ແນະ​ນຳ​ຕະຫຼາດ ບັກ​ຮ່າ, ລາວ​ກາຍ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ

16:51 | 10/07/2021

ວົງເງິນນຳເຂົ້າຂອງ ຫວຽດນາມ ຈາກ ລາວ ບັນລຸ 290,4 ລ້ານ USD, ເພີ່ມຂຶ້ນ 58,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບັນດາສິນຄ້າ ຫວຽດນາມ ສົ່ງອອກໄປຍັງລາວສ່ວນຫຼາຍແມ່ນ: ບັນດາຜະລິດຕະພັນຈາກເຫຼັກກ້າ, ພາຫະນະຂົນສົ່ງແລະເຄື່ອງອາໄຫຼ່… ຫວຽດນາມ ນຳເຂົ້າຈາກ ລາວ ຜະລິດຕະພັນຄື: ໄມ້ ແລະ ຜະລິດຕະພັນຈາກໄມ້, ຜັກ, ໝາກໄມ້, ຢາງພາລາ.

ແນະ​ນຳ​ການ​ຫັນປ່ຽນ​ອາ​ຊີບໃຫ້​ແກ່​ລູກຫຼານ​ຂອງ​ຊາວເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ ແນະ​ນຳ​ການ​ຫັນປ່ຽນ​ອາ​ຊີບໃຫ້​ແກ່​ລູກຫຼານ​ຂອງ​ຊາວເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ
ໜູນຊ່ວຍຊາວ ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໜູນຊ່ວຍຊາວ ຫວຽດ​ນາມ ອາ​ໄສ ຢູ່ ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ຕະຫຼາດບັກຮ່າ ຊາປາ (ພາບ: internet)
ຕະຫຼາດບັກຮ່າ ຊາປາ (ພາບ: internet)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ 373 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 37 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງສອງປະເທດ ຫວຽດນາມ - ລາວທີ່ໄດ້ດຳເນີນໃນອະທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ເພື່ອນ ບຸນທອງ ພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ ເອີເມວ ດ້ວຍເນື້ອໃນທີ່ວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຫາກໍ່ມີການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ໃນທຸກສະພາບການ, ພັກ, ລັດ ແລະ ປະຊາຊົນສອງປະເທດຫວຽດນາມແລະລາວກໍ່ຈະຕັດສິນໃຈພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນແບບພິເສດຫວຽດນາມ - ລາວໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ. ຂ້າພະເຈົ້າກໍ່ຫວັງວ່າບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາ ລາວ ຈະສະໜອງຂໍ້ມູນຂ່າວກ່ຽວກັບເນື້ອໃນການປຶກສາຫາລື ແລະ ບັນດາຜົນງານທີ່ສອງປະເທດບັນລຸໄດ້ໃນການຢ້ຽມຢາມດັ່ງກ່າວຕື່ມອີກ.

ເພື່ອນ ບຸນທອງ ທີ່ຮັກແພງ! ທີ່ບັນດາການພົບປະເຈລະຈາ, ການນຳຂັ້ນສູງສອງພັກ, ລັດ ໄດ້ແລກປ່ຽນບົດຮຽນປະສົບການກ່ຽວກັບການພັດທະນາ, ແລະ ຄວາມຕັດສິນໃຈໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງຂອງສອງພັກ, ສອງລັດໃນປີ 2021 ໂດຍເປັນປີທຳອິດທີ່ປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະພັກ ຢ່າງມີປະສິດທິຜົນ.

ບັນດາເນື້ອໃນລະອຽດໄດ້ຮັບການປຶກສາຫາລືໃນ ການພົບປະຄັ້ງຕ່າງໆ, ນັ້ນແມ່ນເຫັນດີເປັນເອກະພາບສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄົງຄ້າງກ່ຽວກັບກົນໄກ ແລະ ລະບອບລະບຽບການ ບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືກັນຢ່າງມີຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະຫງວນບຸລິມະສິດ ໃຫ້ກັນ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກເພື່ອພ້ອມກັນພັດທະນາ, ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ເປັນເຈົ້າການໃນການເພີ່ມທະວີການແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ພັດທະນາເສດຖະກິດ ສັງຄົມ, ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປີດກ້ວາງການເຊື່ອມໂຍງເຂົ້າກັບສາກົນ.

ໃນຂອບເຂດການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ຄັ້ງນີ້, ສອງຝ່າຍໄດ້ລົງນາມບັນດາເອກະສານຮ່ວມມື, ພ້ອມກັບການເຮັດວຽກຫຼາຍຄັ້ງຂອງບັນດາກະຊວງ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ເພື່ອບົນພື້ນຖານດັ່ງກ່າວ ຈະສາມາດຫັນບັນດາຂໍ້ຕົກລົງຂັ້ນສູງເປັນລະອຽດ, ກໍ່ຄືໄດ້ຢັ້ງຢືນວ່າ ສອງຝ່າຍຈະພ້ອມກັນຊຸກຍູ້ການສ້າງບາດກ້າວບຸກທະລຸ, ຍົກສູງປະສິດທິຜົນການຮ່ວມມືກ່ຽວກັບເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກ, ສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ເພື່ອນ ເພັດສະຫວັນ ສົມສະນິດ, ນັກສຶກສາປີສຸດທ້າຍຄະນະເສດຖະສາດສັງກັດມະຫາວິທະຍາໄລແຫ່ງຊາດລາວໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ພວກຂ້າພະເຈົ້າພວມຂຽນບົດວິທະຍານິພົນໃນນັ້ນມີບາງເນື້ອໃນແມ່ນກ່ຽວຂ້ອງເຖິງວົງເງິນການຄ້າສົ່ງອອກຂອງຫວຽດນາມໄປຍັງລາວ. ດັ່ງນັ້ນທາງລາຍການສາມາດຊ່ວຍໃຫ້ພວກຂ້າພະເຈົ້າຮູ້ຂໍ້ມູນກ່ຽວກັບວົງເງິນການຄ້າສົ່ງອອກຂອງຫວຽດນາມໄປຍັງຕະຫລາດລາວໃນຊຸມເດືອນຕົ້ນປີ 2021ຕື່ມອີກໄດ້ບໍ່? ຂໍຂອບໃຈ”.

ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ! ເພື່ອເຂົ້າໃຈລະອຽດກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງລາວພວກເພື່ອນສາມາດຕິດຕໍ່ໂດຍກົງກັບກະຊວງອຸດສາຫະກຳແລະການຄ້າຫວຽດນາມ, ກະຊວງແຜນການແລະການລົງທຶນຫວຽດນາມຫຼື ທີ່ທູດການຄ້າຫວຽດນາມປະຈຳລາວ. ເຖິງຢ່າງໃດກໍ່ຕາມ, ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ທາງລາຍການຈະແນະນຳໂດຍສັງເຂບກ່ຽວກັບສະພາບການສົ່ງອອກຂອງຫວຽດນາມໄປຍັງລາວເພື່ອໃຫ້ພວກເພື່ອນສາມາດເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງຕື່ມອີກ.

ປີ 2020, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ຜົນກະທົບຈາກໄພທຳມະຊາດແລະນ້ຳຖ້ວມກໍ່ຄືບັນດາມາດຕະການປິດເມືອງແລະແຍກຫ່າງໃນສັງຄົມເຊິ່ງໄດ້ເຮັດໃຫ້ການເຄື່ອນໄຫວດ້ານການຄ້າລະຫວ່າງສອງປະເທດປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ການຄ້າສອງປະເທດໄດ້ມີການເຕີບໂຕຄືນໃໝ່ຢ່າງແຮງໃນຊຸມເດືອນຕົ້ນປີ 2021. ໄລ່ໝົດ 5 ເດືອນຕົ້ນປີ 2021, ວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ບັນລຸ 570,7 ລ້ານ USD, ເພີ່ມຂຶ້ນ 39,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນນັ້ນ, ວົງເງິນການສົ່ງອອກຫວຽດນາມໄປຍັງ ລາວ ບັນລຸ 280,3 ລ້ານ USD, ເພີ່ມຂຶ້ນ 23,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020

ວົງເງິນນຳເຂົ້າຂອງ ຫວຽດນາມ ຈາກ ລາວ ບັນລຸ 290,4 ລ້ານ USD, ເພີ່ມຂຶ້ນ 58,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ບັນດາສິນຄ້າ ຫວຽດນາມ ສົ່ງອອກໄປຍັງລາວສ່ວນຫຼາຍແມ່ນ: ບັນດາຜະລິດຕະພັນຈາກເຫຼັກກ້າ, ພາຫະນະຂົນສົ່ງແລະເຄື່ອງອາໄຫຼ່… ຫວຽດນາມ ນຳເຂົ້າຈາກ ລາວ ຜະລິດຕະພັນຄື: ໄມ້ ແລະ ຜະລິດຕະພັນຈາກໄມ້, ຜັກ, ໝາກໄມ້, ຢາງພາລາ…

