ສປປ ລາວ ຈະຮັບຝັງຄຳຄິດຄຳເຫັນ ປະກອບຂອງຫວຽດນາມ ແລະ ບັນດາປະເທດ ອາຊຽນ ASEAN

14:35 | 11/09/2018

ຍສໝ - ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ ເນັ້ນໜັກວ່າ: ກອງປະຊຸມ WEF ASEAN ທີ່ຈະຈັດຂື້ນຢູ່ ຫວຽດນາມ ແມ່ນໜຶ່ງໃນເຫດການທີ່ສຳຄັນ ແລະ ເປັນເວທີໃຫ້ການນຳຫຼືປະມຸກລັດຂອງບັນດາປະເທດ ASEAN ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການປະຕິວັດອຸດສາຫະກຳ ຄັ້ງທີ 4 (4.0) ແມ່ນຫົວຂໍ້ໜຶ່ງທີ່ເປັນກະແສຮ້ອນແຮງຂອງບັນດາປະເທດໃຫ້ຄວາມສົນໃຈ.

ສປປ ລາວ ຈະຮັບຝັງຄຳຄິດຄຳເຫັນ ປະກອບຂອງຫວຽດນາມ ແລະ ບັນດາປະເທດ ອາຊຽນ ASEAN

ທ່ານລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ຊ້າຍ) ແລະ ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ.

ແຕ່ວັນທີ 11-13 ກັນຍານີ້ ຫວຽດນາມ ແລະ ເວທີເສດຖະກິດໂລກ (WEF) ປະສານກັນຈັດ ກອງປະຊຸມ ເສດຖະກິດໂລກ ກ່ຽວກັບ ASEAN (WEF ASEAN) ປີ 2018. ນີ້ແມ່ນກອງປະຊຸມທີ່ສຳຄັນດຶງດູດ ການນຳ ຫຼືປະມຸກລັດຂອງບັນດາປະເທດທັງສາກົນ ແລະ ພູມມິພາກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ໃນນັ້ນ ມີນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານທອງລຸນ ສີສຸລິດ. ໂອກາດນີ້ນັກຂ່າວ ສຳນັກຂ່າວຫວຽດນາມ ປະຈຳລາວ ໄດ້ສຳພາດ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ລາວ ທ່ານ ບໍ່ແສງຄຳ ວົງດາລາ ໜຶ່ງໃນສະມາຊິກຄະນະ ທີ່ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢູ່ຫວຽດນາມ ກ່ຽວກັບຄວາມໝາຍຄວາມສຳຄັນຂອງ ເຫດການຫຼືກອງປະຊຸມນີ້.

ທ່ານລັດຖະມົນຕີ ບໍ່ແສງຄຳ ວົງດາລາ ໃຫ້ຮູ້ວ່າ: ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະນຳພາຄະນະບັນດາລັດຖະມົນຕີຈຳນວນໜຶ່ງ ເຂົ້າຮ່ວມແລກປ່ຽນ ຖອດຖອນບົດຮຽນ, ພ້ອມກັນນັ້ນກໍ່ເພື່ອຮັບຝັງຄຳຄິດຄຳເຫັນ ປະກອບສ່ວນຂອງນັກວິຊາການຊ່ຽວຊານ ບັນດາວິທະຍາກອນ. ທ່ານຍັງເນັ້ນໜັກວ່າ: ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮວມກອງປະຊຸມ WEF ASEAN ປີ 2018 ສະແດງໃຫ້ເຫັນເຖິງລາວ ເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນຂອງ ເວທີດັ່ງກ່າວນີ້.

