ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ

13:54 | 05/09/2020

ຍສໝ - ອົງການຕາງໜ້າທາງ​ດ້ານການຄ້າ ຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ປະຈຳໄລຍະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ຢາກນຳສິນຄ້າໄປຍັງ ລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ວິສາຫະກິດຕ່າງໆ​ຢູ່ ລາວ ທີ່ໃຫ້ມີຄວາມຕ້ອງການ

ໜ ນຊ ວຍບ ນດາວ ສາຫະກ ດ ຫວຽດນາມ ສ ງອອກສ ນຄ າໄປຍ ງ ລາວ ຫວຽດນາມສະແດງຄວາມຕັດສິນໃຈຢ່າງແຮງໃນການປະຕິບັດຕຳແໜ່ງປະທານ AIPA – 41
ໜ ນຊ ວຍບ ນດາວ ສາຫະກ ດ ຫວຽດນາມ ສ ງອອກສ ນຄ າໄປຍ ງ ລາວ ຜູ້ແທນລັດຖະສະພາບຣູໄນ: ປະເທດຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໄດ້ສຳເລັດຜົນດຳລົງຕຳແໜ່ງ ປະທານ AIPA
ໜ ນຊ ວຍບ ນດາວ ສາຫະກ ດ ຫວຽດນາມ ສ ງອອກສ ນຄ າໄປຍ ງ ລາວ
ຫວຽດ​ນາມ ນຳ​ເຂົ້າ​ຈາກລາວ ​ບັນ​ລຸ ໄດ້ 214,85 ລ້ານ USD, ຫຼຸດ​ລົງ 6,1% ເມ​ື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019 ແລະ ສົ່ງ​ອອກ​ໄປ​ຍັງ​ລາວ​ບັ​ນລຸ 275,85 ລ້ານ USD. ພາບປະກອບ: TTXVN.

ວັນທີ 04 ກັນຍາ, ທ່ານນາງ ເລທິເຟືອງຮວາ ທີ່ປຶກສາດ້ານການຄ້າສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ອົງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ປະຈຳໄລຍະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ຢາກນຳສິນຄ້າໄປຍັງ ລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ບັນດາວິສາຫະກິດຢູ່ ລາວ ໃຫ້ມີຄວາມຕ້ອງການ; ພ້ອມກັນນັ້ນ ກໍ່ພ້ອມກັບວິສາຫະກິດແກ້ໄຂບັນດາຄວາມຫຍຸ້ງຍາກໃນການຂົນສົ່ງສິນຄ້າລະຫວ່າງ ສອງ ປະເທດ. ອົງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເຮັດວຽກກັບບັນດາພະແນກອຸດສາຫະກຳ ແລະ ການຄ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າບັນດາແຂວງຂອງ ລາວ ປຶກສາຫາລືກົນໄກຮ່ວມມືເຊື່ອມຕໍ່ຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດ. ຍອດ​ວົງ​ເງິນ​ສົ່ງ​ອອກ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ 6 ເດືອ​ນ​ຕົ້ນ​ປີ 2020 ບັນ​ລຸ 491,7 ລ້ານ USD, ຫຼຸດ​ລົງ 14,6 % ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂ​ອງ​ປີ 2018. ໃນ​ນັ້ນ ຫວຽດ​ນາມ ນຳ​ເຂົ້າ​ຈາກລາວ ​ບັນ​ລຸ ໄດ້ 214,85 ລ້ານ USD, ຫຼຸດ​ລົງ 6,1% ເມ​ື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019 ແລະ ສົ່ງ​ອອກ​ໄປ​ຍັງ​ລາວ​ບັ​ນລຸ 275,85 ລ້ານ USD.

ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ການຮ່ວມມື ແລະ ລົງທຶນ ຢູ່ ລາວ ຈັດຕັ້ງການໂອ້ລົມສົນທະນາກັບບັນດາວິສາຫະກິດເພື່ອປຶກສາຫາລືກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ຕໍ່ກັບການເຄື່ອນໄຫວດຳເນີນທຸລະກິດຢູ່ ລາວ ແລະ ທິດທາງໃນໄລຍະຈະມາເຖິງ.

ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ແຈ້ງໃຫ້ຊາບ ບາງການຂໍ້ກຳນົດທິດໃຫຍ່ທີ່ອາດຈະປະຕິບັດໃນໄລຍະຈະມາເຖິງ, ເມື່ອລັດຖະບານສອງຝ່າຍປະຕິບັດການຜ່ອນຜັນບາງກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ອະນຸຍາດເປີດການເຊື່ອມຕໍ່ສາຍການບິນລະຫວ່າງສອງປະເທດ ຫວຽດນາມ-ລາວ, ເປີດບັນດາດ່ານຊາຍແດນສາກົນຄືນໃໝ່ອະນຸຍາດໃຫ້ພົນລະເມືອງສອງປະເທດໄດ້ໄປມາເພື່ອທຳມາຫາກິນດຳເນີນທຸລະກິດ. ທ່ານ ຫງວຽນບາຮຸ່ງຖືວ່າ:

“ໃນໄລຍະຄວາມຫຍຸ້ງຍາກຄືໃນປະຈຸບັນ, ການໜູນຊ່ວຍຊຶ່ງກັນ ແລະກັນໃນສະມາຄົມວິສາຫະກິດແມ່ນມີຄວາມໝາຍສຳຄັນທີ່ສຸດ. ເພີ່ມທະວີຄວາມສາມັກຄີ ແລະ ໜູນຊ່ວຍຊຶ່ງກັນແລະກັນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ; ປ່ຽນແບບວິການຄຸ້ມຄອງການເຄື່ອນໄຫວຂອງວິສາຫະກິດ, ຍາດແຍ່ງບັນດາຜົນປະໂຫຍດຈາກການປະຕິວັດ 4.0, ພື້ນຖານເສດຖະກິດດີຈີຕອນທີ່ພວມດຳເນີນ. ກ່ຽວກັບໄລຍະກາງ ແລະ ໄລຍະຍາວ, ເມື່ອລາວ ປະຕິບັດສຳເລັດການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຕາມແລວເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ, ເຊື່ອມຕໍ່ ຈີ່ນ-ລາວ-ຫວຽດນາມ ແລະ ໄທ ແລ້ວກໍຈະເປີດໂອກາດຫຼາຍຢ່າງເພື່ອການລົງທຶນດຳເນີນທຸລະກິດໃໝ່. ເພາະສະນັ້ນ, ບັນດາວິສາຫະກິດຕ້ອງມີການກະກຽມ”.

ໜ ນຊ ວຍບ ນດາວ ສາຫະກ ດ ຫວຽດນາມ ສ ງອອກສ ນຄ າໄປຍ ງ ລາວ ສະຖານທູດຫວຽດນາມ ປະຈຳຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ

ຍສໝ - ພະນັກງານຫຼາຍຄົນຂອງສະຖານທູດ, ບັນດາອົງການໃກ້ຄຽງ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມຢູ່ສະຫະພັນລັດເຊຍ ໄດ້ເຂົ້າຮ່ວມມິດຕິງສະເຫຼີມສະຫຼອງວັນຊາດທີ 2 ກັນຍາ.

ໜ ນຊ ວຍບ ນດາວ ສາຫະກ ດ ຫວຽດນາມ ສ ງອອກສ ນຄ າໄປຍ ງ ລາວ ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 340 ຄົນຈາກປະເທດໄທ ກັບຄືນບ້ານ

ຍສໝ - ວັນທີ 3 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳປະເທດໄທ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າຫລາຍກວ່າ 340 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

ໜ ນຊ ວຍບ ນດາວ ສາຫະກ ດ ຫວຽດນາມ ສ ງອອກສ ນຄ າໄປຍ ງ ລາວ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 26 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 872.498 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ- 19 ຈຳນວນກວ່າ 6,33 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 191.052 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.