ຫວຽດ​ນາມ ໃນ​ສາຍ​ຕາ​ຂອງ​ຜູ້ບ່າວ​ລາວ

06:48 | 07/09/2020

ພາຍຫຼັງໄລຍະຮຽນປະລິນຍາຕີ ຢູ່ ສະຖາບັນພົວພັນຕ່າງປະເທດ ແລະ ດຳລົງຊີວິດຢູ່ຫວຽດນາມເປັນເວລາ 04 ປີ, ຜູ້ບ່າວລາວ - ພຸມພິທັດ ອຸປະເສີດ ໄດ້ຕັດສິນໃຈຢູ່ຫວຽດນາມ, ຫາເງິນດ້ວຍຕົນເອງ ເພື່ອຮຽນຕໍ່ປະລິນຍາໂທ ດ້ວຍຄວາມປາດຖະໜາ ຢາກສືບຕໍ່ໄດ້ຄົ້ນຫາປະເທດຊາດ ແລະ ຊາວຫວຽດນາມ. ສິ່ງໃດທີ່ເຮັດໃຫ້ ພຸມພິພັດ ອຸປະເສີດ ມີຄວາມສະໜິດຕິດພັນກັບຫວຽດນາມຄືແນວນັ້ນ? ຄຳຕອບຈະໄດ້ເປີດເຜີຍໃນບົດສາລະຄະດີທີ່ທ່ານຈະໄດ້ຮູ້ຈັກຕໍ່ໄປນີ້.

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ, ກໍາປູເຈຍ ແລະ ລາວ
ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

ປີ 2013, ເມື່ອໄດ້ຮັບທຶນການສຶກສາຈາກລັດຖະບານ ຫວຽດນາມ ແລະ ລາວ, ພຸມພິທັດ ອຸປະເສີດ - ຜູ້ບ່າວ ລາວ ມາຈາກແຂວງ ບໍ່ແກ້ວ ໄດ້ເດີນທາງໄປ ຮ່ຳຮຽນຢູ່ຫວຽດນາມ. ເຖິງວ່າ ຫວຽດນາມ ບໍ່ແມ່ນປະເທດ ເຊິ່ງ ພຸມພິທັດ ອຸປະເສີດ ຢາກມາຮ່ຳຮຽນກໍຕາມ, ແຕ່ຫຼັງຈາກນັ້ນບໍ່ດົນ, ຄວາມເອົາໃຈໃສ່ຂອງລັດຖະບານຫວຽດນາມ ແລະ ອາລົມຈິດຄວາມຮັກແພງຂອງປະຊາຊົນຫວຽດນາມ ທີ່ມີຕໍ່ນັກຮຽນ, ນັກສຶກສາລາວ ໄດ້ເຮັດໃຫ້ ພຸມພິທັດ ປ່ຽນໃຈ.

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ
ພຸມພິທັດ ແລະ ນັກສຶກສາຫ້ອງຮຽນພາສາລາວ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ.

ບັນດາອາລົມຈິດຄວາມຮັກແພງຈາກນ້ຳໃສໃຈຈິງ, ຄວາມຮັກແພງແຂກຄົນຂອງຊາວຮ່າໂນ້ຍ ໄດ້ ລະດົມສົ່ງເສີມ ພຸມພິທັດ, ເຮັດໃຫ້ ພຸມພິທັດ ເລີ່ມຮັກແພງປະເທດຊາດ ແລະ ຊາວຫວຽດນາມ ແລະ ກະຕຸ້ນຄວາມຢາກຮູ້ຢາກເຫັນຂອງຜູ້ບ່າວຄົນນີ້. ເພື່ອສາມາດຄົ້ນຫາໄດ້ຫຼາຍສິ່ງຫຼາຍຢ່າງ, ພາຍຫຼັງຮຽນຈົບປະລິນຍາຕີ, ພຸມພິທັດ ໄດ້ຕັດສິນໃຈໄປເປັນຄູສອນເພີ່ມ, ໄປສອນພາສາລາວ ຢູ່ສູນແຫ່ງຕ່າງໆ ເພື່ອຫາເງິນຮຽນຕໍ່ປະລິນຍາໂທ ແລະ ດົນໄປ ພຸມພິທັດ ໄດ້ກາຍເປັນຄູສອນພາສາລາວ ຢູ່ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ເພື່ອນຮ່ວມງານນຳ ພຸມພິທັດ ກໍ່ເຫັນຄວາມຮັກຂອງ ພຸມພິທັດ ທີ່ມີຕໍ່ຫວຽດນາມ ໄດ້ຢ່າງງ່າຍໆ. ອາຈານ ເລວັນຂາຍ ຄູສອນພາສາລາວ ຂອງມະຫາວິທະຍາໄລພາສາຕ່າງປະເທດ ໃຫ້ຮູ້ວ່າ:

