ປະເທດລາວ ຈັດຕັ້ງງານວາງສະແດງ ການພັດທະນາການທ່ອງທ່ຽວແບບຍືນຍົງ ອາຊຽນ 2020

08:58 | 08/11/2020

ໃນ​ວັນ​ທີ 4 ພະຈິກ 2020 ຢູ່​ໂຮງ​ແຮມ​ຄລາວ​ພາ​ຊາ, ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີ​ພິທີ​ຖະ​ແຫລ​ງຂ່າວ​ງານ​ວາງສະ​ແດງ​ ແນວທາງ​ການ​ພັດທະນາ ​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ ອາ​ຊຽນ 2020, ​ໂດຍ​ການ​ຖະ​ແຫລ​ງຂອງ​ ທ່ານ ນາງ ພອນມະລີ ອິນທະ​ພົມ ຮອງ​ຫົວໜ້າ​ກົມ​ພັດທະນາ​ ການທ່ອງທ່ຽວ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ ຈາກ​ອົງການ​ສາກົນ​ຕ່າງໆ​ປະຈຳ​ລາວ ​ແລະ ສື່​ມວນ​ຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າຮ່ວມ.

ປະເທດລາວ ຈ ດຕ ງງານວາງສະແດງ ການພ ດທະນາການທ ອງທ ຽວແບບຍ ນຍ ງ ອາຊຽນ 2020 ປະເທດລາວ ໄດ້ຄາດວ່າເສດຖະກິດຈະເຕີບໂຕ 3,3% ໃນປີ 2020
ປະເທດລາວ ຈ ດຕ ງງານວາງສະແດງ ການພ ດທະນາການທ ອງທ ຽວແບບຍ ນຍ ງ ອາຊຽນ 2020 ການທ່ອງທ່ຽວທາງວັດທະນະທຳ ກໍ່ຂາດບໍ່ໄດ້ໂດຍສະເພາະວັດຊຽງທອງ ຊຶ່ງມີຫລາຍຢ່າງໜ້າສຶກສາຄົ້ນຄວ້າເປັນຕົ້ນສະຖາປັດຕະຍາກຳເກົ່າແກ່ ແລະ ການຕົບແຕ່ງແບບລາວແທ້

ພິທີຖະແຫຼງຂ່່າວການກະກຽມງານດັ່ງກ່າວມີຂຶ້ນ ໃນຕອນບ່າຍຂອງວັນທີ 4 ພະຈິກ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ພອນມະລີ ອິນທະພົມ - ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລພທ່ອງທ່ຽວ, ທ່ານນາງ ຫງວຽນເຝື່ອງຖູຍ - ຫົວໜ້າອົງປະກອບຂອງ GIZ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ພ້ອມຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ,ພາກທຸລະກິດເຂົ້າຮ່ວມ.

ປະເທດລາວ ຈ ດຕ ງງານວາງສະແດງ ການພ ດທະນາການທ ອງທ ຽວແບບຍ ນຍ ງ ອາຊຽນ 2020
ທ່ານນາງ ພອນ​ມະ​ລີ ອິນທະ​ພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລພທ່ອງທ່ຽວປະເທດລາວ. (ພາບ: laoedaily.com.la)

ທ່ານນາງ ພອນ​ມະ​ລີ ອິນທະ​ພົມ ກ່າວ​ວ່າ: ງານ​ວາງສະ​ແດງ​ດັ່ງກ່າວ, ​ຈະ​ຈັດ​ຂຶ້ນ​ແຕ່​ ວັນ​ທີ 5-7 ພະຈິກ 2020 ຢູ່​ໂຮງ​ແຮມ​ຄລາວ​ພາ​ຊາ ນະຄອນຫລວງ​ວຽງ​ຈັນ ​ແລະ ຖື​ເປັນຄັ້ງທີ 2 ທີ່ ສປປ ລາວ ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ດັ່ງກ່າວ. ໃນໄລຍະຜ່ານມາ, ຢູ່ສປປລາວ ໄດ້ຈັດງານວາງສະແດງໃນລັກສະນະນີ້ມາແລ້ວ 2 ຄັ້ງ ຊຶ່ງເປັນງານພາຍໃນປະເທດ, ຄັ້ງທີ 1 ແມ່ນໄດ້ຈັດທີ່ແຂວງຫຼວງພະບາງ ໃນປີ 2018, ຄັ້ງທີ 2 ແມ່ນໄດ້ຈັດຂຶ້ນ ທີ່ນະຄອນຫຼວງວຽງຈັນ ໃນປີ 2019. ຍ້ອນເຫັນໄດ້ຜົນສໍາເລັດໃນການຈັດງານວາງສະແດງ ດັ່ງກ່າວໃນ 2 ປີທີ່ຜ່ານມາ, ປີນີ້ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)ຈຶ່ງໄດ້ຍົກ ລະດັບງານດັ່ງກ່າວຂຶ້ນເປັນລະດັບອາຊຽນ ຊຶ່ງເປັນຄັ້ງທໍາອິດຂອງຂົງເຂດທ່ອງທ່ຽວ ໃນລະດັບພາກພື້ນ ທີ່ໄດ້ລິເລີ່ມຈັດງານດັ່ງກ່າວນີ້ຂຶ້ນມາ.

