ກຽມພ້ອມບັນດາເງື່ອນໄຂເພື່ອທົດລອງການຕ້ອນຮັບແຂກທ່ອງທ່ຽວສາກົນມາ ຝຸກວັກ | |
ຮັບຮູ້ບົດບາດຂອງບັນດາການນຳໜຸ່ມໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ |
![]() |
ພາບປະກອບ |
ຕາມແຜນການທົດລອງ, ແຂກທ່ອງທ່ຽວຂຶ້ນກັບບັນດາປະເທດທີ່ມີຄວາມປອດໄພສູງ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບັນດາເຂດຄື: ອາຊີຕາເວັນອອກສ່ຽງເໜືອ, ເອີລົບ, ອາເມລິກາ, ພາກຕາເວັນອອກກາງ, ທະວີບອົດຕາລີ… ຕ້ອງຈົດທະບຽນລາຍການທ່ອງທ່ຽວຂອງວິສາຫະກິດບໍລິສັດທ່ອງທ່ຽວຖ້າຫາກຢາກມາ ຝຸກວັກ.
ເພື່ອເຂົ້າເມືອງຫວຽດນາມ, ແຂກທ່ອງທ່ຽວຕ້ອງຕອບສະໜອງບັນດາຄຳຮຽກຮ້ອງ ລວມມີ: ໃບຢັ້ງຢືນໄດ້ຮັບການສັກວັກຊິນກັນໂຄວິດ - 19 ຫຼື ໃບຢັ້ງຢືນຢັ້ງຢືນໄດ້ຮັບການປິ່ນປົວໂລກລະບາດໂຄວິດ - 19 ຫາຍດີເປັນປົກກະຕິ (ໃນໄລຍະບໍ່ເກີນ 12 ເດືອນນັບແຕ່ເວລາອອກໂຮງໝໍ ມາຮອດເວລາເຂົ້າເມືອງ), ໃບຢັ້ງຢືງຜົນກວດຫາເຊື້ອ SARS-CoV-2 ເປັນລົບ ດ້ວຍວິທີ RT-PCR ພາຍໃນເວລາ 72 ຊົ່ວໂມງນັບແຕ່ເວລາອອກເມືອງ. ພາຍຫຼັງເຂົ້າເມືອງ, ແຂກທ່ອງທ່ຽວຕ້ອງປະຕິບັດຕາມ 5 ປະການຕາມຂໍ້ກຳນົດຂອງ ກະຊວງສາທາລະນະສຸກ ຫວຽດນາມ.
ຢູ່ດ່ານຊາຍແດນ, ຖ້າມີສັນຍານຕິດເຊື້ອໂຄວິດ - 19, ແຂກທ່ອງທ່ຽວຕ້ອງປະຕິບັດຕາມບັນດາມາດຕະການແຍກຕົວ, ຍາມໃດກໍ່ເປີດ bluetooth ແລະ GPS ພາຍຫຼັງຕິດຕັ້ງບັນດາໂປແກຼມແຈ້ງອາການສຸຂະພາບ, ກວດກາການເຂົ້າອອກບັນດາສະຖານທີ່ຕະຫຼອດໄລຍະເຂົ້າເມືອງ.
ຕາມການແນະນຳຂອງບໍລິສັດການທ່ອງທ່ຽວ, ແຂກທ່ອງທ່ຽວຈະໄດ້ເຄື່ອນຍ້າຍດ້ວຍເສັ້ນທາງທີ່ໄດ້ຮັບການຈັດສັນ ແລະ ນຳໃຊ້ລົດສະເພາະຕາມຂັ້ນຕອນທີ່ໄດ້ຮັບການອະນຸມັດ, ໃນລົດຕ້ອງມີນ້ຳຢາລ້າງມືຂ້າເຊື້ອ. ຜູ້ໃຫ້ບໍລິການ, ຜູ້ຂັບລົດ, ຜູ້ນຳທ່ອງທ່ຽວ ແລະ ແຂກທ່ອງທ່ຽວຕ້ອງໃສ່ຜ້າອັດປາກດັງ ໃນຕະຫຼອດໄລຍະໂດຍສານ.
