ໃນວັນທີ 20 ພະຈິກ 2020, ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 19 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 232 ຄົນ, ໃນນັ້ນ ມີ 01 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ມີອາການ, 20 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 59 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 57 ຕົວຢ່າງ, ແຮງງານຫວຽດນາມ 84 ຕົວຢ່າງ ແລະ ແຮງງານລາວມາແຕ່ຈີນ 11 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອເພີ່ມ. ປັດຈຸບັນ, ຄົນເຈັບຕິດເຊື້ອພະ ຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.
ລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຮ່ວມສາຍພູຫລວງ, ຮ່ວມແມ່ນ້ຳ, ການພົວພັນສະໜິດສະໜົມ ຖານອ້າຍນ້ອງ ລະຫວ່າງສອງຊາດ ໄດ້ຮັບການສ້າງຕັ້ງ ແລະ ເພີ່ມພູນຄູນສ້າງ ໃນປະຫວັດສາດ ແຫ່ງການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ. ການພົວພັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນ ຈິດໜຶ່ງໃຈດຽວ ລະຫວ່າງ ປະຊາຊົນ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ - ລາວ, ໂດຍປະທານໂຮ່ຈິມິງ ແລະ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ, ການນໍາຮຸ່ນຕ່າງໆ ແລະ ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງ. ນີ້ແມ່ນຊັບສົມບັດ ອັນລ້ຳຄ່າຂອງສອງຊາດ, ເໝາະສົມກັບກົດເກນ ພັດທະນາລວມ ຂອງສອງປະເທດ ໃນໄລຍະທາງ ແຫ່ງການພັດທະນາ ປະເທດຊາດ ວັດທະນາຖາວອນ, ປະຊາຊົນອີ່ມໜຳສຳລານ ແລະ ມີຄວາມຜາສຸກ.
ຍສໝ - ທ່ານພົນຈັດຕະວາ ຫງວຽນກວ໋ກຢຸງ, ຜູ້ບັນຊາການພົນລະພາກຫຼວງ 11 ໄດ້ມອບຈໍານວນເງິນ 500 ລ້ານກີບ ແລະເຄື່ອງສີດຢາຂ້າເຊື້ອອັດຕະໂນມັດ 25 ໜ່ວຍ ໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ຍສໝ - ໃນຊຸມວັນທີ່ຜ່ານມາ, ບັນດາປ້ອມປ້ອງກັນຊາຍແດນ ແລະ ປະຊາຊົນບັນດາແຂວງຢູ່ຕາແສງເຂດຊາຍແດນຂອງ ແຂວງກ໋ວາງຈິໄດ້ໜູນຊ່ວຍໃຫ້ບັນດາກອງຮ້ອຍປ້ອງກັນເຂດຊາຍແດນ ແລະ ບັນດາກຸ່ມບ້າຍຢູ່ເຂດຊາຍແດນຂອງແຂວງສະຫວັນນາເຂດເຂົ້າສານກ່ວາ 30 ໂຕນ ແລະ ໝີ່ສຳເລັດຮູບນັບຮ້ອຍແກັດ.
ຍສໝ - ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020.
ຍສໝ - ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນບົນຈິດໃຈສາມັກຄີ, ມິດຕະພາບ, ພ້ອມກັນແລກປ່ຽນເພື່ອເປັນ ເສນາທິການ, ສະເໜີກັບສອງກະຊວງປ້ອງກັນປະເທດ ເພີ່ມຄວາມສາມາດຮັບປະກັນວຽກງານດ້ານການເງິນໃຫ້ແກ່ການປະຕິບັດບັນດາໜ້າທີ່...
ໃນປັດຈຸບັນ, ທົ່ວປະເທດມີສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.612 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 74.068 ຕົວຢ່າງ, ກວດພົບເຊື້ອສະສົມ 25 ຄົນ, ສ່ວນຄົນເຈັບຕິດເຊື້ອພະຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.
ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ...
ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດແມ່ນ 1300 ຄົນ, ໃນນັ້ນ ມີ 1124 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕັດສິນໃຈຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. ພ້ອມທັງມານະພະຍາຍາມກະກຽມໃຫ້ເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ.
ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ 1 ກໍລະນີ, ໂດຍແມ່ນ ນັກ ສຶກສາລາວ (ເພດຍິງ) ເດີນທາງມາຈາກປະເທດຮົງກາລີ, ປັດຈຸບັນ ໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ເພື່ອປິ່ນປົວຢູ່ໂຮງໝໍ ມິດຕະພາບ 150 ຕຽງແລ້ວ, ລວມຕົວເລກຜູ້ຕິດເຊື້ອ ສະສົມເປັນ 25 ກໍລະນີ, ປິ່ນປົວຫາຍດີ 23 ກໍລະນີ, ຍັງສືບຕໍ່ປິ່ນປົວ 2 ກໍລະນີ. ຄະນະທີ່ ທົ່ວໂລກ ມາຮອດວັນທີ 17 ພະຈິກ 2020 ມີຜູ້ຕິດເຊື້ອທັງໝົດ 55.295.170 ຄົນ, ເສຍຊີວິດ 1.331.308 ຄົນ, ປິ່ວປົວຫາຍດີ 38.380.491 ຄົນ.
ປະຈຸບັນ, ອາຊີ ແມ່ນພາກພື້ນທີ່ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຫລາຍກ່ວາໝູ່ໃນໂລກດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 15,16 ລ້ານຄົນ.
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 16 ວັນ, ແຕ່ວັນທີ 27 ຕຸລາ - 17 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.
ຫາງສຽງຂອງສັງຄົມ ສ່ວນຫລາຍແມ່ນ ຢາກໃຫ້ແກ້ໄຂບັນຫາ ການຊື້-ຂາຍຫວຍໃນປັດຈຸບັນ, ເຊິ່ງມີທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ແລະ ຫວຍພັດທະນາ ແມ່ນອອກ 2 ຄັ້ງຕໍ່ອາທິດ ເຊິ່ງເຫັນວ່າອອກຫວຍຫລາຍໂພດ ເປັນການເບື່ອເມົາເກີນໄປ.
ປັດຈຸບັນ, ເຖິງວ່າການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ຈະເບົາບາງລົງຢ່າງຕໍ່ເນື່ອງກໍ່ຕາມ ແຕ່ລັດຖະບານ ກໍຄື ຄະນະສະເພາະກິດ ຍັງສືບຕໍ່ເຝົ້າລະວັງ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດ ຂອງໂຄວິດ-19 ຢ່າງເຂັ້ມງວດຕໍ່ເນື່ອງ, ເຊິ່ງຕົວເລກຜູ້ຕິດເຊື້ອສະສົມ 24 ຄົນ, ປິ່ນປົວດີ 23 ຄົນ, ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 1 ຄົນ.
ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.281 ຄົນ.ໃນນັ້ນ ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.103 ຄົນ
ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.
ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ລາຍງານໃຫ້ຮູ້ ໃນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ພະຈິກ 2020 ນີ້ວ່າ: ຮ່າງກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດທາງອາຍາ ສະບັບສ້າງໃໝ່ ປະກອບມີ IX ພາກ, 6 ໝວດ, 54 ມາດຕາ.