ສປປ ລາວ ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

14:24 | 06/11/2020

 ໃນວັນທີ 05 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 281 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 124 ຕົວຢ່າງ, ແຮງງານລາວ ກັບມາແຕ່ຫວຽດນາມ 19 ຕົວຢ່າງ, ແຮງງານລາວ ກັບມາແຕ່ຈີນ 04 ຕົວຢ່າງ, ແຮງງານຈີນ 31 ຕົວຢ່າງ, ແຮງງານໄທ 27 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 63 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 13 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ.

ສປປ ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ
ສປປ ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ
ສປປ ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ໃນວັນທີ 6 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 05 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 281 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 124 ຕົວຢ່າງ, ແຮງງານລາວ ກັບມາແຕ່ຫວຽດນາມ 19 ຕົວຢ່າງ, ແຮງງານລາວ ກັບມາແຕ່ຈີນ 04 ຕົວຢ່າງ, ແຮງງານຈີນ 31 ຕົວຢ່າງ, ແຮງງານໄທ 27 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 63 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 13 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 05 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 68.128 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ ແລະ ກໍລະນີທີ 24 ຍັງຄົງສືບຕໍ່ປິ່ນປົ່ວຢູ່ໂຮງໝໍມິດຕະພາບ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ສະພາບການລະບາດ ຂອງພະຍາດ COVID-19 ໃນທົ່ວໂລກ ຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເປັນ ຈຳນວນຫລວງຫລາຍ, ອີງໃສ່ສະພາບດັ່ງກ່າວ ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນ ໃນສັງຄົມ ເອົາໃຈ ໃສ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າ ການສຳນັກງານນາ ຍົກລັດຖະມົນຕີ ຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອຢ່າງເຂັ້ມງວດ ເພື່ອສະກັດກັ້ນ ແລະ ຫລຸດຜ່ອນການລະບາດ ຂອງພະຍາດ COVID-19 ໃນປະເທດຂອງພວກເຮົາ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງ ສາມາດຕິດຕາມ ໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ສປປ ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຫລາຍປະເທດທົ່ວໂລກ ຕິດເຊື້ອເພີ່ມຂຶ້ນ

ມາຮອດວັນທີ 16 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 (ປະເທດ/ເຂດ) ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 39.129.732 ຄົນ, ເສຍຊີວິດ 1.102.073 ຄົນ ເຊິ່ງກວມເອົາ 2,81% ຂອງຜູ້ຕິດເຊື້ອທັງໝົດ ແລະ ປິ່ນປົວຫາຍດີ 29.342.135 ຄົນ ເຊິ່ງກວມເອົາ 74,9 ...

ສປປ ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຢູ່ ລາວ

​​​ໃນ​ວັນ​ທີ 15 ຕຸລາ 2020 ກະຊວງ​ສາທາລະນະ​ສຸກ ຢືນຢັນ ສປປ ລາວ ບໍ່​ມີ​ຜູ້​ຕິ​ດ​ເຊື້ອ ພະຍາດໂຄ​ວິດ-19 ​ເພີ່ມ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ພໍ່-​ແມ່ປະຊາຊົນ​ ​​ຈຳນວນ​ບໍ່ໜ່ວຍເຫັນ​ວ່າ ​ປ່ອຍປະ​ລະ​ເລີຍ ກັບ​ ບາງ​ມາດ​ຕະການ ທີ່​ຄະນະ​ສະ​ເພາະ​ກິດ​ວາງ​ອອກ ​ເຊັ່ນ: ການປະຕິບັດ​ຫລັການ​ອະນາ​ໄມ, ການ​ທຳ​ຄວາມ​ສະອາດ​ຂ້​າ​ເຊື້ອ​ພະຍາດ ຢູ່​ສະຖານ​ທີ່​ບໍລິການ, ເວລາ​​ອອກ​ໄປ​ທີ່​ຊຸມ​ຊົນ ຍັງ​ບໍ່​ໃສ່​ຜ້າ​ປິດ​ ປາກ-​ດັງ, ບໍ່​ປະຕິບັດ​ຮັກສາ​ໄລຍະ​ຫ່າງ ...

ສປປ ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ

ໃນວັນທີ 13 ຕຸລາ 2020, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໄດ້ລາຍງານສະພາບ ການລະບາດໃນ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 607 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 211 ຕົວຢ່າງ, ແຮງງານຈີນ 382 ຕົວຢ່າງ, ແຮງງານຫວຽດນາມ 10 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 03 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

kpl.gov.la

ເຫດການ
302 Found

Found

The document has moved here.