ການແຮງງານລາວ ໄດ້ພັດທະນາສີມືກະໂດດຂັ້ນ ເກືອບ 80 ພັນຄົນ

06:11 | 30/01/2020

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມວິຊາການແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2019 ຂຶ້ນວັນທີ 27-28 ມັງກອນ 2020 ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາທ່ານຮອງລັດ-ຖະມົນຕີ ຫົວໜ້າກົມ ຫົວໜ່ວຍວິຊາການ ຫົວໜ້າພະແນກ ຮສສ ແຂວງ ນະຄອນຫຼວງ ແລະ ພະນັກງານວິຊາການ ຜູ້ຕາງໜ້າຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອ­ກາດ​ນີ້ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ໄດ້​ກ່າວ​ວ່າ: ປີ 2019 ຂະ­ແໜງ ຮສສ ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ ແລະ ໜ້າ­ທີ່​ຂອງ​ຕົນ​ຢ່າງ​ຕັ້ງ­ໜ້າ​ມີ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ໂດຍ​ໄດ້​ເພີ່ມ​ທະ­ວີ​ປະ­ຕິ­ບັດ​ບົດ­ບາດ​ມະ­ຫາ​ພາກ​ຢ່າງ​ຕັ້ງ­ໜ້າ ດ້ວຍ​ການ​ຄົ້ນ­ຄວ້າ​ສ້າງ​ກົດ­ໝາຍ ແລະ ລະ­ບຽບ​ການ​ຕ່າງໆ ພ້ອມ​ທັງ​ຕິດ­ຕາມ​ຊຸກ­ຍູ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ກວ້າງ­ຂວາງ ແລະ ມີ​ຄວາມ​ສັກ­ສິດ​ກວ່າ​ເກົ່າ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ເລກ​ຄາດ­ໝາຍ​ສູ້​ຊົນ​ຫຼາຍ​ດ້ານ​ມີ​ຄວາມ​ຄືບ​ໜ້າ​ດີ​ຂຶ້ນ ເປັນ­ຕົ້ນ ຕົວ​ເລກ​ການ​ພັດ­ທະ­ນາ​ສີ­ມື​ແຮງ​ງານ ການ​ຈັດ​ຫາ​ວຽກ​ເຮັດ​ງານ​ທຳ ການ​ຄຸ້ມ​ຄອງ​ແຮງ​ງານ ອັດ­ຕາ​ການ​ຂະ­ຫຍາຍ​ປະ­ກັນ​ສັງ­ຄົມ ນະ­ໂຍ­ບາຍ​ສະ­ແດງ​ຄວາມ​ກະ­ຕັນ­ຍູ​ຕໍ່​ຜູ້​ມີ​ຜົນ­ງານ ວຽກ​ສັງ­ຄົມ​ສົງ­ເຄາະ ແລະ ໄພ­ພິ­ບັດ ວຽກ​ເກັບ​ກູ້​ລະ­ເບີດ​ຕົກ​ຄ້າງ​ບໍ່​ທັນ​ແຕກ ແລະ ວຽກ​ງານ​ກາ­ແດງ ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ​ຂອງ​ຕົນ​ຕາມ​ທິດ​ທາງ ແລະ ຄາດ­ໝາຍ​ສູ້​ຊົນ​ທີ່​ໄດ້​ກຳ­ນົດ​ໃນ​ແຜນ​ພັດ­ທະ­ນາ​ວຽກ ຮສສ ປະ­ຈຳ​ປີ 2019 ຕິດ​ພັນ​ກັບ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ແລະ ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ຢ່າງ​ຕັ້ງ­ໜ້າ.

ການແຮງງານລາວ ໄດ້ພັດທະນາສີມືກະໂດດຂັ້ນ ເກືອບ 80 ພັນຄົນ

ການສ້ອມແປງລົດໃນລາວໃຫ້ເກັບລາຍໄດ້ດ້ທີ່ໝັ້ນຄົງ. (ພາບ: nld.com)

