ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ໃນວັນທີ 9 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.
ໃນວັນທີ 9 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.
ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນເກືອບ 27,72 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 900.000 ຄົນ.
ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສະຫະປະຊາຊາດ ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ ທີ່ ນິວຢອກ, ສ.ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2021. ໂດຍກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂຶ້ນໂດຍອົງການ ສປຊ ໃນປີ 1971 ປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ.
ກະຊວງ ປກສ ຍັງປະຕິບັດແຜນກໍ່ສ້າງ ພະນັກງານນຳພາສືບທອດປ່ຽນແທນໃນແຕ່ລະຂັ້ນຕາມທິດຊີ້ນຳ ຂອງສູນກາງພັກຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ຮັບປະກັນ 3 ຮຸ່ນ ຄື: ອາວຸໂສ, ການນຳ, ໜຸ່ມ ທັງຮັບປະກັນມີກຳລັງເພດຍິງ, ຊົນເຜົ່າ ທີ່ສົມ ສ່ວນໃນໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ກໍຄື ຂະແໜງການວິຊາສະເພາະທີ່ຈຳເປັນ ທຽບໃສ່ໄລຍະກ່ອນ ເພີ່ມ ຂຶ້ນ 23%.
ຍສໝ - ໃນໄລຍະຈະມາເຖິງ, ສອງຝ່າຍຈະເຫັນດີເປັນເອກະພາບກຳນົດທິດຫຼາຍບັນຫາສຳຄັນໃນການຮ່ວມມືດ້ານປ້ອງກັນຊາດ, ພິເສດແມ່ນເອົາໃຈໃສ່ເປັນພິເສດເຖິງການປະສານສົມທົບໃນການກວດກາ, ຊີ້ນຳໃຫ້ກະຊວງປ້ອງກັນປະເທດຂອງສອງປະເທດປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງພັກແລະສອງປະເທດແລະແຜນການຮ່ວມມືປີ 2020 ລະຫວ່າງສອງກະຊວງປ້ອງກັນປະເທດໃຫ້ເປັນຢ່າງດີ.
ປັດຈຸບັນທົ່ວປະເທດ ລາວ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 40 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.758 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ໃນວັນທີ 7 ກັນຍາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 6 ກັນຍາ 2020, ທົ່ວປະເທດມີຜູ້ເດີນທາງ ເຂົ້າມາທັງໝົດ 1.809 ຄົນ.
ພາຍຫຼັງໄລຍະຮຽນປະລິນຍາຕີ ຢູ່ ສະຖາບັນພົວພັນຕ່າງປະເທດ ແລະ ດຳລົງຊີວິດຢູ່ຫວຽດນາມເປັນເວລາ 04 ປີ, ຜູ້ບ່າວລາວ - ພຸມພິທັດ ອຸປະເສີດ ໄດ້ຕັດສິນໃຈຢູ່ຫວຽດນາມ, ຫາເງິນດ້ວຍຕົນເອງ ເພື່ອຮຽນຕໍ່ປະລິນຍາໂທ ດ້ວຍຄວາມປາດຖະໜາ ຢາກສືບຕໍ່ໄດ້ຄົ້ນຫາປະເທດຊາດ ແລະ ຊາວຫວຽດນາມ. ສິ່ງໃດທີ່ເຮັດໃຫ້ ພຸມພິພັດ ອຸປະເສີດ ມີຄວາມສະໜິດຕິດພັນກັບຫວຽດນາມຄືແນວນັ້ນ? ຄຳຕອບຈະໄດ້ເປີດເຜີຍໃນບົດສາລະຄະດີທີ່ທ່ານຈະໄດ້ຮູ້ຈັກຕໍ່ໄປນີ້.
ຍສໝ - ເມື່ອບໍ່ດົນມານີ້, ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານການໂອ້ລົມທາງໂທລະສັບກັບ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດກໍາປູເຈຍ.
ຍສໝ - ໃນໜ້າ 1 ຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນໍາດ້ວຍຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ ບໍ່ມີມື້ຈືດຈາງ”.
ໜັງສືພິມ Vientiane Times ສະບັບອອກວັນທີ 3 ກັນຍາ ໄດ້ໃຫ້ຂ່າວວ່າ ມີບໍລິສັດ 3 ແຫ່ງໃນນັ້ນມີຂອງຫວຽດນາມ 1 ແຫ່ງໄດ້ຕົກລົງພ້ອມກັນພັດທະນາບັນດາໂຄງການໄຟຟ້າແສງຕາເວັນຢູ່ແຂວງຈໍາປາສັກ ແລະແຂວງເຊກອງ ຂອງລາວ.
