ພິທີເປີດສະພາການຄ້າ ສ.ເກົາຫຼີ ປະຈໍາ ສປປລາວ ຢ່າງເປັນທາງການ

16:15 | 08/11/2020

ສະຖານທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດງານແນະນຳ ກິດຈະກຳ CSR(Corporate Social Responsibility) ແລະ ເປີດສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ຢ່າງເປັນທາງການ ເມືຶ່ອວັນທີ 5 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ ໂຮງແຮມລາວພລາຊາ ໃນນະຄອນຫຼວງວຽງຈັນ.

ພ ທ ເປ ດສະພາການຄ າ ສ ເກ າຫ ປະຈ າ ສປປລາວ ຢ າງເປ ນທາງການ ທ່ານ Park Byeong-Seug ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ​ ສິ້ນ​ສຸ​ດ​ການ​​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ
ພ ທ ເປ ດສະພາການຄ າ ສ ເກ າຫ ປະຈ າ ສປປລາວ ຢ າງເປ ນທາງການ ວິ​ສາ​ຫະ​ກິດ ສ.ເກົາຫຼີ​ ເພິ່ງ​ພໍ​ໃຈ​ກັ​ບ​ເລື່ອງ​ເຂົ້າ​ເມືອງ ຫວຽດ​ນາມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ ໂຄວິດ - 19

ໂດຍການເຂົ້າຮ່ວມຂອງ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ຊອງ ຊຸນຊິນ ເອກອັກຄະລັດຖະທູດສ.ເກົາຫຼີ ປະຈໍາລາວ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ; ທ່ານ ໂອ ເຊຢັງ ປະທານສະພາການຄ້າ ສ.ເກົາຫຼີ ປະຈໍາລາວ, ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພ ທ ເປ ດສະພາການຄ າ ສ ເກ າຫ ປະຈ າ ສປປລາວ ຢ າງເປ ນທາງການ
ພິທີເປີດສະພາການຄ້າ ສ.ເກົາຫຼີ ປະຈໍາສປປລາວ ຢ່າງເປັນທາງການ. (ພາບ: Laoedaily)

ໃນພິທີ ທ່ານ ໂອ ເຊຢັງ ປະທານສະພາການຄ້າ ສ.ເກົາຫຼີ ປະຈຳລາວ ກ່າວວ່າ: ການສ້າງຕັ້ງສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງນີ້ແມ່ນເພື່ອເປັນການຜັນຂະຫຍາຍວຽກງານການຄ້າ ແລະ ການລົງທຶນຢູ່ໃນລາວ ພ້ອມກັນນັ້ນ ກໍເພື່ອເປັນການອຳນວຍຄວາມສະດວກໃຫ້ກັບພາກທຸລະກິດຂອງປະເທດສ.ເກົາຫຼີ ທັງຮັດແໜ້ນສາຍພົວພັນການຮ່ວມມືຂອງສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ ລວມທັງການດຶງດູດເອົານັກລົງທຶນຂອງ ສ.ເກົາຫຼີ ໃຫ້ເຂົ້າມາລົງທຶນຢູ່ລາວໃຫ້ນັບມື້ເພີ່ມຂຶ້ນເປັນກ້າວໆ.

ດັ່ງນັ້ນ ການເປີດສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ເທື່ອນີ້ ບໍ່ພຽງແຕ່ຈະເປັນການປະກອບສ່ວນແກ່ເສດຖະກິດຂອງລາວໃຫ້ນັບມື້ເຕີບໂຕຂຶ້ນ ຍັງເຮັດໃຫ້ນັກທຸລະກິດ ສ.ເກົາຫຼີ ເຊື່ອໝັ້ນ ແລະ ຕັດສິນໃຈມາລົງທຶນໃນລາວອີກ, ທັງນີ້ກໍຍ້ອນວ່າ ໄລຍະຜ່ານມາ ລັດຖະບານລາວ ໄດ້ອຳນວຍຄວາມສະດວກຫຼາຍດ້ານແກ່ພາກທຸລະກິດ ສ.ເກົາຫຼີ ທີ່ເຂົ້າມາລົງທຶນ ແລະ ເຊື່ອວ່າ ສະພາການຄ້າທີ່ເປີດໃໝ່ນີ້ກໍຈະເປັນຂົວຕໍ່ທີ່ສຳຄັນເພື່ອເຮັດໃຫ້ພາກທຸລະກິດ ສ.ເກົາຫຼີ ແລະ ລັດຖະບານລາວ ເຮັດວຽກຮ່ວມກັນໄດ້ດີຂຶ້ນ.

