ທະນາຄານພັດທະນາອາຊີ ໃຫ້ຄຳໝັ້ນສັນຍາວ່າ ຈະມາພ້ອມກັບການພັດທະນາເສດຖະກິດຂອງລາວ

07:30 | 05/11/2020

ໃນຕອນເຊົ້າວັນທີ 03 ພະຈິກ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ (Courtesy Calls) ຂອງ ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka), ຜູ້ອໍານວຍການ ຫ້ອງການທະນາຄານ ພັດທະນາອາຊີ (ADB) ຜູ້ໃໝ່ ປະຈຳ ສປປ ລາວ.

ທະນາຄານພ ດທະນາອາຊ ໃຫ ຄຳໝ ນສ ນຍາວ າ ຈະມາພ ອມກ ບການພ ດທະນາເສດຖະກ ດຂອງລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຮັບສານແຕ່ງຕັ້ງຜູ້ອໍານວຍການຫ້ອງການ ADB ຄົນໃໝ່ປະຈໍາ ສປປ.ລາວ
ທະນາຄານພ ດທະນາອາຊ ໃຫ ຄຳໝ ນສ ນຍາວ າ ຈະມາພ ອມກ ບການພ ດທະນາເສດຖະກ ດຂອງລາວ ADB: ເສດຖະກິດລາວ ຄາດວ່າຈະຟື້ນຕົວ ແລະ ເຕີບໃຫຍ່ໃນປີ 2021

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka) ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍ ການຫ້ອງການທະນາຄານພັດທະນາອາຊີ (ADB) ຜູ້ໃໝ່ປະຈໍາ ສປປ ລາວ.

ທະນາຄານພ ດທະນາອາຊ ໃຫ ຄຳໝ ນສ ນຍາວ າ ຈະມາພ ອມກ ບການພ ດທະນາເສດຖະກ ດຂອງລາວ
ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ຊິນ ຊອງ ຊຸນ ໃນການຕ້ອນຮັບ. (ພາບ: KPL)

ພ້ອມທັງໄດ້ສະແດງ ຄວາມຂອບໃຈ ຕໍ່ ADB ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຊ່ວຍເຫລືອ ພັດທະນາ ເສດຖະກິດ-ສັງຄົມ ຂອງສປປ ລາວ ໃນຫລາຍຂະແໜງການ ຕະຫລອດໄລຍະ 50 ກວ່າປີຜ່ານມາ ໂດຍສະເພາະ ການອະນຸມັດເງິນກູ້, ທຶນຊ່ວຍເຫລືອລ້າ ແລະ ການຊ່ວຍ ເຫລືອທາງດ້ານວິຊາການ ສໍາລັບພາກລັດ ໃນໄລຍະປີ 2019-2020 ຈໍານວນ 27 ໂຄງການ ລວມມີມູນຄ່າ ທັງໝົດປະມານ 900 ລ້ານໂດລາສະຫະລັດ ແລະ ເຊື່ອໝັ້ນວ່າ ADB ຍັງຈະສືບຕໍ່ປະກອບ ສ່ວນຊ່ວຍເຫລືອ ສປປ ລາວ ເພື່ອໃຫ້ສາມາດ ບັນລຸເປົ້າໝາຍທີ່ວາງໄວ້ ໃນແຜນພັດທະນາ ເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ທ້າຍສະໄໝ ແລະ ຍຸດທະສາດການເປັນຄູ່ຮ່ວມມືໃໝ່ ລະ ຫວ່າງ ສປປ ລາວ ແລະ ADB, ລວມທັງການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ຮອດປີ 2030.

ໃນໂອກາດດຽວກັນນີ້, ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka) ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ກັບ ລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ADB ແລະ ລັດຖະບານ ສປປ ລາວ, ໂດຍສະ ເພາະ ໃນໄລຍະທີ່ ທ່ານ ນາງ Sonomi ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືການຟື້ນຟູເສດຖະກິດໃນໄລຍະ ແລະ ຫລັງການແຜ່ລະບາດ ຂອງພະຍາດ COVID-19 ໃຫ້ມີປະສິດ ທິຜົນຕົວຈິງ.

ໃນຕອນທ້າຍ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວອວຍພອນ ທ່ານ ນາງ Sonomi Tanaka ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ ວຽກງານໃໝ່ ແລະ ຫວັງຢ່າງຍິ່ງວ່າ ADB ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າຕື່ມອີກ.

ທະນາຄານພ ດທະນາອາຊ ໃຫ ຄຳໝ ນສ ນຍາວ າ ຈະມາພ ອມກ ບການພ ດທະນາເສດຖະກ ດຂອງລາວ ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

ທະນາຄານພ ດທະນາອາຊ ໃຫ ຄຳໝ ນສ ນຍາວ າ ຈະມາພ ອມກ ບການພ ດທະນາເສດຖະກ ດຂອງລາວ ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Eric Sidgwick - ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ.

ທະນາຄານພ ດທະນາອາຊ ໃຫ ຄຳໝ ນສ ນຍາວ າ ຈະມາພ ອມກ ບການພ ດທະນາເສດຖະກ ດຂອງລາວ ADB ໃຫ້ກູ້ຢືມທຶນຈໍານວນ 37,8 ລ້ານໂດລາສະຫະລັດໃຫ້ແກ່ໂຄງການພະລັງງານແສງຕາເວັນຢູ່ຫວຽດນາມ

ທະນາຄານພັດທະນາອາຊີ (ADB) ຫາກໍ່ເຊັນສັນຍາໃຫ້ກູ້ຢືມທຶນດ້ວຍມູນຄ່າ 37,8 ລ້ານໂດລາສະຫະລັດກັບບໍລິສັດຫຸ້ນສ່ວນລົງທຶນພັດທະນາພະລັງງານ TTC ເພື່ອແນໃສ່ໜູນຊ່ວຍທຶນໃຫ້ແກ່ໂຄງການພະລັງງານແສງຕາເວັນຢູ່ຫວຽດນາມ...

kpl.gov.la

ເຫດການ
302 Found

Found

The document has moved here.