ຍສໝ - ວັນທີ 1 ຕຸລາ, ການທ່ອງທ່ຽວ ຫວຽດນາມຈະທົດລອງການຮັບແຂກທ່ອງທ່ຽວຕ່າງປະເທດຢ່າງເປັນທາງການຈາກບັນດາຕະຫຼາດທີ່ມີຄວາມປອດໄພສູງ. ຝຸກວັກ ຈະແມ່ນທ້ອງຖິ່ນທຳອິດຮັບແຂກທ່ອງທ່ຽວສາກົນຄືນ ພາຍຫຼັງລັດຖະບານໄດ້ຮັບຮອງແຜນການຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ.
ຕາມແຜນການໄດ້ຮັບຮອງເອົາຢູ່ກອງປະຊຸມລັດຖະບານສະໄໝສະມັນວັນທີ 6 ກັນຍາ ທີ່ຜ່ານມາ, ຝຸກວັກ ຈະທົດລອງການຮັບແຂກທ່ອງທ່ຽວສາກົນໃນໄລຍະເວລາ 6 ເດືອນ, ຄາດວ່າແຕ່ເດືອນຕຸລາ ປີ 2021.
ຍສໝ - ສູນ ສ.ເກົາຫຼີ - ອາຊຽນ ໃນວັນທີ 1 ກັນຍາ ໃຫ້ຮູ້ວ່າ ຈະຜະລິດ ແລະ ລົງບັນດາວີດີໂອໂຄສະນາກ່ຽວການທ່ອງທ່ຽວບັນດາປະເທດຂຶ້ນກັບອາຊຽນ ໃນສະພາບການປະຊາຊົນຍັງບໍ່ທັນສາມາດໄປທ່ອງທ່ຽວຍ້ອນໂລກລະບາດໂຄວິດ - 19.
ຍສໝ - ທ່ານນາຍົກລັດຖະມົນຕີ ຫາກໍ່ຕົກລົງສ້າງສະພາລະດັບຊາດພິຈາລະນາການມອບນາມມະຍົດນັກສິລະປິນປະຊາຊົນ, ນັກສິລະປະດີເດັ່ນ ໃນຂົງເຂດມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ຄັ້ງທີ 3.
ຍສໝ - ວັນທີ 17 ສິງຫາ, ສະຖານທູດ ເບລາຣຸດ ປະຈຳ ຮ່າໂນ້ຍ ແລະ ກະຊວງກິລາ ແລະ ການທ່ອງທ່ຽວ ເບລາຣຸດ ໄດ້ຈັດກອງປະຊຸມທາງໄກ ກັບກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ.
ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສະເໜີວ່າ ຄາດວ່ານັບແຕ່ເດືອນຕຸລາ 2021, ຝຸກວັກ ຈະທົດລອງຮັບແຂກສາກົນ ດ້ວຍປະມານ 25 – 40 ຖ້ຽວບິນ/ເດືອນ ເໝາະສົມກັບໄລຍະທີ 1 ແລະ 2
ວົງເງິນນຳເຂົ້າຂອງ ຫວຽດນາມ ຈາກ ລາວ ບັນລຸ 290,4 ລ້ານ USD, ເພີ່ມຂຶ້ນ 58,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບັນດາສິນຄ້າ ຫວຽດນາມ ສົ່ງອອກໄປຍັງລາວສ່ວນຫຼາຍແມ່ນ: ບັນດາຜະລິດຕະພັນຈາກເຫຼັກກ້າ, ພາຫະນະຂົນສົ່ງແລະເຄື່ອງອາໄຫຼ່… ຫວຽດນາມ ນຳເຂົ້າຈາກ ລາວ ຜະລິດຕະພັນຄື: ໄມ້ ແລະ ຜະລິດຕະພັນຈາກໄມ້, ຜັກ, ໝາກໄມ້, ຢາງພາລາ.
