ຝຸ​ກວັກ ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ຕຸ​ລາ 2021

16:37 | 14/07/2021

ຍ​ສ​ໝ - ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ​ທ່ອງ​ທ່ຽວ ຫວຽດນາມ ໄດ້​ສະເໜີ​ວ່າ ຄາ​ດ​ວ່າ​ນັບ​ແຕ່​ເດືອນ​ຕຸ​ລາ 2021, ຝຸກວັກ ຈະ​ທົດ​ລອງ​ຮັບ​ແຂກ​ສາ​ກົນ ດ້ວຍປະ​ມານ 25 – 40 ຖ້ຽວ​ບິນ/ເດືອນ​ ເໝາະສົມ​ກັບ​ໄລ​ຍະທີ 1 ແລະ 2

ແນະ​ນຳ​ຕະຫຼາດ ບັກ​ຮ່າ, ລາວ​ກາຍ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ ແນະ​ນຳ​ຕະຫຼາດ ບັກ​ຮ່າ, ລາວ​ກາຍ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ
ຫວຽດ​ນາມ ຊົມ​ເຊີຍ​ປະ​ຊາ​ຄົມ​ສາ​ກົນ​ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຫວຽດ​ນາມ ຊົມ​ເຊີຍ​ປະ​ຊາ​ຄົມ​ສາ​ກົນ​ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19
ຝຸ​ກວັກ ທົດ​ລອງ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ແຕ່​ເດືອນ​ຕຸ​ລາ 2021
ພາບ​ປະ​ກອບ

ນະ​ຄອ​ນ​ຝຸກວັກ (ແຂ​ວງ​ກຽນ​ຢາງ) ຈະ​ທົດ​ລອງ​ການ​ຕ້ອນ​ຮັບ​ແຂ​ກ​ທ່ອ​ງ​ທ່ຽວ​ສາ​ກົນ​ເຂົ້າ​ເມືອງດ້ວຍ​ທາງ​ການ​ບິນ, ຜ່ານ​ບັນ​ດາ​ຖ້ຽວ​ບິນ​ charter ຫຼື​ ຖ້ຽວ​ບິນ​ການ​ຄ້າ.

ເລີ່ມ​ແຕ່​ເດືອນ​ຕຸ​ລາ 2021, ຂັ້ນຕອນ​​​ການ​ທົດ​ລອງຈະດຳ​ເນີນໃນ​ໄລ​ຍະ​ເວ​ລາ 6 ເດືອນ. ໄລ​ຍະ​ທີ 1 (3 ເດືອນ) ຈະ​ທົດ​ລອງ​ຮັບ 2000 – 3000 ຄົນ/ເດືອນ, ຜ່ານ​ບັນ​ດາ​ຖ້ຽວ​ບິນ charter, ຜັ​ນ​ຂະ​ຫຍາຍການ​ຮັບ​ໃຊ້​ແຂກ​ໃນ​ຂອບ​ຂະ​ໜາດ, ສະ​ຖານ​ທີ່​ທີ່ຈຳ​ກັດ.

ໄລ​ຍະ​ທີ 2 (3 ເດືອນ) ຈະ​ດຳ​ເນີນ​ຖ້າ​ຫາກວ່າ ໄລ​ຍະ​ທີ 1 ຮັບ​ປະ​ກັນໄດ້ຕາມ​ຄວາມ​ຮຽກ​ຮ້ອງ, ຈາກ​ນັ້ນ​ຈະເປີດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ຮັບ​ແຂກ ແຕ່ 5000 – 10.000ຄົນ/ເດືອນ, ອາດ​ຈະ​ຕ້ອນ​ຮັບ​ແຂກ​ຜ່ານ​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ ແລະ ເປີດກວ້າງ​ຂອບ​ຂະ​ໜາດ, ສະ​ຖານ​ທີ່​ຮັບ​ໃຊ້ແຂ​ກ​ທ່ອງ​ທ່ຽວ​ສາ​ກົນ. ຄາດ​ວ່າໃນ 6 ເດືອນ​ທີ່ທົດ​ລອງ ຈະ​ໄດ້ຕ້ອນ​ຮັບແຂ​ກ​ທ່ອງ​ທ່ຽວ​ສາ​ກົນ​ປະ​ມານ 25.000 – 40.000 ເທື່ອຄົນ ​ມາ​ຍັງ​ຝຸກວັກ.