ຜ່ານກອງປະຊຸມ WEF ASEAN ປີ 2018 ຄັ້ງນີ້ ລັດຖະມົນຕີ ບໍ່ແສງຄຳ ວົງດາລາ ໄດ້ໃຫ້ຮູ້ວ່າ: ສປປ ລາວ ມຸ້ງມາດປາດຖະໜາ ໃຫ້ບັນດາການນຳ ກໍ່ຄືປະມຸກລັດຂອງບັນດາປະເທດ ອາຊຽນ ຈະມີໂອກາດ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ ຂອງ ຂະບວນການປະຕິວັດ ອຸດສາຫະກຳ 4.0 ຮັບໃຊ້ ການພັດທະນາ ເສດຖະກິດ-ສັງຄົມຂອງແຕ່ລະປະເທດ. ທ່ານຍັງເວົ້າອີກວ່າ: ເວທີປາໄສຄັ້ງນີ້ ລາວຈະຮັບຝັງ ບັນດາຄຳຄິດຄຳເຫັນປະກອບ ແລະ ຖອດຖອນບົດຮຽນເພື່ອຮຽນຮູ້ ຈາກ ຫວຽດນາມ ກໍ່ຄືບັນດາປະເທດ ອາຊຽນ ໃນວຽກງານນຳໃຊ້ເຕັກໂນໂລຊີທັນສະໄໝ ພິເສດແມ່ນອຸດສາຫະກຳ 4.0 ເຂົ້!ໃນການຮັບໃຊ້ວຽກງານພັດທະນາເສດຖະກິດ-ສັງຄົມ. ເວທີປາໄສດັ່ງກ່າວນີ້ ສ້າງໂອກາດໃຫ້ແກ່ອົງການທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ພົບປະກັບບັນຊ່ຽວຊານ, ນັກວິທະຍາສາດນັກຄົ້ນຄວ້າ ມາຈາກອົງການສາກົນທີ່ສຳຄັນ ເພື່ອສືບຕໍ່ແລກປ່ຽນ ແລະ ຮຽນຮູ້ປະສົບການ ໃນການນຳໃຊ້ວິທະຍາສາດ-ເຕັກນິກ ໃນການພັດທະນາ ເສດຖະກິດ-ສັງຄົມ.

ກ່ຽວກັບຄວາມສຳຄັນຂອງ ການປະຕິວັດອຸດສາຫະກຳ 4.0 ທ່ານລັດຖະມົນຕີ ບໍ່ແສງຄຳ ວົງດາລາ ຕີລາສູງ ການປະຕິວັດນີ້ ວ່າແມ່ນ ຂະບວນການ-ການປ່ຽນແປງ ນອກໂຕ ແລະ ເປັນຈິງ. ຍ້ອນແນວນັ້ນ ທຸກໆປະເທດ ລ້ວນແລ້ວແຕ່ຈະເຂົ້າຮ່ວມ ເພື່ອນຳໃຊ້ຢ່າງມີປະສິດທິຜົນ ວິທະຍາສາດ-ເຕັກໂນໂລຊີ ເຂົ້າພັດທະນາ ເສດຖະກິດ-ສັງຄົມ ຂອງຕົນ, ແຕ່ວ່າໃນແຕ່ລະປະເທດຈະມີຄວາມສາມາດປັບຕົວໃຫ້ເໝາະ ທີ່ແຕກຕ່າງກັນ. ທ່ານ ບໍ່ແສງຄຳ ວົງດາລາ ຍອມຮັບວ່າວຽກງານການກຽມພ້ອມຮັບ ການປະຕິວັດອຸດສາຫະກຳ 4.0 ຍັງພົບກັບຄວາມຫຍຸ້ງຍາກຫຼາຍທຽບໃສ່ບັນດາປະເທດ ກຳລັງພັດທະນາ , ແຕ່ວ່າ ກຳນຳຂອງກໍ່ຄືອົງການທີ່ກ່ຽວຂ້ອງຂອງ ລາວ ຄາດໝາາຍວ່າດ້ວຍການປະສານສົມທົບລະຫວ່າງ ບັນດາປະເທດ ອາຊຽນ ຄື: ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລາວ-ຫວຽດນາມ ການນຳໃຊ້ເຕັກໂນໂລຊີ ຂອງລາວ ໃນຂະບວນການ-ປະຕິວັດອຸດສາຫະກຳ 4.0 ຈະປະສົບຜົນສຳເລັດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.