ຕໍ່ໄປລາຍການພວກຂ້າພະເຈົ້າ ຂໍແນະນຳໄປຍັງທ່ານຜູ້ຟັງ, ຜູ້ອ່ານ ກ່ຽວກັບສະຖານທີ່ທ່ອງທ່ຽວທີ່ມີຄວາມດຶງດູດໃຈພໍສົມຄວນນັ້ນແມ່ນຕະຫຼາດບັກຮ່າ, ນີ້ກໍ່ແມ່ນຄຳຖາມເຊິ່ງທ່ານຜູ້ຟັງຊາວຝລັ່ງ Michel Minouflet ໄດ້ສົ່ງມາ VOV ໃນອາທິດຜ່ານມາ.

ຕະຫຼາດບັດກຮ່າແມ່ນຕະຫຼາດຢູ່ເມືອງບັກຮ່າ, ແຂວງລາວກາຍ, ນອນຢູ່ຫ່າງຈາກນະຄອນລາວກາຍ 76 ກີໂລແມັດ ແລະ ຫ່າງຈາກນະຄອນຫຼວງຮ່າໂນ້ຍ ປະມານ 300 ກີໂລແມັດ, ດ້ວຍເສັ້ນທາງດ່ວນ ຮ່າໂນ້ຍ - ລາວກາຍ, ພວກເພື່ອນຈະໃຊ້ເວລາເດີນທາງພຽງແຕ່ 5 ຊົ່ວໂມງກໍມີໜ້າຢູ່ສະຖານທີ່ທ່ອງທ່ຽວນີ້ແລ້ວ. ຕະຫຼາດນີ້ມີຊື່ສຽງຍ້ອນວ່າຍັງຮັກສາໄດ້ຄວາມງາມແບບປະຖົມປະຖານແລະເຂັ້ມຂົ້ນໄປດ້ວຍຈຸດທີ່ເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ບັກຮ່າ. ຕະຫຼາດບັກຮ່າ ສ້າງຕັ້ງຢູ່ເຈົາບັກຮ່າກົງກັບເວລາທີ່ ແຂວງລາວກາຍໄດ້ຮັບການສ້າງຕັ້ງຂຶ້ນ. ນັບແຕ່ນັ້ນມາຮອດປັດຈຸບັນ, ຍາມໃດຕະຫຼາດບັກຮ່າກໍ່ຈັດຕະຫຼາດນັດ ອາທິດລະເທື່ອໃນວັນອາທິດ.

ຕະຫຼາດຈະໄດ້ຈັດແບ່ງເປັນ 4 ເຂດທີ່ແຕກຕ່າງກັນຄື: ເຂດຄ້າຂາຍສັດ, ເຂດຄ້າຂາຍເຄື່ອງໃຊ້ຂອງສອຍ, ເຂດຄ້າຂາຍເຄື່ອງຫັດຖະກຳຕ່ຳແຜ່ນຕັດຫຍິບ, ເຄື່ອງປະດັບ,ເຂດຂາຍອາຫານການກິນ, ບັນດາຜະລິດຕະພັນຊື້ຂາຍ, ແລກປ່ຽນກໍ່ມີຄວາມອຸດົມສົມບູນທີ່ສຸດ. ແຕ່ລະເຂດຂອງຕະຫຼາດກໍ່ມີຄວາມຫຼາກຫຼາຍແລະເຂັ້ມຂົ້ນໄປດ້ວຍສີສັນຂອງຊົນເຜົ່າທ້ອງຖິ່ນ, ພິເສດຕະຫຼາດບັກຮ່າແມ່ນສະຖານທີ່ນັດພົບດີທີ່ສຸດເພື່ອໃຫ້ຊາວໜຸ່ມຊົນເຜົ່າພົບປະກັນພາຍຫຼັງອາທິດໜຶ່ງທີ່ອອກແຮງງານຢ່າງລຳບາກ. ຕະຫຼາດບັກຮ່າຍັງແມ່ນຕະຫຼາດໜຶ່ງດຽວໃນທົ່ວປະເທດທີ່ມີເຂດສະເພາະສຳລັບການຊື້ຂາຍມ້າ, ແຕ່ລະຄັ້ງມີມ້ານັບຮ້ອຍໆໂຕໄດ້ຮັບການຄ້າຂາຍຢູ່ທີ່ນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼື

ອີເມວ[email protected]. ທ່ານຜູ້ຟັງກໍ່ສາມາດ Comment(ສະແດງຄຳຕິຊົມ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.ຂໍຂອບໃຈ!

vovworld.vn

ເຫດການ
302 Found

Found

The document has moved here.