ແຂກ​ທ່ອງ​ທ່ຽວ​ສາ​ກົນ ຢາກ​ມາ​ຝຸ​ກວັກ ​ຕ້ອງ​ມີ​ໃບ​ຢັ້ງ​ຢືນການສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຄົບ 2 ເຂັມ ແລະ ໄດ້ຮັບການຮັບຮອງຈາກ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຫວຽດ​ນາມ. ໄລ​ຍະ​ສັກ​ວັກ​ຊິນ​ເຂັມ​ທີ 2 ​ຢ່າງ​ໜ້ອຍ​ສຸດ 14 ວັນ ແລະ ບໍ່​ເກີນ12ເດືອນ​ນັບ​ແຕ່​ເວ​ລາເຂົ້າ​ເມືອງ. ແຂ​ກທີ່​ມີ​ໃບ​ຢັ້ງ​ຢຶນ​ໄດ້ຮັບການປິ່ນ​ປົວ​ຫາຍດີ​ເປັນ​ເປັນ​ປົກ​ກະ​ຕິແລ້ວນັ້ນ, ໄລຍະອອກ​ໂຮງ​ໝໍ​ບໍ່​ເກີ​ນ​ເວ​ລາ 12 ເດືອນ ກໍ່​ໄດ້ຮັບ​ອະ​ນຸດ​ຍາດໃຫ້​ເຂົ້າ​ເມືອງ.

ແຂກ​ທ່ອງ​ທ່ຽວ​ໝົດ​ທຸກ​ຄົນ​ກ່ອນ​ທີ່​ຈະ​ເຂົ້າ ຫວຽດ​ນາມ ຕ້ອງ​ກວດ​ວິ​ໄຈ​ຫາ​ເຊື້ອ SARS – CoV -2 ດ້ວຍ​ວິ​ທີ​ການ RT-PCR/RT-LAMP ໃນ​ເວ​ລາ 72 ຊົ່ວ​ໂມງ ກ່ອນ​ທີ່​ຈະເຂົ້າ​ເມືອງ ແລະ ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຂອງປະ​ເທດໄດ້ປະ​ຕິ​ບັດການອອກ​ໃບ​ຢັ້ງ​ຢືນ​ດ້ວຍ​ພາ​ສາອັງ​ກິດ ແລະ ມີ​ຜົນ​ກວດ​ເປັນ​ລົບ.

ແຂກ​ທ່ອງ​ທ່ຽວ​ຕ້ອງ​ຈົດ​ທະ​ບຽນ​ເຂົ້​າ​ຮ່ວມ​ລາຍການ​ທ່ອງ​ທ່ຽວແບບຄົບວົງຈອນຂອງວິ​ສາ​ຫະ​ກິດ​ການ​ທ່ອ​ງ​ທ່ຽວ. ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາຍັງ ​ຝຸກວັກ, ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ໄດ້​ສ້າງ​ລະ​ບົບ “ໃບ​ຢັ້​ງ​ຢືນການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19”, ມາ​ຮອດ​ປັດ​ຈຸ​ບັນ ໄດ້​ກຽມ​ພ້ອມ ແລະ ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ສະ​ຖ​ຽນ​ລະ​ພາບ ຕາມ​ແຜນ​ການນີ້.

ບັນ​ດາ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຈະ​ເລືອກ​ເອົາ​ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ໜອງ​ການ​ບໍ​ລິ​ການ​ເຂົ້າ​ຮ່ວມ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ, ຕາມ​ມາດ​ຖານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ, ພະ​ນັກ​ງານ​ຮັບ​ໃຊ້ ແລະ ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ. ພະ​ນັກ​ງານ, ຜູ້​ອອກ​ແຮງ​ງານ​ໝົດ​ທຸກ​ຄົນທີ່ຈະ​ສຳ​ຜັດ​ໂດຍ​ກົງ​ກັບ​ແຂ​ກ​ທ່ອງ​ທ່ຽວ​ສາ​ກົນ ແມ່ນຕ້ອງ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ແລ້ວ.

ສຳ​ລັບ​ສະ​ຖານ​ທີ່​ພັກ​ພາ​ອາ​ໄສ, ມາດ​ຖານ​ການເລືອກ​ແມ່ນເອົາບັນ​ດາ​ໂຮງ​ແຮມ​ທີ່​ໄດ້​ຮັບ​ການ​ຢັ້​ງ​ຢຶນ​ແຕ່​ລະ​ດັບ 3 – 5 ດາວ, ມີ​ເຂດ​ພັກ​ພາ​ອາ​ໄສ​ສະ​ເພາະ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາ​ກົນ ຮັບ​ປະ​ກັນ​ການ​ຕິດ​ຕາມກວດ​ກາທາງ​ການ​ແພດ, ບໍ່​ກໍ່​ຜົນ​ສະ​ທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ແຂກ​ທ່ອງ​ທ່ຽວ​ຕ່າງໆ, ບໍ່​ສຳ​ຜັດ​ກັບ​ຊຸມຊົນ, ມີ​ເຂດ/ຫ້ອງ ເອົາ​ຕົວ​ຢ່າງ​ວິ​ໄຈ​ຫາ​ເຊື້ອ SARS-CoV-2 ຢູ່​ສະ​ຖານ​ທີ່​ພັກ​ພາ​ອາ​ໄສ ເພື່ອ​ດຳ​ເນີນ​ການ​ເອົາ​ຕົວ​ຢ່າງ​ສຳລັບແຂກ​ທ່ອງ​ທ່ຽວ​ສາ​ກົນ​ໝົດ​ທຸກ​ຄົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.