ຊາ ເຕິນເກືອງ ແມ່ນເຄື່ອງດື່ມທີ່ເປັນເອກະລັກພິເສດ, ເຄື່ອງໝາຍການຄ້າທີ່ມີຊື່ສຽງຂອງແຂວງ ທາຍງວຽນ ໄດ້ຮັບຄວາມນິຍົມຈາກຫຼາຍຄົນແຕ່ຫຼາຍປີມານີ້. ດ້ວຍພູມສັນຖານທີ່ເປັນໂນນພູຕ່ຳສະຫຼັບສັບຊ້ອນກັນ, ບັນດາໂນນຊາທີ່ຂຽວສົດງົດງາມນັ້ນ, ເຂດປູກຊາ ເຕິນເກືອງ ກໍ່ແມ່ນສະຖານທີ່ທ່ອງທ່ຽວຊີວະພາບທີ່ ໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ຍສໝ - ລາງວັນ World MICE Awards 2021 ນອນໃນກຸ່ມລາງວັນທີ່ໄດ້ຮັບການຂະຫຍາຍຈາກ World MICE Awards –ລາງວັນທີ່ມີຄວາມເຊື່ອໝັ້ນອັນດັບ 1 ໃນໂລກ.
ຍສໝ - ໃນຈຳນວນບັນດາມາດຖານເມື່ອກໍ່ສ້າງຊົນນະບົດໃໝ່, ເມືອງງີຊວັນ, ແຊວງຮ່າຕິງ ໄດ້ເພີ່ມເຕີມມາດຖານເຂດຊຸມຊົນທີ່ຈະບັນລຸມາດຖານໄດ້ນັ້ນແມ່ນຕ້ອງມີສະໂມສອນສິລະປະພື້ນເມືອງທີ່ເຄື່ອນໄຫວຢ່າງມີປະສິດທິຜົນ. ຕົວຢ່າງຄື: ສະໂມສອນຂັບຮ້ອງເລື່ອງກຽວ, ຂັບກາຈູ່, ຂັບເພງພື້ນເມືອງວີຢ້ຳ ເງະຕີ້ງ…
ຍສໝ - ທີ່ການຕ້ອນຮັບ, ທ່ານຕວງເນີຍຈຸຍ ຮັກສາການຫົວໜ້າຫ້ອງການດັ່ງກ່າວໄດ້ແຈ້ງໃຫ້ຊາບກ່ຽວກັບຮູບແບບ “ໜຶ່ງປະເທດ, ສອງລະບົບ” ຂອງຈີນ, ສະພາບການຜັນຂະຫຍາຍ ແລະ ປະຕິບັດກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ຢູ່ ຮົ່ງກົງ, ແລະ ວິວັດການບູລະນະລະບົບເລືອກຕັ້ງຢູ່ເຂດປົກຄອງພິເສດຮົ່ງກົງ.
ສະພາບການໂລກລະບາດໂຄວິດ - 19 ພາຍໃນປະເທດ ພວມໄດ້ຄວບຄຸມເປັນຢ່າງດີ ອັນໄດ້ເຮັດໃຫ້ຕະຫຼາດທ່ອງທ່ຽວໃນໂອກາດວັນພັກສະເຫຼີມສະຫຼອງວັນທ້ອນໂຮມປະເທດຊາດເປັນເອກະພາບ (30/4) ແລະວັນແຮງງານສາກົນ (1/5) ຈະມາເຖິງ ພວມມີສັນຍານຕັ້ງໜ້າ. ມີບາງບໍລິສັດມີລະດັບເຕີບໂຕເຖິງ 200% ເມື່ອທຽບໃສ່ໄລຍະເວລາກ່ອນບຸນປີໃໝ່.
ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ກໍຄືຜູ້ອອກແຮງງານ, ຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຍົກອອກ 10 ໜ້າທີ່ ແລະ ມາດຕະການຈຸດສຸມໃນການປະຕິບັດການຟື້ນຟູຂະແໜງທ່ອງທ່ຽວ.