​ສຳລັບ​ງານ​ວາງສະ​ແດງ​​ນີ້, ​ຈະ​ມີ​ຜູ້​ປະກອບ​ການທ່ອງທ່ຽວ ​ປະ​ເພດ​ຕ່າງໆ​ ຫລາຍ​ຫົວໜ່ວຍ​ຈາກ ສປປ ລາວ,​ ຫວຽດນາມ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ອົດ​ສະຕຣາລີ, ຝຣັ່ງ ​ແລະ ປະ​ເທດ​ອື່ນໆ ຈາກ​ອາ ຊີ​ຕາ​ເວັນ​ອອກສຽງ​ໃຕ້​ ເຂົ້າຮ່ວມ​ວາງສະ​ແດງ. ສະ​ເພາະ​ຫ້ອງ​ວາງສະ​ແດງ ​ຢູ່​ໂຮງ​ແຮມ​ຄລາວ​ພາ​ຊາ​ ຈະ​ມີ​ທັງ​ໝົດ 35 ຫົວໜ່ວຍ ​ໂດຍ​ເຂົ້າຮ່ວມ​ແບບ​ບໍ່​ເສຍ​ຄ່າ.

ທ່ານ ນາງ ພອນ​ມະ​ລີ ອິນທະ​ພົມ ກ່າວ​ຕື່ມວ່າ: ຕະຫລອດ​ການຈັດ​ງານ​ ແມ່ນ​ຈະ​ມີ​ເວທີ​ສົນທະນາ ​ແລະ ສຳ​ມະ​ນາ​ທາງ​ໄກ ຫລາຍ​ຫົວ​ຂໍ້​ສຳຄັນ ​ຄື: ທິດ​ທາງ​ການ​ພັດທະນາ​ ການ​ທ່ອງ​ທ່ຽວ​ຂອງ​ອາ​ຊຽນ, ການ​ຕິດ​ຕໍ່ ​ສື່ສານ​ການ​ທ່ອງ​ທ່ຽວ ​ໃນ​ໄລຍະ​ວິ​ກິດ​ການ​ຢູ່​ ຈຸດໝາຍ​ປາຍທາງ​ ການທ່ອງທ່ຽວ, ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ​ເພື່ອ​ປັບປຸງ​ທຸລະ​ກິດ​ທ່ອງ​ທ່ຽວ ​ແລະ ການ​ຕ້ອນຮັບ, ການ​ສະໜັບສະໜູນ ​ການທ່ອງທ່ຽວ ​ທີ່​ປະຊາຊົນ​ ທ້ອງ​ຖິ່ນ​ມີ​ສ່ວນ​ຮ່ວມ, ການ​ຫລຸດຜ່ອນ​ການ​ນຳ​ໃຊ້​ ວັດ​ສະດຸ​ປລາສະຕິກ ​ແລະ ການ​ຮັກສາ​ຄວາມ​ປອດ​ໄພ ​ຂອງ​ນັກ​ທ່ອງ​ທ່ຽວ,​ ການ​ປະຢັດ​ຕົ້ນທຶນ ​ການ​ບໍລິຫານ​ຂອງ​ທຸລະ​ກິດ​ ການທ່ອງທ່ຽວ ​ໂດຍ​ການ​ປະຢັດ​ພະລັງງານ​ໄຟຟ້າ, ການ​ຟື້ນຟູກ​ານທ່ອງ​ທ່ຽວ​ຄືນ​ໃໝ່,​ ​ເສດຖະກິດ​ໝູນວຽນ ​ໃນ​ຂະ​ແໜງ​ການທ່ອງທ່ຽວ ​ແລະ ລະບົບ​ບຳບັດ​ນ້ຳ​ເປື້ອນ ສຳລັບ​ທຸລະ​ກິດ​ ສະຖານ​ທີ່​ພັກ​ແຮມ.

