່ ກອງປະຊຸມຄັ້ງນີ້ທັງສອງຝ່າຍໄດ້ເປັນເອກະພາບຕໍ່ທິດທາງແຜນການ ໂດຍໄດ້ເອກະພາບກັນ 9 ຂໍ້ຄື: 1. ສືບຕໍ່ປະຕິບັດຕາມບົດບັນທຶກຂອງກອງປະຊຸມ ຄັ້ງທີ 19 - 20 ກັນຍາ 2018 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຜູ້ບັນຊາການທະຫານສູງສຸດຣາຊະອານາຈັກກໍາປູເຈຍ.

2. ເອກະພາບ ສືບຕໍ່ປະຕິບັດບົດບັນທຶກກອງປະຊຸມຄັ້ງທີ 13 ລະຫວ່າງເຈົ້າແຂວງໆຈຳປາສັກ ແລະ ເຈົ້າ ແຂວງຊຽງແຕງ, ໃນຄັ້ງທີ 30 ເມສາ ປີ 2019 ທີ່ແຂວງຈໍາປາ ສັກດ້ວຍການຮ່ວມມືຮອບດ້ານ ລະຫວ່າງຊຽງແຕງຣາຊະອານາຈັກກໍາປູເຈຍ ແລະ ແຂວງຈໍາປາສັກ ສປປ ລາວ ແລະ ເປັນເອກະພາບອີກ 7 ຂໍ້ທີ່ມີເນື້ອໃນ ໃນການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຊາຍແດນສະກັດ ກັນກຸ່ມຄົນບໍ່ຫວັງດີທີ່ຫວັງຂ້າມ ຊາຍແດນກໍ່ຄວາມບໍ່ສະຫງົບ, ຄ້າຂາຍຢາເສບຕິດ, ຕັດໄມ້ທໍາລາຍປ່າ ແລະ ລ່າສັດ-ການຫາປາ ແລະ ຕົກລົງເປັນເອກະພາບກະກຽມຮັກສາຄວາມສະຫງົບໃຫ້ກໍາມະການຊາຍແດນ ໃນການກໍ່ສ້າງ ແລະ ສ້ອມແປງຫຼັກໝາຍຊາຍແດນ ແລະ ຕົກລົງນັດປະຊຸມ 6 ເດືອນຕໍ່ຄັ້ງ, ກອງບັນຊາການເມືອງ 3 ເດືອນຕໍ່ຄັ້ງຖ້າມີກໍລະນີມີເຫດການເກີດ ຂຶ້ນຕ້ອງລາຍງານໃຫ້ກັນ ແລະ ກັນຊາບເພື່ອຮ່ວມກັນແກ້ໄຂຢ່າງຮີບດ່ວນດ້ວຍສັນຕິວິທີ, ທັງສອງຝ່າຍໄດ້ລົງລາຍເຊັນຕໍ່ບົດບັນທຶກຮ່ວມກັນຢ່າງເປັນເອກະພາບບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບອໍານາດອະທິປະໄຕ ເຊິ່ງກັນ ແລະ ກັນມີຄວາມສາມັກຄີຮັກແພງສ້າງໃຫ້ເສັ້ນຊາຍແດນ ເປັນຊາຍແດນແຫ່ງສັນຕິພາບ ແລະ ມິດຕະພາບຢ່າງແທ້ຈິງ.

(ແຫຼ່ງ​ຂໍ້​ມູນ​: kongthap.la)

ເຫດການ
302 Found

Found

The document has moved here.