“ໂດຍເປັນເພື່ອນຮ່ວມງານຂອງ ພຸມພິທັດ, ຂ້າພະເຈົ້າເຫັນວ່າ ນອກຈາກການນຳໃຊ້ພາສາ ຫວຽດ ໄດ້ຢ່າງລຽນໄຫຼ, ມີທັກສະສອນພາສາລາວໄດ້ເປັນຢ່າງດີແລ້ວ, ພຸມພິທັດ ແມ່ນຄົນທີ່ມີຄວາມເຂົ້າໃຈກ່ຽວກັບປະເທດ, ວັດທະນະທຳ ແລະ ຊາວຫວຽດນາມ ຫຼາຍພໍສົມຄວນ. ສິ່ງດັ່ງກ່າວສາມາດເຫັນໄດ້ຜ່ານການປະພຶດ, ການທັກທາຍຂອງ ພຸມພິທັດ ກັບໝູ່ເພື່ອນ, ເພື່ອນຮ່ວມງານ ແລະ ນັກສຶກສາ. ພຸມພິທັດ ແມ່ນຜູ້ທີ່ຂະຫຍັນຫ້າວຫັນ ແລະ ມັກເຂົ້າຮ່ວມບັນດາກິດຈະກຳ ເປັນຕົ້ນແມ່ນ ພິທີກອນ, ລາຍການສະແດງສິລະປະ. ຂ້າພະເຈົ້າຍັງເຫັນ ພຸມພິທັດ ເຂົ້າຮ່ວມບັນດາລາຍການຄົ້ນຫາກ່ຽວກັບອາຫານການກິນ ຫວຽດນາມ ຂອງ ໂທລະພາບ ຫວຽດນາມ ອີກດ້ວຍ.”

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ

ພຸມພິທັດ ເຂົ້າຮ່ວມລາຍການ ຄົ້ນຫາອາຫານການກິນ ຫວຽດນາມ ຂອງໂທລະພາບ ຫວຽດນາມ.

ແມ່ນຄວາມອາຈານ ເລວັນຂາຍ - ເພື່ອນຮ່ວມງານຂອງ ພຸມພິທັດ, ພຸມພິທັດ ໄດ້ຊອກຫາກິດຈະກຳຕ່າງໆດ້ວຍຕົນເອງ, ໄປແປພາສາຟຣີ, ໜູນຊ່ວຍບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ - ລາວ, ເຂົ້າຮ່ວມລາຍການອາສາສະໝັກ... ເພື່ອມີໂອກາດໄດ້ໄປຫຼາຍບ່ອນ, ໄດ້ຄົ້ນຫາຫຼາຍສິ່ງຫຼາຍຢ່າງກວ່າ ແລະ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ ແລະ ຊາວຫວຽດນາມ.

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ
ພຸມພິທັດ ເຂົ້າຮ່ວມລາຍການ ວັນອາສາສະໝັກທົ່ວໂລກ ປີ 2019.

