ຍສໝ - ການມອບຂອງຂວັນໃນຄັ້ງນີ້ມີຄວາມໝາຍຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄວາມສາມັກຄີຢ່າງແໜ້ນແຟ້ນລະຫວ່າງກອງທັບຂອງສອງປະເທດຫວຽດນາມ - ລາວ, ຜ່ານນັ້ນປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.
ສະຖານທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດງານແນະນຳ ກິດຈະກຳ CSR(Corporate Social Responsibility) ແລະ ເປີດສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ຢ່າງເປັນທາງການ ເມືຶ່ອວັນທີ 5 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ ໂຮງແຮມລາວພລາຊາ ໃນນະຄອນຫຼວງວຽງຈັນ.
ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ (ຖວທ) ຮ່ວມກັບຜູ້ປະກອບການດ້ານການທ່ອງທ່ຽວໄດ້ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ 2020 ຂຶ້ນໂດຍການນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໂຄສະນາອາຊຽນ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ.
ໃນວັນທີ 4 ພະຈິກ 2020 ຢູ່ໂຮງແຮມຄລາວພາຊາ, ນະຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວງານວາງສະແດງ ແນວທາງການພັດທະນາ ການທ່ອງທ່ຽວແບບຍືນຍົງ ອາຊຽນ 2020, ໂດຍການຖະແຫລງຂອງ ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາ ການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຜູ້ຕາງໜ້າ ຈາກອົງການສາກົນຕ່າງໆປະຈຳລາວ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ຍສໝ - ທ່ານ ອາລຸນໄຊ ສູນນະລາດ ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ປາດຖະໜາຢາກແບ່ງເບົ່າຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ຊ່ວຍພໍ່ແມ່ປະຊາຊົນ ພາກກາງ ຫວຽດນາມ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.
ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຢູ່ສຳນັກງານໃຫຍ່ ຄະນະກຳມະການພົວພັນຕ່າງປະເທດສູນກາງພັກກອມມູນິດລາວ ນະຄອນຫຼວງວຽງຈັນ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ມອບ 30.000 ແຜ່ນຜ້າບັງປາກທາງການແພດ ໃຫ້ແກ່ທ່ານນາງ ສູນທອນ ໄຊຍະຈັກ - ຫົວໜ້າຄະນະການພົວພັນຕ່າງປະເທດສູນກາງພັກ ສປປ.ລາວ.
ນັ້ນແມ່ນການແບ່ງປັນຂອງທ່ານພັນເອກພິເສດ ຫງວຽນດຶກ ຈວ໊ຽນ, ອະດີດຮອງຫົວໜ້າຫ້ອງສືບຂ່າວ - ທະຫານເຂດ 5 ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີໃນການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ນັບຮ້ອຍອັດຖິຈາກປະເທດລາວກັບຄືນປະເທດ.
ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ - ປະທານສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຕາງໜ້າໃຫ້ລັດຖະບານ ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫຼາຍປະເດັນໂດຍສະເພາະການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດຂອງລັດ ຖະບານ, ການສ້າງສິ່ງແວດ ລ້ອມ ເພື່ອດຶງດູດການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳປະເທດລາວ, ຕາມກົມອຸຕຸນິຍົມ ແລະ ອຸທົກກະສາດປະເທດລາວ ຫາກໍ່ອອກແຈ້ງເຕືອນ ໃຫ້ແກ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ຕ້ອງການລະວັງຕົວກັບໄພອັນຕະລາຍນໍ້າຖ້ວນ ແລະ ນໍ້າແກ່ງນໍ້າຊຸຍ້ອນຜົນກະທົບຈາກພາຍຸ Goni.
ຍສໝ - ໃນວັນທີ 6 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແຈ້ງໃຫ້ຮູ້ວ່າ: ໃນວັນທີ 05 ພະຈິກ 2020 ສປປ.ລາວ ແມ່ນມີຜູ້ຕິດເຊື້ອທັງໝົດ 16 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.
ປັດຈຸບັນກາເຟ ໄດ້ກາຍເປັນຜະລິດຕະພັນທີ່ສຳຄັນ ແລະ ເປັນສິນຄ້າສົ່ງອອກ ທີ່ສ້າງລາຍຮັບມະຫາສານ ໃຫ້ແກ່ປະເທດລາວ ສະເລ່ຍ 100 ລ້ານໂດລາສະຫະລັດຕໍ່ປີ ລວມທັງການສ້າງວຽກເຮັດງານທຳ ໃຫ້ປະຊາຊົນໄດ້ເປັນຈຳນວນຫລວງຫລາຍ.
ໃນຕອນເຊົ້າວັນທີ 5 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ເພັດ ພົມພິພັກ - ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງທ່ານ ຊ໋ອງ ເບີນາດ ຄາຣາສໂກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດທີ່ສໍາເລັດ ການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນໜ້າວຽກໂດຍລວມແມ່ນສຳເລັດແລ້ວກວ່າ 90% ແລະ ໄດ້ຮັບກາດຄາດຫວັງ ຈະເປີດໃຫ້ບໍລິການໃນທ້າຍປີ 2021.
ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 3 ຄົນ ລ້ວນແຕ່ແມ່ນຄົນເຂົ້າເມືອງ ແລະ ໄດ້ຮັບການແຍກຕົວໃນທັນທີ.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 6 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນ ໃສ່ບົດລາຍງານ ການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການ ກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ໃນວັນທີ 05 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 281 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 124 ຕົວຢ່າງ, ແຮງງານລາວ ກັບມາແຕ່ຫວຽດນາມ 19 ຕົວຢ່າງ, ແຮງງານລາວ ກັບມາແຕ່ຈີນ 04 ຕົວຢ່າງ, ແຮງງານຈີນ 31 ຕົວຢ່າງ, ແຮງງານໄທ 27 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 63 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 13 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ.
ຍສໝ - ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນແຂວງສະຫວັນນະເຂດ ແລະ ບັນດາແຂວງພາກກາງຂອງລາວ ທີ່ກຳລັງປະສົບຜົນຮ້າຍຍ້ອນໄພນ້ຳຖ້ວມ, ບັນດາບຸກຄົນ ແລະ ອົງການຈັດຕັ້ງຕ່າງໆໃນລາວ ໄດ້ຮຽກຮ້ອງການບໍລິຈາກ, ຊ່ວຍເຫຼືອປະຊາຊົນແຂວງສະຫວັນນະເຂດ ແລະ ບັນດາແຂວງພາກກາງຂອງລາວ ເພື່ອຜ່ານຜ່າຜົນຮ້າຍໄພນໍ້າຖ້ວມ, ກັບຄືນຊີວິດສະຖຽນລະພາບ.
ອາເມລິກາ ຍັງຄົງແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.798.764 ຄົນ, ໃນນັ້ນມີຜູ້ເສຍຊີວິດ 239.810 ຄົນ.
ໃນວັນທີ 03 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ອໍາລາຂອງ ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນ ປະເທດຢ່າງຖາວອນ ໃນເດືອນພະຈິກ 2020 ນີ້.
ໃນຕອນເຊົ້າວັນທີ 03 ພະຈິກ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ (Courtesy Calls) ຂອງ ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka), ຜູ້ອໍານວຍການ ຫ້ອງການທະນາຄານ ພັດທະນາອາຊີ (ADB) ຜູ້ໃໝ່ ປະຈຳ ສປປ ລາວ.