ກຽມ​ພ້ອມ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ທົດ​ລອງ​ການ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຝຸ​ກວັກ

16:17 | 11/09/2021

ຕາມແຜນການໄດ້ຮັບຮອງເອົາຢູ່ກອງປະຊຸມລັດຖະບານສະໄໝສະມັນວັນທີ 6 ກັນຍາ ທີ່ຜ່ານມາ, ຝຸກວັກ ຈະທົດລອງການຮັບແຂກທ່ອງທ່ຽວສາກົນໃນໄລຍະເວລາ 6 ເດືອນ, ຄາດວ່າແຕ່ເດືອນຕຸລາ ປີ 2021.

ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ
ຫວຽດ​ນາມ ໄຂ​ສົກ​ຮຽນ​ໃໝ່ 2021 – 2022 ຕ​າມ​ຮູບ​ການ​ພິ​ເສດ ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ ຫວຽດ​ນາມ ໄຂ​ສົກ​ຮຽນ​ໃໝ່ 2021 – 2022 ຕ​າມ​ຮູບ​ການ​ພິ​ເສດ ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ
ພາບປະກອບ
ພາບປະກອບ

ເພື່ອຜັນຂະຫຍາຍການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາ ຝຸກວັກ, ຄາດວ່ານັບແຕ່ເດືອນຕຸລາ ປີ 2021, ນະຄອນຝຸກວັກ ພວມສ້າງແຜນການຜັນຂະຫຍາຍປະຕິບັດ, ໃນນັ້ນມີ 4 ໜ້າທີ່ຕ້ອງປະຕິບັດຢ່າງຮີບດ່ວນ. ນັ້ນແມ່ນຍູ້ແຮງການສັກວັກຊິນໃຫ້ແກ່ປະຊາຊົນໃນເກາະຝຸກວັກ ແລະ ບັນດາຜູ້ເຂົ້າຮ່ວມໂດຍກົງ ເຂົ້າວິວັດການຕ້ອນຮັບ ແລະ ຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ, ສ້າງແຜນການຜັນຂະຫຍາຍຢ່າງລະອຽດ ການທົດລອງຮັບແຂກທ່ອງທ່ຽວສາກົນ, ຄັດເລືອກບັນດາວິສາຫະກິດ, ຮາກຖານການບໍລິການ ຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວສາກົນ, ຮັບປະກັນຄວາມປອດໄພ.

ຕາມແຜນການໄດ້ຮັບຮອງເອົາຢູ່ກອງປະຊຸມລັດຖະບານສະໄໝສະມັນວັນທີ 6 ກັນຍາ ທີ່ຜ່ານມາ, ຝຸກວັກ ຈະທົດລອງການຮັບແຂກທ່ອງທ່ຽວສາກົນໃນໄລຍະເວລາ 6 ເດືອນ, ຄາດວ່າແຕ່ເດືອນຕຸລາ ປີ 2021. ເປົ້າໝາຍເຊິ່ງໂຄງການມຸ່ງໄປເຖິງ ນັ້ນແມ່ນບັນດາແຂກທ່ອງທ່ຽວສາກົນ ທີ່ມີໃບຢັ້ງຢືນໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢ່າງຄົບຖ້ວນແລ້ວ ຫຼືໃບຢັ້ງຢືນໄດ້ຮັບການປິ່ນປົວພະຍາດໂຄວິດ - 19 ຫາຍດີເປັນປົກກະຕິ ໂດຍອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຢູ່ ຫວຽດານມ ຮັບຮູ້.

vovworld.vn

ເຫດການ
302 Found

Found

The document has moved here.