“ຢູ່ຫວຽດນາມ ມີຫຼາຍກວ່າ 60 ແຂວງ, ນະຄອນ, ເຖິງວ່າຂ້າພະເຈົ້າຍັງບໍ່ໄປໝົດທຸກແຂວງ, ນະຄອນເທື່ອ ແຕ່ຂ້າພະເຈົ້າໄດ້ໄປຄົບ 3 ພາກ ເໜືອ, ພາກກາງ, ພາກໃຕ້ ແລ້ວ ແລະ ໃນອະນາຄົດ, ຂ້າພະເຈົ້າຈະພະຍາຍາມໄປໝົດທຸກບ່ອນທີ່ຂ້າພະເຈົ້າຍັງບໍ່ທັນໄດ້ໄປ, ໄປພົບຜູ້ຄົນທີ່ຂ້າພະເຈົ້າຍັງບໍ່ທັນໄດ້ພົບ. ຂ້າພະເຈົ້າມັກ ແລະ ຢາກຄົ້ນຫາກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມຫຼາຍ. ແຕ່ລະເຂດ, ພາກ ລ້ວນແຕ່ມີບັນດາຈຸດພິເສດທີ່ແຕກຕ່າງກັນ. ຕົວຢ່າງຄື, ເມື່ອໄປພາກເໜືອ, ຂ້າພະເຈົ້າໄດ້ພົບກັບບຸກຄົນຢູ່ເຂດຊາຍແດນຕິດກັບລາວ, ໄດ້ພົບກັບຊາວເຜົ່າຜູ້ໄທ. ຂ້າພະເຈົ້າປະທັບໃຈທີ່ສຸດເມື່ອໄປຕະຫຼາດ ດ້ຽນບຽນ, ເຊີນລາ. ຂ້າພະເຈົ້າເຫັນວ່າ ຫວຽດນາມ ແລະ ລາວ ມີບັນດາຈຸດຄ້າຍຄືກັນ ແລະ ສະໜິດສະໜົມກັນ. ຂ້າພະເຈົ້າມັກຫຼາຍ. ເມື່ອໄປພາກກາງ, ຂ້າພະເຈົ້າພັດຫຼົງໄຫຼ ກັບສຳນຽງຄຳເວົ້າທີ່ອ່ອນໂຍນ ແລະ ນິ້ມນວນຂອງຊາວ ເຫວ໊. ສ່ວນເຂົ້າໄປພາກໃຕ້, ຕົວຢ່າງຄືໄຊງ່ອນ, ຂ້າພະເຈົ້າເຫັນວ່າ ໄຊງ່ອນ ແມ່ນຄຶກຄັກໜາແໜ້ນ ແລະ ມີຫຼາຍສະຖານທີ່ລະຫຼີ້ນບັນເທິງກວ່າ ຮ່າໂນ້ຍ.”

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ
ພຸມພິທັດ ໄປທ່ຽວຢູ່ອ່າວຮະລອງ.

ສຳລັບ ພຸມພິທັດ, ນອກຈາກຄວາມມ່ວນຊື່ນທີ່ໄດ້ຄົ້ນຫາກ່ຽວກັບທັດສະນີຍະພາບ, ອາຫານການກິນ, ວັດທະນະທຳ ແລະ ຊາວ ຫວຽດນາມ ແລ້ວ, ບໍ່ມີຫຍັງທີ່ມີຄວາມໝາຍເທົ່າກັບເມື່ອບຸກຄົນໜຸ່ມແໜ້ນຄື ລາວ ໄດ້ໄປຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບບັນດາເຂດປູຊະນີຍະສະຖານປະຫວັດສາດ ຂອງ ລາວ ຢູ່ປະເທດ ຫວຽດນາມ.

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ
ພຸມພິທັດ ພ້ອມກັບໝູ່ເພື່ອນໄປຢ້ຽມຢາມ ເຂດປູຊະນີຍະສະຖານປະຫວັດສາດ ຂອງລາວ ຢູ່ ເຕິນຈ່າວ, ຕວຽນກວາງ (ຜູ້ໃສ່ແວນຕາ).

“ພິເສດແມ່ນເມື່ອໄປແຂວງ ຕວຽນກວາງ, ຂ້າພະເຈົ້າໄດ້ມີໂອກາດໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານ ປະຫວັດສາດ ຂອງ ລາວ ຢູ່ ເຕິນຈ່າວ, ຕວຽນກວາງ. ເມື່ອມາແຫ່ງນີ້, ຂ້າພະເຈົ້າ ຈຶ່ງຮູ້ວ່າ ເມື່ອກ່ອນນີ້, ຢູ່ສະຖານທີ່ແຫ່ງນີີ້ໄດ້ດຳເນີນຫຼາຍເຫດການປະຫວັດສາດສຳຄັນຂອງລາວ, ເຄີຍມີບັນດາພະນັກງານ ລາວ ເຮັດວຽກຢູ່ທີ່ນີ້ ແລະ ຄວາມສາມັກຄີຜູກພັນຂອງ ຫວຽດນາມ ແລະ ລາວ ເປັນຄືແນວໃດ. ນີ້ແມ່ນການເດີນທາງທີ່ມີຄວາມໝາຍຢ່າງແທ້ຈິງສຳລັບໄວລຸ່ມລາວ ຄືຂ້າພະເຈົ້າ”.

