ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບ ຜູ້ຕາງໜ້າ ຂອງອົງການອຸຍນິເຊຟ ຄົນໃໝ່ ປະຈຳລາວ

06:30 | 04/09/2020

ໃນວັນ​ທີ 2 ກັນຍາ 2020 ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ລັດຖະມົນຕີ ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ  ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto)  ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.

ລ ດຖະມ ນຕ ກະຊວງ ຖວທ ຕ ອນຮ ບ ຜ ຕາງໜ າ ຂອງອ ງການອ ຍນ ເຊຟ ຄ ນໃໝ ປະຈຳລາວ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າອວຍພອນທູດ ຫວຽດນາມ ປະຈຳລາວ
ລ ດຖະມ ນຕ ກະຊວງ ຖວທ ຕ ອນຮ ບ ຜ ຕາງໜ າ ຂອງອ ງການອ ຍນ ເຊຟ ຄ ນໃໝ ປະຈຳລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່
ລ ດຖະມ ນຕ ກະຊວງ ຖວທ ຕ ອນຮ ບ ຜ ຕາງໜ າ ຂອງອ ງການອ ຍນ ເຊຟ ຄ ນໃໝ ປະຈຳລາວ
ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ລັດຖະມົນຕີ ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ຕ້ອນຮັບທ່ານ ນາງ ເພຍ ຣີແບນໂລ ບຣິດໂຕ ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ ປະຈຳ ສປປ ລາວ (ພາບ: Kpl)

ໃນໂອກາດນີ້, ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ ຕໍ່ຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການອຸຍ​ນິ​ເຊ​ຟຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ວຽກງານ​ປົກ​ປ້ອງ​ເດັກ, ສຶກສາ, ​ສາທາລະນະ​ສຸກ ​ແລະ ​ໂພຊະ​ນາ​ການ, ນໍ້າ​ສະອາດ, ວຽກ​ງານ​ສຸຂະ​ອະນາ​ໄມ ​​ແລະ ອື່ນໆ.

ພ້ອມນັ້ນ, ທ່ານ ລັດຖະມົນ​ຕີ ຍັງໄດ້ຕີລາຄາສູງ ຕໍ່ການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ອົງການອຸຍນິເຊຟ ໃນການເສີມຂະຫຍາຍທັກສະຄວາມສາມາດຂອງສື່ມວນຊົນ ໂດຍການລິເລີ່ມໂຄງການໂທລະພາບ ສຳລັບເດັກກ່ອນໄວຮຽນ, ໂຄງການວິທະຍຸໄວໜຸ່ມ ແລະ ສື່ດີຈິຕອນ, ພ້ອມທັງໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໃນ ສປປ ລາວ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ກ່າວອວຍພອນໃຫ້ ທ່ານ​ ນາງ ເພຍ ຣີແບນໂລ ບຣິດໂຕ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ.

​ພ້ອມດຽວກັນນີ້, ທ່ານ ນາງ ເພຍ ຣີແບນໂລ ບຣິດໂຕ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ແລະ ຢືນຢັນວ່າ ອົງການ​ ​ອຸຍ​ນິ​ເຟຊ ຈະສືບຕໍ່ໃຫ້ການຮ່ວມມືຢ່າງເຕັມສ່ວນ ກັບ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການ ຮ່ວມມື ລະຫວ່າງ ອົງການ ແລະ ລັດຖະບານລາວ ໃຫ້ໄດ້ຮັບໝາກຜົນສູງສຸດ.

ລ ດຖະມ ນຕ ກະຊວງ ຖວທ ຕ ອນຮ ບ ຜ ຕາງໜ າ ຂອງອ ງການອ ຍນ ເຊຟ ຄ ນໃໝ ປະຈຳລາວ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າອວຍພອນທູດ ຫວຽດນາມ ປະຈຳລາວ

ໃນວັນທີ 1 ກັນ​ຍາ 2020, ສະ​ຫາຍ ນາງ​ ສູນ​ທອນ ​ໄຊ​ຍະ​ຈັກ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ ຕ່າງ​ປະ​ເທດ​ສູນ​ກາງ​ພັກ ພ້ອມ​ດ້ວຍພະ​ນັກ​ງານ​ຫລັກ​ແຫລ່ງ ​ໄດ້​ເຂົ້າ ສະ​ຫາຍ ນາງ​ ສູນ​ທອນ ​ໄຊ​ຍະ​ຈັກ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປະ​ຈຳ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ​ ການ​ປະ​ຕິ​ວັດ​ ເດືອ​ນ​ສິງ​ຫາ ຄົບ​ຮອບ 75 ປີ (19/8/1945-19/8/2020) ແລະ ວັນສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ​ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຄົບ​ຮອບ 75 ປີ (2/9/1945-2/9/2020).

ລ ດຖະມ ນຕ ກະຊວງ ຖວທ ຕ ອນຮ ບ ຜ ຕາງໜ າ ຂອງອ ງການອ ຍນ ເຊຟ ຄ ນໃໝ ປະຈຳລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່

ວັນທີ 04 ສິງຫາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງ ທ່ານ ດຣ ນາງ ເພຍ ຣີ ແບນໂລ ບຣິດໂຕ (Dr PiaRebello ...

ລ ດຖະມ ນຕ ກະຊວງ ຖວທ ຕ ອນຮ ບ ຜ ຕາງໜ າ ຂອງອ ງການອ ຍນ ເຊຟ ຄ ນໃໝ ປະຈຳລາວ ລັດຖະມົນຕີກະຊວງພາຍໃນຕ້ອນຮັບທູດອາເມຣິກາ ປະຈຳ ສປປ ລາວ ຄົນໃໝ່

ໃນ​ວັນ​ທີ 6 ມີ​ນາ 2020, ທີ່​ກະ​ຊວງພາຍໃນ ນະ​ຄອນ​ຫລວງວຽງ​ຈັນ, ທ່ານ ຄໍາໝັ້ນ ສູນວິເລີດ ລັດ​ຖະ​ມົນ​ຕີ​ ກະຊວງພາຍໃນແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ ​ທ່ານ ປີ​ເຕີ ເຮ​ມ໋ອນ (Peter M.Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ຄົນໃໝ່ປະຈໍາ ສປປ ...

kpl.gov.la/

ເຫດການ
302 Found

Found

The document has moved here.