ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງ ປະຊຸມເວທີ ປືກສາຫາລື ເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27

08:41 | 13/09/2018

ຍສໝ - ໃນຕອນເຊົ້າວັນທີ 12 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປືກສາຫາລື ເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27, ທີ່ ສສ.ຫວຽດນາມ (Economic Forum on ASEAN).

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງ ປະຊຸມເວທີ ປືກສາຫາລື ເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ເວທີປືກສາຫາລື ເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27 (Economic Forum on ASEAN).

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 12 ກັນຍາ 2018 ທີ່ນະຄອນຫລວງ ຮ່າໂນ້ຍ, ສສ. ຫວຽດນາມ, ກ່າວໃນພີທີເປີດຢ່າງເປັນທາງການ ໂດຍທ່ານ ຫງວຽນ ຊວນ ຟຸກ ນາຍົກ ລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ທ່ານ Klaus Schwab, ປະທານຜູ້ບໍລິຫານເວທີເສດຖະກິດໂລກ.

ກອງປະຊຸມຄັ້ງນີ້, ສະຫາຍ ຫງຽວນ ຟູ ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ, ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໄດ້ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ ທີ່ເປັນຕົວແທນຈາກລັດຖະບານ ແລະ ຫົວໜ່ວຍ ທຸລະກິດໃນພາກພື້ນ ແລະ ໃນໂລກເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ບັນດາຜູ້ນຳຂອງແຕ່ລະປະເທດ ສະມາຊິກອາຊຽນ ໄດ້ປະກອບຄຳເຫັນ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວິໃສທັດໃນການປະກອບທຸລະກິດ, ການ ປະຕິຮູບອຸດສະຫະກຳ 4.0 ໃນການພັດ ທະນາເສດຖະກິດ-ສັງຄົມ ໃນພາກພື້ນອາຊຽນ ແລະ ສາກົນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນປະກອບຄຳເຫັນໃນກອງປະຊຸມ ກ່ຽວກັບ ບັນດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນຍຸກສະໄໝການປະຕິວັດອຸດສະຫະກຳ 4.0 ທີ່ປະເທດອາຊຽນ ລວມທັງ ສປປ ລາວ ກຳລັງປະເຊີນຢູ່ ນັບທັງຄວາມກຽມພ້ອມເພື່ອສາມາດ ຮັບມືກັບສິ່ງທ້າທາຍນາໆປະການໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານນາຍຍົກລັດຖະມົນຕີ ກໍໄດ້ເປັນກຽດຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ສີລັງກາ ເພື່ອປືກສາຫາລືກັນ ໃນກອບການຮ່ວມມືສອງຝ່າຍ ລະຫວ່າງ ສອງປະເທດ ລາວ-ສີລັງກາ ໃນອານາຄົດ. ໃນຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກໍໃດ້ເຂົ້າຮ່ວມກອງປະຊຸມພົບປະບໍ່ເປັນທາງການ ຂອງຜູ້ນຳເສດຖະກິດໂລກ ກັບຜູ້ນຳອາຊຽນ. ນອກຈາກນັ້ນ, ທ່ານນາຍົກລັດ ຖະມົນຕີ ແລະ ຄະນະ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Klaus Schwab, ປະທານບໍລິຫານເວທີເສດຖະກິດໂລກ ພື່ອປືກສາຫາລືແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບສະພາບ ການເສດ ຖະກິດ-ສັງຄົມ ໃນ ສປປ ລາວ ກໍຄື ໃນພາກພື້ນອາຊຽນ.

ໃນຕອນບາຍ ທ່ານນາຍົກລັດຖະມົນຕີ ແລະ ຄະນະກໍໄດ້ເຂົ້າຮ່ວມກອງປະຊຸມ ທາງການ ພາຍ ພາຍໃຕ້ຫົວຂໍ້ວິໄສທັດໃໝ່ ສຳລັບພາກພື້ນແມ່ນໍ້າຂອງ, ຊຶ່ງມີຜູ້ນຳຈາກບັນດາປະເທດແມ່ນ້ຳຂອງເຂົ້າຮ່ວມເພື່ອປືກສາຫາລື ແລະ ແລກປ່ຽນຄຳເຫັນ ກ່ຽວກັບການຮ່ວມມືການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໃນໄລຍະການປະຕິວັດອຸດສະຫະກຳ 4.0.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.