ຍສໝ - ເຂົ້າຮ່ວມເຫດການມີທ່ານ ຫງວຽນເລຟຸກ ຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ, ທ່ານ Demyan O. Smilevets ຫົວໜ້າຫ້ອງການຮ່ວມມືສາກົນກົມໃຫຍ່ການທ່ອງທ່ຽວສະຫະພັນລັດເຊຍ, ທ່ານນາງ Nana M. Gvichia ຮອງຫົວໜ້າຄະນະກຳມະການພັດທະນາການທ່ອງທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງຫົວໜ້າຄະນະກຳມະການພົວພັນຕ່າງປະເທດ St. Petersburg, ພ້ອມກັບຜູ້ຕາງໆທີ່ມາຈາກບັນດາວິສາຫະກິດການທ່ອງທ່ຽວ ຫວຽດນາມ ແລະ ສະຫະພັນລັດເຊຍ…
ຍສໝ - ໂຄງການໄດ້ຈັດຂຶ້ນຫຼາຍການເຄື່ອນໄຫວທີ່ເປັນໜ້າດຶງດູດໃຈ ໂດຍບໍ່ເສຍຄ່າ ຄືສະແດງສິລະປະວັດທະນະທຳໄທ, ສະແດງອາຫານໄທ ແລະ ຊີມບັນດາເຍື່ອງອາຫານຂອງໄທ, ບັນດາການເຄື່ອນໄຫວໃນງານບຸນສົງການ ແລະ ການເຄື່ອນໄຫວຫັດຖະກຳ…
ຍສໝ - ແຜນການພັດທະນາການທ່ອງທ່ຽວເຂດສາມລ່ຽມພັດທະນາ CLV ໄດ້ຮັບການສ້າງ ແລະ ຈັດຕັ້ງປະຕິບັດ ຈະປະກອບສ່ວນເຊື່ອມຕໍ່ບັນດາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງສາມປະເທດ, ສ້າງບັນດາສາຍການທ່ອງທ່ຽວ, ເຊື່ອມໂຍງບັນດາຈຸດນັດພົບ, ສ້າງການແຜ່ຂະຫຍາຍ, ຊຸກຍູ້ການເຕີບໂຕເສດຖະກິດ - ສັງຄົມຢູ່ເຂດນີ້ ແລະ ຈາກນັ້ນເປີດກ້ວາງໄປສູ່ບັນດາທ້ອງຖິ່ນໃນຂອບເຂດສາມປະເທດ
ຍສໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.
ຍສໝ - ງານຕະຫຼາດນັ້ນຈະມີການເຂົ້າຮ່ວມຂອງບັນດາວິສາຫະກິດພັດທະນາເຕັກໂນໂລຢີໃນການທ່ອງທ່ຽວ, ແນະນຳບັນດາເຕັກໂນໂລຢີໃໝ່ເພື່ອຮັບໃຊ້ໃຫ້ແກ່ ວິສາຫະກິດການທ່ອງທ່ຽວ, ມີ ຮ້ານວາງຂາຍກ່ວາ 300 ແຫ່ງໄດ້ຈົດທະບຽນເຂົ້າຮ່ວມງານຕະຫຼາດນັ້ນ ຂອງບັນດາວິສາຫະກິດການທ່ອງທ່ຽວ, ໂຮງແຮງ, ບໍລິສັດການບິນ, ຫົວໜ່ວຍສະໜອງການບໍລິການທ່ອງທ່ຽວ, ອົງການຄຸ້ມຄອງ, ສົ່ງເສີມການທ່ອງທ່ຽວໃນທົ່ວປະເທດ.
ຍສໝ - ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ຕີລາຄາສະພາບການ, ຄວາມສາມາດບົ່ມຊ້ອນໃນການພັດທະນາເຂດທ່ອງທ່ຽວແຫ່ງຊາດ
ວັນທີ 11 ຕຸລາ, ຄະນະກຳມະການປະຊາຊົນແຂວງ ນິງບິ່ງ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວແຂວງນິງບິງ ປີ 2020 ເພື່ອແນໃສ່ປະຕິບັດບັນດາມາດຕະການຟື້ນຟູ, ຊຸກຍູ້ການເຄື່ອນໄຫວທ່ອງທ່ຽວໃນສະພາບການເກີດໂລກລະບາດໂຄວິດ - 19 ແລະ ມຸ່ງໄປສູ່ປີທ່ອງທ່ຽວແຫ່ງຊາດປີ 2021 ຢູ່ ນິງບິ່ງ.