ພຸມພິທັດ ແບ່ງປັນຕື່ມອີກວ່າ: ໄລຍະ 7 ປີ ທີ່ດຳລົງຊີວິດຢູ່ຫວຽດນາມ ແມ່ນໄລຍະເວລາທີ່ໜ້າຈົດຈຳທີ່ສຸດ, ຖ້າຫາກວ່າ ໃຫ້ເລົ່າບັນດາຄວາມຊົງຈຳຂອງຕົນທີ່ມີຕໍ່ຫວຽດນາມນັ້ນ ແມ່ນບໍ່ມີວັນໝົດຈັກເທື່ອ ແລະ ເພື່ອຄົ້ນຫາໄດ້ໝົດບັນດາຈຸດຄວາມງາມຂອງວັດທະນະທຳ, ທັດສະນີຍະພາບ ແລະ ຊາວຫວຽດນາມນັ້ນ ກໍແມ່ນວິວັດການທີ່ຍາວນານ. ພຸມພິທັດ ຕັດສິນໃຈ ສືບຕໍ່ຢູ່ຫວຽດນາມ ເພື່ອເປັນນັກຄົ້ນຄວ້າ, ສູ້ຊົນຮຽນຈົບປະລິນຍາເອກ, ເພື່ອສືບຕໍ່ວິວັດການຄົ້ນຫາ, ຊົມໃຊ້ຊີວິດອັນສວຍງາມຢູ່ຫວຽດນາມ ແລະ ໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ເຖິງເພື່ອນມິດສາກົນ. ພຸມພິທັດ ກໍປາດຖະໜາວ່າ ຕົນເອງຈະເປັນຂົວຕໍ່ຂອງເພື່ອນໜຸ່ມ ສອງປະເທດ ຫວຽດນາມ - ລາວ ຜ່ານການສອນພາສາລາວ, ແລກປ່ຽນພາສາ ແລະ ວັດທະນະທຳເຊິ່ງກັນແລະກັນ.

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ ສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ

ຍສໝ - ຕອນບ່າຍວັນທີ 5 ກັນຍາ, ສະມາຄົມຊາວໜຸ່ມ ແລະນັກສຶກສາຫວຽດນາມຢູ່ຍີ່ປຸ່ນ (VYSA) ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ (VYSA School Fair 2020).

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ ນາຍົກລັດຖະມົນຕີ ຫວຽດນາມ: ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່

ຍສໝ - ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ.

ຫວຽດ ນາມ ໃນ ສາຍ ຕາ ຂອງ ຜ ບ າວ ລາວ ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່ "ງານວາງສະແດງວຽກເຮັດງານທຳຍີ່ປຸ່ນ 2020"

ຍສໝ - ນັກສຶກສາຫຼາຍກວ່າ 400 ຄົນ ໃນ 11 ວິຊາການຝຶກອົບຮົມທີ່ມະຫາວິທະຍາໄລດົງອາ ລົງທະບຽນເຂົ້າສຳ ພາດທີ່ຫ້ອງການຮັບສະໝັກພະນັກງານບໍ່ວ່າທາງກົງ ຫລື ທາງອິນເຕີເນັດ ຢູ່ເຮືອນ ໂດຍຜ່ານລະບົບອອນລາຍ ທີ່ຄຸ້ນເຄີຍເຊິ່ງຖືກນຳໃຊ້ເຂົ້າໃນຂະບວນການຮຽນຮູ້ ອອນລາຍກ່ອນໜ້ານັ້ນ.

vovworld.vn

ເຫດການ
302 Found

Found

The document has moved here.