ວັນທີ 18 ກັນຍາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ເລືອງ ເກື່ອງ ເລຂາທິການສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ກັນຍາ 2018 ນີ້.
ຍສໝ - ຄະນະພະນັກງານ ກົມການເມືອງ ຂັ້ນສູງ ກອງທັບປະຊາຊົນຫວຽດນາມ ເດີນທາງໄປຢ້ຽມຢາມລາວ ແລະ ລາດສະອານາຈັດ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 18 ຮອດວັນທີ 22 ກັນຍາ.
ຍສໝ - ສອງວັນທີ່ຜ່ານມາ, ທ່ານພົນຕີ ຮວ່າງຊົນ ຈ໋ຽນ ກໍາມະການສູນກາງພັກ ກໍາມະການຄະນະພັກການທະຫານສູນກາງ ຫົວໜ້າກອງບັນຊາການ ທະຫານຊາຍແດນ ນໍາພາຄະນະປະຕິບັດງານ ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກ ກັບ ກົມໃຫຍ່ປ້ອງກັນຄວາມສະຫງົບ ກະຊວງປ້ອງກັນຄວາມສະຫງົບລາວ.
ຍສໝ - ໃນຕອນເຊົ້າວັນທີ 12 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປືກສາຫາລື ເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27, ທີ່ ສສ.ຫວຽດນາມ (Economic Forum on ASEAN).
ຍສໝ - ມູນຄ່າການລົງທືນ ປະມານ 650 ລ້ານໂດລາສະຫະລັດ ຈະໃຊ້ເຂົ້າໃນໂຄງການ-ການລົງທືນຂຸດຄົ້ນແຮ່ທາດທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ ໃນ ສປປ ລາວ.
ຍສໝ - ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ ເນັ້ນໜັກວ່າ: ກອງປະຊຸມ WEF ASEAN ທີ່ຈະຈັດຂື້ນຢູ່ ຫວຽດນາມ ແມ່ນໜຶ່ງໃນເຫດການທີ່ສຳຄັນ ແລະ ເປັນເວທີໃຫ້ການນຳຫຼືປະມຸກລັດຂອງບັນດາປະເທດ ASEAN ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 (4.0) ແມ່ນຫົວຂໍ້ໜຶ່ງທີ່ເປັນກະແສຮ້ອນແຮງຂອງບັນດາປະເທດໃຫ້ຄວາມສົນໃຈ.
ຍສໝ - ຕາມການລາຍງານຂອງ ໜັງສືພິມ ປະຊາຊົນ ຂອງ ລາວ ສະບັບອອກ ວັນທີ 7 ກັນຍາ ໄດ້ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸຸມ ເສດຖະກິດ ໂລກ ASEAN (WEF ASEAN) 2018 ເຊິ່ງຈະເລີ່ມຂື້ນໃນວັນທີ 11 ຫາ 13 ກັນຍາ ນີ້ ຢູ່ ຮ່າໂນ້ຍ.
ຍສໝ - ປະທານຄະນະກຳມະການສູນກາງ ແນວລາວສ້າງຊາດລາວ ທ່ານ ໄຊສົມພອນ ພົມວິຫານ ຢັ້ງຢືນວ່າ: ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍາມໃດກໍ່ມີຄວາມເຄົາລົບຕໍ່ນຳ້ໃຈມິດຕະພາບຂອງຫວຽດນາມ ທີ່ມອບໃຫ້ແກ່ປະຊາຊົນລາວໃນຊຸມປີທີ່ຜ່ານມາ.
ຍສໝ - ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດ ຄົບຮອບ 73 ປີ ສາທາລະນະລະລັດ ສັງຄົມນິຍົມ ຫວຽດນາມ ( ວັນທີ 2 ກັນຍາ 1945 - ວັນທີ 2 ກັນຍາ 2018), ວັນທີ 01 ກັນຍາ ຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ.ລາວ, ງານການແຂ່່ງຂັນກິລາ ເຕະບານ ຊາວໜຸ່ມຫວຽດນາມ ຢູ່ ລາວ ຄັ້ງທີ 5 ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ.
ທ້າຍເດືອນທີ່ຜ່ານມາ, ທີ່ ນະຄອນຫລວງວຽງຈັນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ຫງວຽນ ຝູ້ ຈ໋ອງ, ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ສະຫາຍ ເຈີ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 73 ປີ.
ຍສໝ - ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2018-2019 ນີ້, ຂ້າພະເຈົ້າ ຂໍຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ອັນອົບອຸ່ນ ຄວາມຮັກແພງ ອັນຈິງໃຈ ມາຍັງຜູ້ບໍລິຫານການ ສຶກສາທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດ ໃນຂອບເຂດທົ່ວປະເທດ ມານະໂອກາດນີ້.
