ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ, ກໍາປູເຈຍ ແລະ ລາວ

11:40 | 06/09/2020

ຍສໝ - ເມື່ອບໍ່ດົນມານີ້, ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານການໂອ້ລົມທາງໂທລະສັບກັບ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດລາວ ແລະ  ກະຊວງປ້ອງກັນປະເທດກໍາປູເຈຍ.

ຊ ກຍ ການຮ ວມມ ດ ານປ ອງກ ນຊາດລະຫວ າງ ຫວຽດນາມ ກ າປ ເຈຍ ແລະ ລາວ ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່ "ງານວາງສະແດງວຽກເຮັດງານທຳຍີ່ປຸ່ນ 2020"
ຊ ກຍ ການຮ ວມມ ດ ານປ ອງກ ນຊາດລະຫວ າງ ຫວຽດນາມ ກ າປ ເຈຍ ແລະ ລາວ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 26.7 ລ້ານຄົນ, ໃນນັ້ນ ມີ 878.000 ຄົນເສຍຊີວິດ
ຊ ກຍ ການຮ ວມມ ດ ານປ ອງກ ນຊາດລະຫວ າງ ຫວຽດນາມ ກ າປ ເຈຍ ແລະ ລາວ
ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານການໂອ້ລົມທາງໂທລະສັບກັບ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດກໍາປູເຈຍ.ພາບ:qdnd.vn

ທີ່ການໂອ້ລົມທາງໂທລະສັບກັບທ່ານພົນຈັດຕະວາ Kenchan Nanthalangsy ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດລາວ, ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນສະພາບຜົນສະທ້ອນຂອງພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນ. ສອງຝ່າຍໄດ້ມີບັນດາການດັດປັບທີ່ສອດຄ່ອງ, ສືບຕໍ່ໜູນຊ່ວຍກັນໃນບັນດາການເຄື່ອນໄຫວຮ່ວມມືສອງຝ່າຍ. ທ່ານພົນຈັດຕະວາ Kenchan Nanthalangsy ໄດ້ສະແດງຄວາມຂອບອົກຂອບໃຈທີ່ຈິງໃຈ ແລະປາດຖະໜາ ຢາກສືບຕໍ່ໄດ້ຮັບການໜູນຊ່ວຍ, ແບ່ງປັນຂອງຫວຽດນາມ ໃນການສະກັດກັ້ນ ແລະຄວບຄຸມພະຍາດ; ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ສະໜັບສະໜູນບັນດາການກະທໍາຕໍ່ໄປຂອງຫວຽດນາມ ໃນປີຫວຽດນາມເປັນປະທານອາຊຽນ 2020.

ທີ່ການໂອ້ລົມທາງໂທລະສັບກັບ ທ່ານພົນເອກ Phat Vibolsopheak ຮອງຫົວໜ້າກົມໃຫຍ່ນະໂຍບາຍ ແລະການຕ່າງປະເທດທັງເປັນຫົວໜ້າກົມ ຮ່ວມມືສາກົນ, ກະຊວງປ້ອງກັນປະເທດກໍາປູເຈຍ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ໄດ້ສະແດງຄວາມຂອບອົກຂອບໃຈເຖິງກະຊວງປ້ອງກັນປະເທດກໍາປູເຈຍ ຍາມໃດກໍ່ສະໜັບສະໜູນ ແລະເຂົ້າຮ່ວມບັນດາຂໍ້ລິເລີ່ມກໍ່ຄືກອງປະຊຸມທາງໄກໂດຍຫວຽດນາມ ເປັນປະທານໃນປີຫວຽດນາມ ເປັນປະທານອາຊຽນ 2020 ຢ່າງຄົບຖ້ວນ. ສ່ວນທ່ານພົນເອກ Phat Vibolsopheak ກໍ່ໄດ້ຕີລາຄາສູງຈິດໃຈເປັນເຈົ້າການ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ຂອງຫວຽດນາມ; ພ້ອມທັງສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມອບວັດຖຸອຸປະກອນການແພດໃຫ້ແກ່ກໍາປູເຈຍ.

ຊ ກຍ ການຮ ວມມ ດ ານປ ອງກ ນຊາດລະຫວ າງ ຫວຽດນາມ ກ າປ ເຈຍ ແລະ ລາວ ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

ຍສໝ - ໃນໜ້າ 1 ຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນໍາດ້ວຍຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ ບໍ່ມີມື້ຈືດຈາງ”.

ຊ ກຍ ການຮ ວມມ ດ ານປ ອງກ ນຊາດລະຫວ າງ ຫວຽດນາມ ກ າປ ເຈຍ ແລະ ລາວ ບໍລິສັດຂອງຫວຽດນາມ ເຂົ້າຮ່ວມການພັດທະນາໄຟຟ້າແສງຕາເວັນຢູ່ລາວ

ໜັງສືພິມ Vientiane Times ສະບັບອອກວັນທີ 3 ກັນຍາ ໄດ້ໃຫ້ຂ່າວວ່າ ມີບໍລິສັດ 3 ແຫ່ງໃນນັ້ນມີຂອງຫວຽດນາມ 1 ແຫ່ງໄດ້ຕົກລົງພ້ອມກັນພັດທະນາບັນດາໂຄງການໄຟຟ້າແສງຕາເວັນຢູ່ແຂວງຈໍາປາສັກ ແລະແຂວງເຊກອງ ຂອງລາວ.

ຊ ກຍ ການຮ ວມມ ດ ານປ ອງກ ນຊາດລະຫວ າງ ຫວຽດນາມ ກ າປ ເຈຍ ແລະ ລາວ Army Games 2020: ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ສ້າງຄວາມປະທັບໃຈທີ່ດີງາມໃນສາຍຕາເພື່ອນມິດສາກົນ

ຍສໝ - ເຂົ້າຮ່ວມ Army Games 2020, ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ, ມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍຈິດໃຈສາມັກຄີ, ປະສານສົມທົບ, ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະແຜ່ຂະຫຍາຍຮູບພາບລຸງໂຮ່ ເຖິງເພື່ອນມິດສາກົນຢ່າງແຮງ.

ໄຊພອນ

ເຫດການ
302 Found

Found

The document has moved here.