ສືບຕໍ່ເຝົ້າລະວັງພະຍາດໂຄວິດ-19 ພ້ອມສືບຕໍ່ປິ່ນປົວ 2 ຄົນ

16:26 | 21/11/2020

ໃນວັນທີ 20 ພະຈິກ 2020, ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 19 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 232 ຄົນ, ໃນນັ້ນ ມີ 01 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ມີອາການ, 20 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 59 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 57 ຕົວຢ່າງ, ແຮງງານຫວຽດນາມ 84 ຕົວຢ່າງ ແລະ ແຮງງານລາວມາແຕ່ຈີນ 11 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອເພີ່ມ. ປັດຈຸບັນ, ຄົນເຈັບຕິດເຊື້ອພະ ຍາດ COVID-19 ເບີ 24 ແລະ ເບີ 25 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ສ ບຕ ເຝ າລະວ ງພະຍາດໂຄວ ດ 19 ພ ອມສ ບຕ ປ ນປ ວ 2 ຄ ນ ລາວ: ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.657 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ
ສ ບຕ ເຝ າລະວ ງພະຍາດໂຄວ ດ 19 ພ ອມສ ບຕ ປ ນປ ວ 2 ຄ ນ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 50.719.494 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.261.676 ຄົນ
ສ ບຕ ເຝ າລະວ ງພະຍາດໂຄວ ດ 19 ພ ອມສ ບຕ ປ ນປ ວ 2 ຄ ນ
ພາບປະກອບ

ທົ່ວປະເທດມີຜູ້ເດີນທາງ ເຂົ້າມາມີທັງໝົດ 2.975 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 1.341 ຄົນ (ແຮງງານລາວ ກັບມາແຕ່ໄທ 63 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 84 ຄົນ, ຈຸດຜ່ານດ່ານ ລາວ- ຫວຽດນາມ 1.549 ຄົນ, ຈຸດຜ່ານດ່ານ ລາວ-ກຳປູເຈຍ 01 ຄົນ, ເຊິ່ງເປັນຄົນຈີນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ອີກວ່າ: ອີງໃສ່ສະພາບການລະບາດ ໃນທົ່ວໂລກ ສັງເກດເຫັນວ່າ ການລະບາດຍັງບໍ່ທັນ ມີທ່າອ່ຽງຫລຸດລົງເທື່ອ. ສະນັ້ນ, ຂໍຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ເປັນເຈົ້າການໃນສືບຕໍ່ ປະຕິບັດແຈ້ງການ ຂອງຫ້ອງວ່າການ ສຳນັກງານນາຍົກ ລັດຖະມົນຕີທີ່ໄດ້ວາງອອກ, ພ້ອມທັງຄຳແນະນຳ ຂອງຂະແໜງການກ່ຽວຂ້ອງ ຢ່າງເຄັ່ງຄັດ, ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ, ຫລີກລ້ຽງການເດີນທາງ ໄປຍັງສະຖານ ທີ່ທີ່ມີຄວາມສ່ຽງໃນການຕິດເຊື້ອ, ສືບຕໍ່ປະຕິບັດການ ດຳລົງຊີວິດປົກກະຕິແບບໃໝ່ ແລະ ຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ ເມື່ອທ່ານເດີນທາງເຂົ້າມາ ສປປ ລາວ. ການປະຕິບັດທັງໝົດນີ້, ກໍ່ແມ່ນເພື່ອຈຳກັດ ການລະບາດຂອງພະຍາດ ໃນປະເທດເຮົາ ໃຫ້ຫລຸດໜ້ອຍຖອຍລົງ.

ສ ບຕ ເຝ າລະວ ງພະຍາດໂຄວ ດ 19 ພ ອມສ ບຕ ປ ນປ ວ 2 ຄ ນ ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ

ອາເມລິກາ ຍັງຄົງແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.798.764 ຄົນ, ໃນນັ້ນມີຜູ້ເສຍຊີວິດ 239.810 ຄົນ.

ສ ບຕ ເຝ າລະວ ງພະຍາດໂຄວ ດ 19 ພ ອມສ ບຕ ປ ນປ ວ 2 ຄ ນ ຫວຽດນາມ ໄດ້ປິ່ນປົວຫາຍດີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 1.062 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 1.173 ຄົນ

56 ມື້ແລ້ວ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.

ສ ບຕ ເຝ າລະວ ງພະຍາດໂຄວ ດ 19 ພ ອມສ ບຕ ປ ນປ ວ 2 ຄ ນ ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 41.500.000 ຄົນ, ໃນນັ້ນ ມີ ກວ່າ 1.135.600 ຄົນ ເສຍຊີວິດ

ໄລ່ຮອດ ວັນທີ 22 ຕຸລາ, ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 41.500.000 ຄົນ, ໃນນັ້ນ ມີ ກວ່າ 1.135.600 ຄົນ ເສຍຊີວິດ.

kpl.gov.la

ເຫດການ
302 Found

Found

The document has moved here.