ຍສໝ - ໃນວັນທີ 23-24 ສິງຫາ, 2018 ເຊິ່ງແມ່ນສ່ວນໜຶ່ງຂອງການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ສະພາທຸລະກິດສະຫະລັດ-ອາຊຽນ, ຜູ້ນໍາຈາກບັນດາບໍລິສັດຂະໜາດໃຫຍ່ຂອງສະຫະລັດອາເມລິກາ ໄດ້ພົບປະກັບລັດຖະບານຂອງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ເປົ້າໝາຍຫຼັກຂອງການມາຢ້ຽມຢາມຄັ້ງນີ້ ແມ່ນສົນທະນາກ່ຽວກັບວິທີການໃໝ່ໆໃນການຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.
ຍສໝ - ໃນວັນທີ 9 ສິງຫາ 2018 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປະດັບຫຼຽນໄຊ ແລະ ຫຼຽນ ກາມິດຕະພາບ ໃຫ້ແກ່ ນະຄອນຫຼວງຮ່າໂນ້ຍ.
ທ້າຍທິດທີ່ຜ່ານມາ, ປ້ອມທະຫານຊາຍແດນດ່ານສາກົນນ້ຳກັນ, ທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບຫ້ອງການພາສີດ່ານສາກົນນ້ຳກັນ ແລະອຳນາດການປົກຄອງຕາແສງນ້ຳກັນ, ເມືອງກີ່ເຊີນ, ແຂວງເງະອານ ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 221, ກອງບັນຊາການທະຫານແຂວງຊຽງຂວາງ.
ຍສໝ - ຕອນເຊົ້າວັນທີ 27 ກໍລະກົດ ທ່ານ ດ່າວວັນຫ໋ຽວ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ຂອງລາວ ໄດ້ລົງພື້ນທີ່ຕົວຈິງເພື່ອຖາມຂ່າວຄາວ ແລະ ມອບເຄື່ອງຂອງໃຫ້ບັນດາຄອບຄົວຜູ້ປະສົບໄພຊາວຫວຽດນາມ.
ມື້ວານນີ້, ຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານສານທະຫານ ສປປ ລາວ ໄດ້ອັດລົງຢູ່່່ກອງ 871(ກົມໃຫຍ່ການເມືອງ).
ຍສໝ - ໃນຂອບເຂດການຢ້ຽມຢາມ ມິດຕະພາບ ສສ ຫວຽດນາມ ຢ່າງເປັນທາງການ ສອງວັນທີ່ຜ່ານມາ ທ່ານເລຂາທິການ ບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ພ້ອມພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທັງຫວ໋າ
ຍສໝ - ເນື່ອງໃນໂອກາດຄົບຮອບ 10ປີ ການສ້າງສາຍພົວພັນຮ່ວມມືມິດຕະພາບ ອຽນບ໋າຍ-ວຽງຈັນ (2008-2018) ຕອບສະໜອງຄຳເຊີນຂອງ ສະຫາຍ ວີດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆ ວຽງຈັນ, ສປປ ລາວ ຄະນະບໍລິຫານງານແຂວງ ອຽນບ໋າຍ ນຳໂດຍສະຫາຍ ໂດ໋ດຶກຢຸຍ- ຮອງເລຂາພັກແຂວງ ເຈົ້າແຂວງໆ ອຽນບ໋າຍ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ.
ຍສໝ - ທະນາຄານ ຫຸ້ນສ່ວນການຄ້າ ລົງທືນ ແລະ ພັດທະນາ ຫວຽດນາມ BIDV ໄດ້ປະສານສົມທົບກັບ ພະແນກ ສືກສາທິການ ແຂວງ ເຊກອງ ໄຂພິທີກໍ່ສ້າງ ໂຮງຮຽນ ມັດທະຍົມ ດັກຈືງ ໃຫ້ປະຊາຊົນທ້ອງຖິ່ນ.
ຍສໝ - ຫົວຂໍ້ທີ 3 ສຸມຄວາມພະຍາຍາມເພື່ອກ້າວໄປສູ່ການສ້າງລະບົບແຫ່ງຊາດດ້ວຍປະຊາຊົນ, ນະໂຍບາຍການຮຽນຮູ້ຕະຫຼອດຊີວິດຂອງ ສປປ ລາວ ໄດ້ເນັ້ນໃສ່ການສ້າງກົນໄກຂອງການສຶກສາ ເພື່ອໃຫ້ເຂົ້າເຖິງ ແລະ ກະຕຸກຊຸກຍູ້ໃຫ້ກຸ່ມເປົ້າໝາຍເຂົ້າຮ່ວມການຮຽນຮູ້ຕະຫຼອດຊີວິດ.