ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງ ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ

15:40 | 09/09/2020

ກະຊວງ ປກສ ຍັງປະຕິບັດແຜນກໍ່ສ້າງ ພະນັກງານນຳພາສືບທອດປ່ຽນແທນໃນແຕ່ລະຂັ້ນຕາມທິດຊີ້ນຳ ຂອງສູນກາງພັກຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ຮັບປະກັນ 3 ຮຸ່ນ ຄື: ອາວຸໂສ, ການນຳ, ໜຸ່ມ ທັງຮັບປະກັນມີກຳລັງເພດຍິງ, ຊົນເຜົ່າ ທີ່ສົມ ສ່ວນໃນໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ກໍຄື ຂະແໜງການວິຊາສະເພາະທີ່ຈຳເປັນ ທຽບໃສ່ໄລຍະກ່ອນ ເພີ່ມ ຂຶ້ນ 23%.

ໄຂກອງປະຊ ມໃຫຍ ຜ ແທນ ຄ ງທ v ຂອງ ອ ງຄະນະພ ກ ກະຊວງປ ອງກ ນຄວາມສະຫງ ບ ລາວເຂົ້າຮວ່ມກອງປະຊຸມທາງໄກ ຂອງ ຄະນະກຳມະການ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ທີ່ປະເທດຟີລິບປິນ
ໄຂກອງປະຊ ມໃຫຍ ຜ ແທນ ຄ ງທ v ຂອງ ອ ງຄະນະພ ກ ກະຊວງປ ອງກ ນຄວາມສະຫງ ບ ປະທານປະເທດ ໂອ້ລົມ ພະນັກງານການນໍາ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ
ໄຂກອງປະຊ ມໃຫຍ ຜ ແທນ ຄ ງທ v ຂອງ ອ ງຄະນະພ ກ ກະຊວງປ ອງກ ນຄວາມສະຫງ ບ
ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ (ພາບ: Kpl)

ໃນລະຫວ່າງ ວັນທີ 9-10 ກັນຍາ 2020, ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ(ປກສ), ພາຍໃຕ້ການເປັນປະທານຂອງ ສະຫາຍ ພົທ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີ ກະຊວງ ປກສ, ໂດຍເປັນກຽດເຂົ້າຮ່ວມ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາສະຫາຍ ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ສະມາຊິກພັກ ໃນທົ່ວອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ພົທ ວິໄລ ຫລ້າຄຳຟອງ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີຜ່ານມາ ທີ່ໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃຫຍ່ຫລວງຫລາຍດ້ານເປັນຕົ້ນແມ່ນ ວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ, ວຽກງານກໍ່ສ້າງ-ປັບປຸງພັກ-ພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບ, ວຽກງານພະລາທິການປ້ອງກັນຄວາມສະຫງົບ-ປັບປຸງແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕຳຫລວດ, ວຽກງານເສນາທິການ ແລະ ພົວພັນຮ່ວມມືກັບຕ່າງປະເທດ. ອັນພົ້ນເດັ່ນແມ່ນ ວຽກງານກໍ່ສ້າງພັກ ໂດຍອີງໃສ່ 5 ຫລັກການ 3 ທິດນຳ ເຮັດໃຫ້ລະບົບການຈັດຕັ້ງພັກ ແລະ ສະມາຊິກພັກເຕີບໃຫຍ່ຂະຫຍາຍຕົວ, ເປັນແກນນຳຢູ່ໃນລະບົບການຈັດຕັ້ງແຕ່ລະຂັ້ນ, ໄດ້ປັບປຸງແຜນນຳພາ, ຮັກສາຄວາມສາມັກຄີພາຍໃນພັກໄດ້ຢ່າງໜັກແໜ້ນ, ດຳເນີນຊີວິດການເມືອງພາຍໃນພັກ ຮັບປະກັນໄດ້ 3 ລັກສະນະ ຄື: ລັກສະນະນຳພາ, ສຶກສາອົບຮົມ ແລະ ຕໍ່ສູ້ ຕິດພັນກັບຂະບວນການແຂ່ງຂັນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 186 ໜ່ວຍ, ທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 24,73%, ຂະຫຍາຍສະມາຊິກພັກໃໝ່ເພີ່ມຂຶ້ນ 67,07%.