ພ ທ ເປ ດສະພາການຄ າ ສ ເກ າຫ ປະຈ າ ສປປລາວ ຢ າງເປ ນທາງການ
ທ່ານ ໂອ ເຊຢັງ ຍັງໄດ້ມອບ 1 ແສນໂດລາ. (ພາບ: Laoedaily)

ໃນໂອກາດດຽວກັນ ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ຕະຫຼອດ 25 ປີ ຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ເຫັນວ່າປັດຈຸບັນ ການຄ້າລະຫວ່າງປະເທດແມ່ນພວມຢູ່ໃນລະດັບສູງ ໂດຍສະເພາະ ການແລກປ່ຽນທາງດ້ານການຄ້າ, ໃນປີ 2018 ການລົງທຶນຂອງສ.ເກົາຫຼີ ໃນລາວ ເປັນອັນດັບທີ 5, ຈຳນວນນັກທ່ອງທ່ຽວ ສ.ເກົາຫຼີ ມີ 175 ພັນຄົນ ເພາະມີສາຍການບິນລາວ-ສ.ເກົາຫຼີ, ການຊ່ວຍເຫຼືອກໍກວມເອົາຫຼາຍຂົງເຂດ. ອີງໃສ່ການຂະຫຍາຍຕົວຂອງວຽກງານການຄ້າ ຈຶ່ງສະເໜີສ້າງຕັ້ງສະພາການຄ້າຂຶ້ນ ເພາະມີຫຼາຍກິດຈະການທີ່ມາລົງທຶນມີການຂະຫຍາຍຕົວ ເຊິ່ງມີທັງທຸລະກິດຂະໜາດນ້ອຍ ແລະ ໃຫຍ່, ທີ່ຜ່ານມາສະພາການຄ້າແມ່ນເຮັດວຽກຢ່າງໃກ້ສິດ ເພື່ອເຕົ້າໂຮມທຸກສະມາຄົມໃຫ້ເຂົ້າຮ່ວມໃນສະພາການຄ້າ. ຂະນະດຽວກັນ ສະພາການຄ້າ ຈະເຮັດໜ້າທີ່ຊຸກຍູ້ພາຍຫຼັງໄດ້ຈົດທະບຽນແລ້ວ ເພື່ອໃຫ້ທຸກທຸລະກິດຮູ້ນະໂຍບາຍຂອງລັດ, ອັນເປັນບ່ອນອີງທີ່ສາມາດເປັນແປ້ນຢັນ ລະຫວ່າງທຸລະກິດ 2 ປະເທດໃຫ້ຄຶກຄື້ນ.

ນອກຈາກນີ້ ເພື່ອເຮັດໃຫ້ພິທີເປີດສະພາການຄ້າສ.ເກົາຫຼີ ປະຈຳລາວ ມີຄວາມໝາຍຍິ່ງຂຶ້ນ ພາຍໃນງານກໍໄດ້ມີພິທີຕັດເຄັກ ໂດຍຄະນະປະທານ. ໃນຕອນທ້າຍ ທ່ານ ໂອ ເຊຢັງ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ທ່ານທູດເພື່ອຊົມເຊີຍຜົນງານການເຮັດວຽກ, ມອບເງິນໃຫ້ແກ່ສະພາການຄ້າ ສ.ເກົາຫຼີ ເພື່ອພັດທະນາອົງກອນຈຳນວນ 1 ແສນໂດລາ, ໃຫ້ສະມາຄົມຄົນເກົາຫຼີ ຈຳນວນ 1 ໝື່ນໂດລາ ແລະ ໃຫ້ສະພາຊາວໜຸ່ມຄົນເກົາຫຼີ ອີກ 1 ໝື່ນໂດລາສະຫະລັດ ອີກ.

ພ ທ ເປ ດສະພາການຄ າ ສ ເກ າຫ ປະຈ າ ສປປລາວ ຢ າງເປ ນທາງການ ທ່ານ Park Byeong-Seug ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ​ ສິ້ນ​ສຸ​ດ​ການ​​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ຍ​ສໝ - ທີ່ບັນດາການພົບປະ, ສອງຝ່າຍໄດ້ຢັ້ງຢືນການພົວພັນ “ຄູ່ຮ່ວມມືຍຸດທະສາດ” ຫວຽດນາມ - ສ.ເກົາຫຼີ ພວມມີການພັດທະນາຢ່າງແຮງ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ.

ພ ທ ເປ ດສະພາການຄ າ ສ ເກ າຫ ປະຈ າ ສປປລາວ ຢ າງເປ ນທາງການ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ຕ້ອນຮັບປະທານກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ

ຍສໝ - ສ.ເກົາຫຼີ ພ້ອມທີ່ຈະສະໜັບສະໜູນການພັດທະນາຂອງຫວຽດນາມ, ປາດຖະໜາຢາກຊຸກຍູ້ການພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຊ່ອງທາງ ແລະ ທຸກຂັ້ນ.

ພ ທ ເປ ດສະພາການຄ າ ສ ເກ າຫ ປະຈ າ ສປປລາວ ຢ າງເປ ນທາງການ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ

ຍສໝ - ຕອນບ່າຍວັນທີ 2 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບທ່ານ Park Byeong-seug - ປະທານສະພາແຫ່ງຊາດສ.ເກົາຫຼີ ເນື່ອງໃນໂອກາດທີ່ຢ້ຽມຢາມຫວຽດນາມຢ່າງເປັນທາງການ.

Laoedaily

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.