ບັນດາບໍລິສັດການບິນ ແລະ ຫົວໜ່ວຍຂົນສົ່ງທາງບົກທີ່ໄດ້ຮັບການຄັດເລືອກຕ້ອງຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ມີຄຸນນະພາບການບໍລິການທີ່ດີ, ມີອິດທິພົນຊື່ສຽງພ້ອມກັບຖັນແຖວພະນັກງານທີ່ໄດ້ຮັບການຝຶກອົບຮົມກ່ຽວກັບວິວັດການຕ້ານໂລກລະບາດ. ພະນັກງານບັນດາບໍລິສັດການບິນ, ວິສາຫະກິດການທ່ອງທ່ຽວ, ການຂົນສົ່ງ, ທີ່ພັກພາອາໄສ… ລ້ວນແຕ່ຕ້ອງໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢ່າງຄົບຖ້ວນ 2 ເຂັມ.
ວິສາຫະກິດການທ່ອງທ່ຽວທີ່ໄດ້ຮັບຄັດເລືອກຕ້ອນຮັບແຂກທ່ອງທ່ຽວຕ້ອງມີໃບອະນຸຍາດຳເນີນການທຸລະກິດທ່ອງທ່ຽວສາກົນ, ມີໄລຍະເຄື່ອນໄຫວຢ່າງນ້ອຍສຸດແຕ່ 3 ປີຂຶ້ນໄປ ແລະ ມີບົດຮຽນປະສົບການຕ້ອນຮັບແຂກທ່ອງທ່ຽວຢ່າງໜ້ອຍສຸດ 30.000 ເທື່ອຄົນ/ປີ, ວິສາຫະກິດຕ້ອງມີຕະຫຼາດທີ່ເໝາະສົມ.
ພາຍຫຼັງຕ້ອນຮັບແຂກທ່ອງທ່ຽວຢູ່ສະໜາມບິນ, ຫົວໜ່ວຍທ່ອງທ່ຽວແນະນຳແຂກທ່ອງທ່ຽວເຄື່ອນຍ້າຍຕາມການຈັດສັນໄປແຕ່ລະພາຫະນະຂົນສົ່ງ, ນຳໃຊ້ລົດໂອໂຕຮັບໃຊ້ສະເພາະໃນຕະຫຼອດໄລຍະແຂກທ່ອງທ່ຽວຢູ່ ຫວຽດນາມ, ດຳເນີນການຂ້າເຊື້ອລົດກ່ອນ ແລະ ຫຼັງການຕ້ອນຮັບແຂກທ່ອງທ່ຽວຕາມການແນະນຳຂອງອົງການສາທາລະນະສຸກ, ໂດຍສານຜູ້ເຂົ້າເມືອງຢ່າງຖືກຕ້ອງຕາມແຜນການ…
ໂຮງແຮມ, ເຂດບຳລຸງສຸຂະພາບທີ່ໄດ້ຮັບການເຂົ້າຮ່ວມໂຄງການທົດລອງຕ້ອງຢູ່ລະດັບ ແຕ່ 3 – 5 ດາວ, ມີເຂດພັກພາອາໄສສະເພາະໃຫ້ແກ່ແຂກທ່ອງທ່ຽວສາກົນ ແລະ ບໍ່ພົບປະກັບປະຊາຄົມ ພ້ອມທັງຕ້ອງມີເຂດເອົາຕົວຢາງວິໄຈຫາເຊື້ອ, ແຍກຕົວສະເພາະ.
ຢູ່ເຂດພັກພອນ, ແຂກທ່ອງທ່ຽວຈະໄດ້ເອົາຕົວຢ່າງຫາເຊື້ອໂຄວິດ - 19 ແລະ ພັກພາອາໄສຢູ່ເຂດທີ່ມີການຄວບຄຸມກ່ອນທີ່ຈະມີຜົນການກວດ. ກໍລະນີແຂກທ່ອງທ່ຽວມີຜົນກວດເປັນບວກ ຫຼື ສົງໄສຕິດເຊື້ອ ຈະໄດ້ຮັບການປິ່ນປົວ ຫຼື ແຍກຕົວ (ໂດຍເສຍຄ່າ) ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ. ມີຜົນເປັນລົບ, ແຂກທ່ອງທ່ຽວຈະສືບຕໍ່ໄປຢ້ຽມຊົມບັນດາສະຖານທີ່ໃນໂຄງການ.
ເພື່ອໂຄງການທົດລອງສາມາດເລີ່ມດຳເນີນ, ອຳນາດການປົກຄອງທ້ອງຖິ່ນ ຕ້ອງກະກຽມວັດຖຸອຸປະກອນການແພດ, ຮາກຖານຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວແຍກຕົວໂດຍໄວ, ຈັດວາງກຳລັງຕຳຫຼວດ, ການແພດ, ກຸ່ມປະຕິງານໂດຍໄວ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນແບບບັງເອີນຢ່າງທັນການ.
ບຸນຄົງ