ເພີ່ມທະວີການພັດທະນາສາຍສຳພັນການທູດ ລາວ - ອົດສະຕາລີ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ

07:50 | 07/11/2020

ໃນຕອນເຊົ້າວັນທີ 5 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ເພັດ ພົມພິພັກ - ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງທ່ານ ຊ໋ອງ ເບີນາດ ຄາຣາສໂກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດທີ່ສໍາເລັດ ການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.

ນັກຮຽນຮູ້ອົດສະຕາລີ: ຫວຽດນາມ ມີນະໂຍບາຍຮັບປະກັນການເຕີບໂຕໄລຍະຍາວ
ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ໃນໂອກາດນີ້, ທ່ານ ເພັດ ພົມພິພັກ - ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ຊ໋ອງ ເບີນາດ ຄາຣາສໂກ ທີ່ໄດ້ມີຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫລອດໄລຍະ 3 ປີຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຊຸກຍູ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

ເພີ່ມທະວີການພັດທະນາສາຍສຳພັນການທູດ ລາວ - ອົດສະຕາລີ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ
ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ຊ໋ອງ ເບີນາດ ຄາຣາສໂກ - ເອກອັກຄະລັດຖະທູອົດສະຕຣາລີ ປະຈໍາ ສປປ ລາວ. (ພາບ: KPL)

ທ່ານ ຊ໋ອງ ເບີນາດ ຄາຣາສໂກ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວປະຕິບັດ ວຽກງານການທູດຂອງຕົນ ຢູ່ ສປປ ລາວ ໃຫ້ມີຜົນສຳເລັດເປັນຢ່າງດີ. ພ້ອມກັນນີ້, ທ່ານຍັງກ່າວຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ອົດສະຕຣາລີ-ລາວ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆ ຂຶ້ນໃນອະນາຄົດ.

ອົດສະຕາລີ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຈາກໄພທຳມະຊາດ

ຍສໝ - ທ່ານ Scott Morrison - ນາຍົກລັດຖະມົນຕີອົດສະຕາລີ ໄດ້ສົ່ງຈົດໝາຍຢ້ຽມຢາມຖາມຂ່າວ ກ່ຽວກັບສະພາບນໍ້າຖ້ວມທີ່ແກ່ຍາວຢູ່ໃນປະເທດຫວຽດນາມ ແລະ ໄດ້ຢືນຢັນວ່າ ອົດສະຕາລີພ້ອມແລ້ວທີ່ຈະເພີ່ມການຊ່ວຍເຫຼືອສຸກເສີນ ແລະ ການຊ່ວຍເຫຼືອໃນການຟື້ນຟູໄລຍະຍາວໃຫ້ແກ່ຫວຽດນາມ.

ນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 9 ຕຸລາ 2020, ອົງການຜູ້ຕາງໜ້າຊາວຫວຽດນາມ, ສະຖານທູດຫວຽດນາມຢູ່ອົດສະຕາລີ ແລະ ນິວຊີແລນ, ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳສົ່ງພົນລະເມືອງຈຳນວນເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນກັບຄືນສູ່ປະເທດຢ່າງປອດໄພ.

ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19

ຍສໝ - ລັດຖະບານອົດສະຕາລີ ໄດ້ແຈ້ງໃຫ້ຊາບກ່ຽວກັບການດຳເນີນບ້ວງເງິນອຸປະຖໍາທີ່ມີມູນຄ່າ 650.000 ໂດລາອົດສະຕາລີ ເພື່ອແນໃສ່ໜູນຊ່ວຍຂໍ້ລິເລີ່ມໃໝ່ໃຫ້ແກ່ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.