ພິທີປະດັບ ຫຼຽນໄຊ ອິດສະຫຼະ ຂອງ ສປປ ລາວ ໃຫ້ແກ່ການນຳ ແນວໂຮມຊາດ ແລະ ຄະນະກຳມະການ ຂົນຂວາຍສູນກາງ ຫວຽດນາມ

15:13 | 05/09/2018

ຍສໝ - ປະທານຄະນະກຳມະການສູນກາງ ແນວລາວສ້າງຊາດລາວ ທ່ານ ໄຊສົມພອນ ພົມວິຫານ ຢັ້ງຢືນວ່າ: ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍາມໃດກໍ່ມີຄວາມເຄົາລົບຕໍ່ນຳ້ໃຈມິດຕະພາບຂອງຫວຽດນາມ ທີ່ມອບໃຫ້ແກ່ປະຊາຊົນລາວໃນຊຸມປີທີ່ຜ່ານມາ.

ພິທີປະດັບ ຫຼຽນໄຊ ອິດສະຫຼະ ຂອງ ສປປ ລາວ ໃຫ້ແກ່ການນຳ ແນວໂຮມຊາດ ແລະ  ຄະນະກຳມະການ ຂົນຂວາຍສູນກາງ ຫວຽດນາມ

ພິທີປະດັບ ຫຼຽນໄຊ ອິດສະຫຼະ ຂອງ ສປປ ລາວ ໃຫ້ແກ່ການນຳ ແນວໂຮມຊາດ ແລະ ຄະນະກຳມະການ ຂົນຂວາຍສູນກາງ ຫວຽດນາມ.

ຕອນບ່າຍຂອງວັນທີ 4 ກັນຍາ ທີ່ຮ່າໂນ້ຍ ຕ່າງໜ້າ ຂອງທ່ານປະທານປະເທດ ແລະ ລັດຖະບານ ແຫ່ງ ສປປ ລາວ ກຳມະການກົມການເມືອງ ປະທານຄະນະກຳມະການສູນກາງແນວລາວສ້າງຊາດລາວ ທ່ານ ໄຊສົມພອນ ພົມວິຫານ ໄດ້ປະດັບຫຼຽນໄຊອິດສະຫຼະ ໃຫ້ແກ່ ບັນດາສະຫາຍ ການນຳຄະນະກຳມະກາານ ຂົນຂວາຍສູນກາງ; ຄະນະກຳມະການສູນກາງແນວໂຮມຊາດຫວຽດນາມ; ຄະນະກຳມະການຊົນເຜົ່າ; ຄະນະກຳມະການພຸດທະສາດສະໜາ ລັດຖະບານ ເພື່ອຮັບຮູ້ເຖິງຄຸນງາມຄວາມດີໃນຜົນງານ ແລະ ການປະກອບສ່ວນ ອັນດີເດັ່ນຂອງບັນດາ ສະຫາຍໃນວຽກງານ ປັບປຸງ ແລະ ເພີ່ມທະວີ ມູນເຊື້ອສາຍພົວພັນມິດຕະພາບ ສາມັກຄີພິເສດ ແລະ ຮ່ວມມືຮອບດ້ານຫວຽດນາມ-ລາວ.

ກ່າວຄຳເຫັນທີ່ກອງປະຊຸມ ປະທານຄະນະກຳມະການສູນກາງແນວລາວສ້າງຊາດລາວ ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ: ຜ່ານປະຫວັດສາດທີ່ຫຍຸ້ງຍາກສັບສົນ ສອງປະຊເທດ ຫວຽດນາມ-ລາວ ຍາມໃດກໍ່ຍັງເປັນຈິດໜຶ່ງໃຈດຽວກັນ ສະໜິດແໜ້ນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. ປະຈຸບັນໃນສະພາບການແຫ່ງການເຊື່ອມໂຍງ ແລະ ສ້າງສາປະເທດຊາດ ນຳ້ໃຈສາມັກຄີ ແລະ ມູນເຊື້ອ ໄດ້ກາຍເປັນຄວາມຮຽກຮ້ອງຕັດສິນ ແລະ ສົມບັດອັນມີຄ່າຫາສິ່ງປຽບບໍ່ໄດ້ຂອງປະຊາຊົນບັນດາເຜົ່າ ລາວ-ຫວຽດນາມ; ການຮ່ວມມືດ້ານເສດຖະກິດ - ການຄ້າ ໂດຍສະເພາະແມ່ນວຽກງານຂົນຂວາຍໃນໄລຍະທີ່ຜ່ານມາ ຍາມໃດກໍ່ໄດ້ຮັບຄວາມເຄົາລົບນັບຖື ແລະ ເຫັນດີເອກກະພາບ ຈາກປະຊາຊົນທັງສອງຊາດ.

ປະທານກຳມະການສູນກາງແນວໂຮມຊາດຫວຽດນາມ ທ່ານເຈີ່ນແທັງ ເໝີ໋ນໃຫ້ຮູ້ວ່າ: ນີ້ແມ່ນລາງວັນ ອັນລຳ້ຄ່າ ແລະ ການຮັບຮູ້ຂອງພັກ-ລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ແກ່ການປະກອບສ່ວນຂອງ ຄະນະກຳມະການາຂົນຂວາຍສູນກາງ, ແນວໂຮມຊາດຫວຽດນາມ, ຄະນະກຳມະການຊົນເຜົ່າ, ຄະນະກຳມະການ ພຸດທະສາດສະໜາ ລັດຖະບານ ຫວຽດນາມ ເຂົ້າໃນມູນເຊື້ອສາຍພົວພັນມິດຕະພາບ ນຳ້ໃຈສາມັກຄີພິເສດ ລາວ-ຫວຽດນາມ ແມ່ນສົມບັດອັນມີຄ່າມະຫາສານ ຂອງສອງປະຊາຊົນບັນດາເຜົ່າ ໂດຍ ປະທານ ໂຮ່ຈີ໋ມິງ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ສ້າງຮາກຖານ ແລະ ໄດ້ຮັບການສືບສານ ແລະ ເສີມຂະຫຍາຍ ຈາກ ບັນດາຜູ້ນຳອັນດັບສູງຫຼາຍເຊັ່ນຄົນ ແລະ ປະຊາຊົນທັງສອງຊາດ.

ປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມພາກພູມໃຈທີ່ມີປະຊາຊົນລາວເປັນເພື່ອນທີ່ສັດຊື່ໂປ່ງໃສ ໃນຂະບວນການ-ການຕໍ່ສູ້ປົດປ່ອຍປະຊາຊົນ ເມື່ອກ່ອນ ກໍ່ຄືໃນຂະບວນການປ່ຽນແປງໃໝ່ ສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.

(ຫັດ​ທະ​ບູນ)

302 Found

Found

The document has moved here.