ງານ​ວາງສະ​ແດງ​ນີ້, ຈັດ​ຂຶ້ນ​ເພື່ອ​ນຳ​ສະ​ເໜີ ​ຜະລິດ​ຕະພັນ ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ ໃຫ້​ບັນດາ​ທຸລະ​ກິດ​ການທ່ອງທ່ຽວ, ປະກອບສ່ວນ​ປະຕິບັດ​ ເປົ້າໝາຍ​ການ​ພັດທະນາ ​ແບບ​ຍືນ​ຍົງ​ຂອງ ສປປ ລາວ, ທັງ​ເປັນ​ການ​ໂຄສະນາ​ອາ​ຊຽນ ​ເປັນ​ຈຸດໝາຍ​ປາຍທາງ​ ການທ່ອງທ່ຽວ​ທີ່​ຍືນ​ຍົງ, ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ ​ຈາກ​ໂຄງການ​ເຊື່ອມ​ໂຍງ ​ເສດຖະກິດ​ລາວ​ ສູ່​ເສດຖະກິດ​ອາ​ຊຽນ, ​ໂຄງການ​ຂອງ​ລັດຖະບານ​ເຢຍລະ​ມັນ (GIZ) ​ແລະ ​ໂຄງການ​ສ້າງ​ສະພາບ​ແວດ​ລ້ອມ​ ທີ່​ເອື້ອອຳນວຍ​ຕໍ່​ທຸລະ​ກິດ​ລາວ (USAID LBE), ​ໂຄງການ​ທັກ​ສະ ​ດ້ານ​ການທ່ອງທ່ຽວ, ​ໂຄງການ Lao/029 ​ແລະ ພາກສ່ວນ​ອື່ນໆ ຕື່ມອີກ.

ປະເທດລາວ ຈ ດຕ ງງານວາງສະແດງ ການພ ດທະນາການທ ອງທ ຽວແບບຍ ນຍ ງ ອາຊຽນ 2020 ປະເທດລາວ ພິຈາລະນາເປີດທົວທ່ອງທ່ຽວສາກົນຄືນໃໝ່

ຍສໝ - ນີ້ແມ່ນຈຸດໃໝ່ໃນການດຶງດູດນັກທ່ອງທ່ຽວສາກົນໃຫ້ເຂົ້າເມືອງປະເທດລາວ ເພາະວ່າຈຳນວນນັກທ່ອງທ່ຽວພາຍໃນປະເທດລາວຍັງບໍ່ໄດ້ເພີ່ມຂຶ້ນຫຼັງຈາກສອງສາມເດືອນທີ່ໄດ້ສົ່ງເສີມນະໂຍບາຍ "ປະຊາຊົນລາວທ່ອງທ່ຽວພາຍໃນລາວ" ຫຼັງຈາກພະຍາດ COVID-19.

ປະເທດລາວ ຈ ດຕ ງງານວາງສະແດງ ການພ ດທະນາການທ ອງທ ຽວແບບຍ ນຍ ງ ອາຊຽນ 2020 ຫວຽດນາມຫວັງວ່າ ຍີ່ປຸ່ນຈະແມ່ນຄູ່ຮ່ວມມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວອັນດັບໜຶ່ງ ຂອງຫວຽດນາມ

ຍ​ສ​ໝ - ຕອນບ່າຍວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ,ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ມີການພົບປະກັບບັນດາວິສາຫະກິດແລະອົງການເສດຖະກິດຍີ່ປຸ່ນຢູ່ຫວຽດນາມ.

ປະເທດລາວ ຈ ດຕ ງງານວາງສະແດງ ການພ ດທະນາການທ ອງທ ຽວແບບຍ ນຍ ງ ອາຊຽນ 2020 ການທ່ອງທ່ຽວຂອງຫວຽດນາມ ໄດ້ຮັບການຄັດເລືອກເຂົ້າໃນ 11 ປະເພດການທ່ອງທ່ຽວແຖວໜ້າຂອງອາຊີ

ຍສໝ - ຄະນະກຳມະການຈັດງານລາງວັນການທ່ອງທ່ຽວໂລກປີ 2020 (WTA) ໄດ້ປະກາດເວລາຄັດເລືອກເອົາ ໃນເຂດອາຊີໃນປີ 2020 ແຕ່ວັນທີ 15 ມິຖຸນາເຖິງວັນທີ 24 ກັນຍາ 2020. ໃນລະດູການນີ້, ການທ່ອງທ່ຽວຫວຽດນາມໄດ້ຮັບການຄັດເລືອກໃນ 11 ປະເພດການທ່ອງທ່ຽວ “ແຖວໜ້າຂອງອາຊີ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.