ຍສໝ - ອົງການຕາງໜ້າທາງດ້ານການຄ້າ ຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ປະຈຳໄລຍະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ຢາກນຳສິນຄ້າໄປຍັງ ລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ວິສາຫະກິດຕ່າງໆຢູ່ ລາວ ທີ່ໃຫ້ມີຄວາມຕ້ອງການ
ໃນວັນທີ 3 ກັນຍາ 2020 ຊາວໜຸ່ມ ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມກັນເຂົ້າຊົມງານ ວາງສະແດງຮູບພາບ ການຮ່ວມມື ລາວ-ຫວຽດນາມ, ເຊິ່ງຈັດຂຶ້ນເພື່ອສະເຫລີມສະຫລອງວັນຊາດ ສສ. ຫວຽດນາມ ຄົບຮອບ 75 ປີ ທີ່ຫໍວັດທະນະທຳແຫ່ງຊາດ.
ໃນວັນທີ 2 ກັນຍາ 2020 ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto) ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.
ຍສໝ - ເນື່ອງໃນໂອກາດນີ້, ສະຖານກົງສຸນໃຫຍ່ຫວຽດນາມ ໄດ້ມອບໃບຢັ້ງຢືນຂອງສະຖານກົງສຸນໃຫຍ່ໃຫ້ແກ່ຊາວຫວຽດນາມຢູ່ເຂດທາງທິດຕາເວັນອອກສ່ຽງເໜືອຂອງປະເທດໄທ 45 ຄົນ ສຳລັບການປະກອບສ່ວນອັນລ້ຳຄ່າຂອງປະຊາຄົມຊາວຫວຽດນາມທີ່ບ່ອນຢູ່ອາໄສຂອງພວກເຂົາ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກໍ່ສ້າງ ແລະ ການພັດທະນາຊຸມຊົນຊາວຫວຽດນາມ ຢູ່ ເຂດຕາເວັນອອກສຽງເໜືອຂອງປະເທດໄທ.
ໃນວັນທີ 2 ກັນຍາ 2020, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສສ.ຫວຽດນາມ ປະຈໍາ ສປປ.ລາວ, ສະຫາຍພົນຕີ ແອສະໄໝ ເລືອງວັນໄຊ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຫງວຽນບ່າຮຸ່ງ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດສສ.ຫວຽດນາມ ຄົບຮອບ 75 ປີ(2/9/1945-2/9/2020).
ຍສໝ - ຕອນບ່າຍວັນທີ 1 ກັນຍາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ລາວ ໄດ້ສົມທົບກັບສະຖານທູດຫວຽດນາມປະ ຈຳລາວຈັດງານວາງສະແດງຮູບພາບ“ ສາຍພົວພັນລາວ - ຫວຽດນາມ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 02 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງສປປ.ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ, ອຳນາດການປົກຄອນນະຄອນຫຼວງວຽງຈັນ ແລະ ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນ ສິງ ຫາ ແລະ ວັນຊາດແຫ່ງປະເທດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020) ຂຶ້ນຢ່າງສົມກຽດ.
ຍສໝ - 70 ກວ່າປີໄດ້ຜ່ານໄປ, ແຕ່ທ່ານນາງ ເນືອງ ຍັງຈື່ຢູ່ວ່າໃນມື້ຊຸມນຸມມື້ນັ້ນ, ຜູ້ຄົນເຂົ້າຮ່ວມເປັນຈຳນວນຫລວງຫລາຍ, ປະຊາຊົນທຸກຊັ້ນຄົນ, ຜູ້ເຖົ້າ ແລະ ໄວໜຸ່ມໄດ້ເຕົ້າໂຮມກັນ, ທຸກຄົນລ້ວນແຕ່ມີຄວາມຮູ້ສຶກພາກພູມໃຈ, ດີໃຈແມ່ນຍາກທີ່ຈະພັນລະນາເມື່ອກ່າວເຖິງສອງຄຳວ່າ "ຫວຽດນາມ".
ການແຂ່ງຂັນກີລາການທະຫານ (ARMY GAMES 2020) ຮອບຊີງຊະນະເລີດການນຳໃຊ້ພາຫະນະຊ່າງແສງຮັບປະກັນສູ້ຮົບ ໄດ້ຈັດຂຶ້ນໃນວັນທີ 31 ສິງຫານີ້, ຢູ່ທີ່ສະໜາມແຂ່ງຂັນຂອງກອງພົນນ້ອຍຊ່າງແສງ ກອງທັບ ສ.ຮັດເຊຍ ທີ່ເມືອງ ໂວນກາກຼາດ.