ພ້ອມ​ກັນ​ນັ້ນ ໄດ້​ສຳ­ເລັດ​ຄຳ​ແນະ­ນຳ​ວ່າ​ດ້ວຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ວຽກ​ງານ ຮສສ ປະ­ຈຳ​ປີ 2019 ເຊິ່ງ​ເປັນ​ເຄື່ອງ­ມື​ໃຫ້​ບັນ­ດາ​ກົມ ຫົວ­ໜ່ວຍ​ວິ­ຊາ​ການ ພະ​ແນກ ຮສສ ແຂວງ ນະ­ຄອນ­ຫຼວງ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ຄາດ­ໝາຍ​ສູ້​ຊົນ​ແຕ່​ລະ​ດ້ານ​ໃຫ້​ມີ​ປະ​ສິດ­ທິ​ຜົນ ແລະ ໄດ້​ຕິດ­ຕາມ​ຊຸກ­ຍູ້​ຢ່າງ​ໃກ້­ຊິດ­ຕິດ­ແທດ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ ຮສສ ຢູ່​ສູນ​ກາງ ແລະ ທ້ອງ­ຖິ່ນ​ຢ່າງ​ເລິກ­ເຊິ່ງ​ກວ່າ​ເກົ່າ ບັນ­ດາ​ຄະ­ນະ​ກົມ ຫົວ­ໜ່ວຍ​ວິ­ຊາ​ການ ພະ​ແນກ ຮສສ ແຂວງ ນະ­ຄອນ­ຫຼວງ ແລະ ພະ­ນັກ­ງານ-ລັດ­ຖະ­ກອນ ໄດ້​ເພີ່ມ​ທະ​ວີ­ສະ­ຕິ​ຄວາມ​ຮັບ­ຜິດ­ຊອບ ແລະ ຍົກ​ລະ­ດັບ​ຄວາມ​ຮູ້​ຄວາມ​ສາ­ມາດ​ດ້ານ​ວິ­ຊາ​ການ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ຂຶ້ນ ເປັນ​ກຳ­ລັງ​ແຮງ​ສັງ​ລວມ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ວຽກ​ງານ ຮສສ ປະ­ຈຳ​ປີ 2019 ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ ແລະ ກວ້າງ­ຂວາງ​ກວ່າ​ເກົ່າ ທັງ​ໄດ້​ເອົາ­ໃຈ­ໃສ່​ຕິດ­ຕາມ​ການ​ດຸ່ນ​ດ່ຽງ​ແຮງ​ງານ​ຕາມ​ທິດ​ການ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະ­ໄໝ ອັດ­ຕາ​ສ່ວນ​ໂຄງ​ປະ­ກອບ​ກຳ­ລັງ​ແຮງ​ງານ​ຂົງ­ເຂດ​ກະ­ສິ­ກຳ​ຫຼຸດ​ລົງ​ຈາກ 64,8% ປີ 2018 ເປັນ 64,1% ປີ 2019 ຂົງ­ເຂດ​ອຸດ­ສາ­ຫະ­ກຳ ແລະ ບໍ່​ແຮ່ ເພີ່ມ​ຈາກ 11,6% ປີ 2018 ເປັນ 12% ປີ 2019 ແລະ ຂົງ­ເຂດ​ການ​ບໍ­ລິ­ການ​ເພີ່ມ​ຈາກ 23,6% ປີ 2018 ເປັນ 23,7% ປີ 2019 ປະ­ສານ​ສົມ­ທົບ​ກັບ​ບັນ­ດາ​ຂະ­ແໜງ­ການ​ຂອງ​ລັດ ແລະ ເອ­ກະ​ຊົນ​ໃນ​ການ​ເຝິກ ແລະ ພັດ­ທະ­ນາ​ສີ­ມື​ແຮງ​ງານ​ໃຫ້​ແກ່​ແຮງ​ງານ​ລາວ​ໄດ້​ທັງ​ໝົດ 75.769 ຄົນ ຍິງ 33.709 ຄົນ ເທົ່າ​ກັບ 48,83% ຂອງ​ແຜນ­ການ​ປີ (155.183 ຄົນ) ໃນ​ນີ້ ຂະ­ແໜງ​ກະ­ສິ­ກຳ 19.063 ຄົນ ຍິງ 8.309 ຄົນ ອຸດ­ສາ­ຫະ­ກຳ 19.332 ຄົນ ຍິງ 4.609 ຄົນ ແລະ ຂະ­ແໜງ​ບໍ­ລິ­ການ 37.370 ຄົນ ຍິງ 20.791 ຄົນ.

ນອກ​ນີ້ ກອງ​ປະ­ຊຸມ​ຍັງ​ໄດ້​ພ້ອມ​ກັນ​ຮັບ​ຟັງ​ສະ­ຫຼຸບ​ຕີ​ລາ­ຄາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ ຮສສ ປີ 2019 ແລະ ທິດ​ທາງ​ແຜນ­ການ​ປີ 2020 ເປັນ​ປີ​ມ້ວນ­ທ້າຍ​ຂອງ​ແຜນ 5 ປີ ຂອງ​ຂະ­ແໜງ­ການ ຮສສ ແລະ ກຳ­ລັງ​ຄົ້ນ­ຄວ້າ​ສ້າງ​ຮ່າງ​ແຜນ​ພັດ­ທະ­ນາ ຮສສ 5 ປີ ຄັ້ງ​ທີ V ໄລ­ຍະ​ປີ 2021-2025 ລວມ​ທັງ​ການ​ສະ­ເໜີ​ບົດ​ວິ­ຊາ​ການ​ຕ່າງໆ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ເຂົ້າ­ໃຈ​ໃຫ້​ກວ້າງ­ຂວາງ​ກວ່າ​ເກົ່າ ແລະ ວາງ​ມາດ​ຕະ­ການ​ຕ່າງໆ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ຄາດ­ໝາຍ​ວຽກ ຮສສ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃຫ້​ມີ​ປະ​ສິດ­ທິ​ຜົນ​ດີ​ຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: vientianemai)

ເຫດການ
302 Found

Found

The document has moved here.