ກະຊວງ ປກສ ຍັງປະຕິບັດແຜນກໍ່ສ້າງ ພະນັກງານນຳພາສືບທອດປ່ຽນແທນໃນແຕ່ລະຂັ້ນຕາມທິດຊີ້ນຳ ຂອງສູນກາງພັກຢ່າງເປັນລະບົບ, ຕໍ່ເນື່ອງ ແລະ ຮັບປະກັນ 3 ຮຸ່ນ ຄື: ອາວຸໂສ, ການນຳ, ໜຸ່ມ ທັງຮັບປະກັນມີກຳລັງເພດຍິງ, ຊົນເຜົ່າ ທີ່ສົມ ສ່ວນໃນໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ກໍຄື ຂະແໜງການວິຊາສະເພາະທີ່ຈຳເປັນທຽບໃສ່ໄລຍະກ່ອນ ເພີ່ມ ຂຶ້ນ 23%. ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະ ນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່ ແລະ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນຍັງ ວໍລິດຈິດ ຕື່ມອີກ.

ໄຂກອງປະຊ ມໃຫຍ ຜ ແທນ ຄ ງທ v ຂອງ ອ ງຄະນະພ ກ ກະຊວງປ ອງກ ນຄວາມສະຫງ ບ ລາວເຂົ້າຮວ່ມກອງປະຊຸມທາງໄກ ຂອງ ຄະນະກຳມະການ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ທີ່ປະເທດຟີລິບປິນ

ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້ທີ່ກະຊວງແຮງງານ ແລະ ສະຫວັດດີ ກສນສັງຄົມ, ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ແລະ ໃນນາມເປັນຫົວໜ້າ ຄະນະຜູ້ແທນຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງກອງປະຊຸມ ຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ, ໂດຍການເປັນປະທານ ຂອງ ທ່ານ Ricardo B.JALAD ຫົວໜ້າກົມ, ຫົວໜ້າຫ້ງການຄະນະ ກຳມະການຄຸ້ມຄອງ ໄພພິບັດແຫ່ງຊາດ ປະເທດຟີລິບປິນ ແລະ ...

ໄຂກອງປະຊ ມໃຫຍ ຜ ແທນ ຄ ງທ v ຂອງ ອ ງຄະນະພ ກ ກະຊວງປ ອງກ ນຄວາມສະຫງ ບ ປະທານປະເທດ ໂອ້ລົມ ພະນັກງານການນໍາ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ

ເມື່ອບໍ່ດົນມານີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງ ກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ​ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ...

ໄຂກອງປະຊ ມໃຫຍ ຜ ແທນ ຄ ງທ v ຂອງ ອ ງຄະນະພ ກ ກະຊວງປ ອງກ ນຄວາມສະຫງ ບ V.I Lenin - ຜູ້ນຳທີ່ປີຊາສາມາດ, ນັກແນວຄິດທີ່ຍິ່ງໃຫຍ່ໄດ້ເປີດຍຸກໃໝ່ຂອງມະນຸດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຂອງ ທ່ານ Vladimir Ilyich Lenin ຄົບຮອບ 150 ປີ, ຫວນຄິດເຖິງຊີວິດ ແລະ ພາລະກິດ ຂອງຜູ້ນຳທີ່ເກັ່ງ, ນັກຄິດທີ່ໂດດເດັ່ນໄດ້ເປີດຍຸກໃໝ່ ຂອງມະນຸດ - ຂ້າມຜ່ານສະໄໝຈາກລັດທິທຶນນິຍົມໄປສູ່ສັງຄົມນິຍົມ.

kpl.gov.la

ເຫດການ
302 Found

Found

The document has moved here.