ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ໄດ້ດຳເນີນ ຢູ່ ບາງກອກ ປະເທດ ໄທ

ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ອາຊຽນ ໄດ້ດຳເນີນ ຢູ່ ບາງກອກ ປະເທດ ໄທ

ຍສໝ - ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​​ ວ່າ​ດ້ວຍ“ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ ​ເສດ​ຖະ​ກິດ​ຮອບ​ດ້ານ​ຢູ່​ພາກ​ພື້ນ” ຫຼື RCEP ຄັ້ງ​ທີ 7 ໄດ້​ຈັດຂຶ້ນ​ຢູ່​ ​ບາງກອກ​ ປະ​ເທດ​ໄທ​ ໃນ​ວັນ​ທີ 8 ກັນ​ຍານີ້ ໂດຍ​ມີ ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ ຫຼື​ ຜູ້​ຕາງ​ໜ້າ​ຈາກ 16 ປະ​ເທດ​ ເຊິ່ງ​ລວມ​ທັງ 10 ປະ​ເທດ​ໃນ​ອາ​ຊຽນ ພ້ອມ​ດ້ວຍ​ ຈີນ, ຍີ່​ປຸ່ນ, ສ.ເກົາຫລີ, ອົ​ດສ​ະຕ​ຣາ​ລີ, ນູ​ແວນ​ເຊ​ລັງ ແລະ​ ອິນ​ເດຍ​ເຂົ້າ​ຮ່ວມ.

ທິມບານເຕະແຫ່ງຊາດຫວຽດນາມຈະແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022

ທິມບານເຕະແຫ່ງຊາດຫວຽດນາມຈະແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022

ຄູເຝິກ ປັກຮັງແຊວ ພ້ອມບັນດານັກກິລາບານເຕະຫວຽດນາມຈະເລີ່ມແຂ່ງຂັນກັບທິມບານເຕະໄທໃນຮອບຄັດເລືອກ World Cup 2022 ໃນເວລາ 19 ໂມງຂອງວັນທີ 5 ກັນຍາທີ່ແຂວງປະທຸມ ທານີ ຫ່າງຈາກນະຄອນຫຼວງປາງກອກ 40 ກມ ໄປທາງທິດເໜືອ.

ລາວ-ໄທ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ

ລາວ-ໄທ ເພີ່ມທະວີການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ

ເມື່ອທ້າຍອາທິດຜ່ານມານີ້, ທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ທັງເປັນປະທານຄະນະອະນຸ ກໍາມະການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ພ້ອມຄະນະ, ໄດ້ເຂົ້າຮ່ວມກອງປະຊຸມ ຄະນະອະນຸກໍາມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 2 ປະຈຳປີ 2019 ແລະ ເຂົ້າຮ່ວມກອງປະຊຸມແກ້ໄຂບັນຫາ ຢາເສບຕິດຕາມຊາຍ ແດນລາວ-ໄທ ຄັ້ງທີ 3 ທີ່ແຂວງ ມຸກດາຫານ ຣາຊະອານາຈັກໄທ. ໂດຍຝ່າຍໄທ ແມ່ນທ່ານ ພົນໂທ ຄໍາຣົນ ເຄຣືອວິຊະຍາຈານເຈົ້າ ກົມກິດຈະການຊາຍແດນທະຫານ ແລະ ປະທານຄະນະອະນຸ ກໍາມະການຮ່ວມມືຮັກສາ ຄວາມ ສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ໄທ-ລາວ ພ້ອມຄະນະ.

ບັນດາການເຄື່ອນໄຫວຕ່າງໆຂອງ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິ້ກິມເງິນ ໃນຂອບເຂດກອງປະຊຸມ AIPA 40 ຢູ່ປະເທດໄທ

ບັນດາການເຄື່ອນໄຫວຕ່າງໆຂອງ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິ້ກິມເງິນ ໃນຂອບເຂດກອງປະຊຸມ AIPA 40 ຢູ່ປະເທດໄທ

ວັນທີ 25 ສິງຫາ 2019, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິ້ກີມເງິນ ນຳຫນ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ຢູ່ປະເທດໄທ.

ການຮ່ວມມືໃນການພັດທະນາການທ່ອງທ່ຽວ ຂອງ 4 ປະເທດ ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ

ການຮ່ວມມືໃນການພັດທະນາການທ່ອງທ່ຽວ ຂອງ 4 ປະເທດ ຫວຽດນາມ, ກຳປູເຈຍ, ໄທ ແລະ ມຽນມາ

ຍສໝ - ວັນທີ 14 ສິງຫາ ຢູ່ນະຄອນເກິນເທີ, ກົມໃຫຍ່ທ່ອງທ່ຽວຂຶ້ນກັບກະຊວງວັດທະນະທໍາກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 6 ກ່ຽວກັບການຮ່ວມມືແລວທ່ອງທ່ຽວທາງທິດໃຕ້ ດ້ວຍການເຂົ້າຮ່ວມຂອງອົງການຄຸ້ມຄອງການທ່ອງທ່ຽວ ແລະ ບັນດາວິສາຫະກິດທ່ອງທ່ຽວຂອງ 4 ປະເທດ ເຊິ່ງລວມມີ: ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຜູ້ວ່າການທະນາຄານສູນກາງ ລາຊະອານາຈັກ ໄທ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບຜູ້ວ່າການທະນາຄານສູນກາງ ລາຊະອານາຈັກ ໄທ

ຍສໝ - ໃນຕອນເຊົ້າວັນທີ 05 ສິງຫາ ຢູ່ສໍານັກງານລັດຖະບານ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ວິຣະໄທ ສັນຕິປຣະພົບ ຜູ້ວ່າການທະນາຄານສູນກາງໄທ

ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1

ເປີດຂະບວນລົດຂົນສົ່ງສິນຄ້າ ຂ້າມຂົວມິດຕະພາບ ລາວ-ໄທ 1

ກົມ​ທາງ​ລົດ­ໄຟ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໄດ້​ມີ​ພິ­ທີ​ເປີດ​ແລ່ນ​ຂະ​ບວນ​ລົດ­ໄຟ​ຂົນ­ສົ່ງ​ສິນ­ຄ້າ​ຜ່ານ​ແດນ​ຂ້າມ​ຂົວ​ມິດ­ຕະ­ພາບ ລາວ-ໄທ 1 ນະ­ຄອນ­ຫຼວງ​ວຽງ​ຈັນ ຄັ້ງ​ປະ­ຖົມ​ມະ​ລືກ ຈັດ​ຂຶ້ນ​ວັນ​ທີ 1 ສິງ­ຫາ 2019 ທີ່​ລານ​ຕູ້​ສິນ­ຄ້າ​ທ່າ​ນາ​ແລ້ງ ເມືອງ​ຫາດ​ຊາຍ​ຟອງ ມີ​ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ທ່ານ ກຽດ​ຕິ​ຄຸນ ຊາດ​ປະ­ເສີດ ເອກ​ອັກ​ຄະ​ຣາ​ຊະ​ທູດ​ໄທ​ປະ­ຈຳ​ລາວ ທ່ານ ວໍ­ລະ​ວຸດ ມາ­ລາ ຮັກ­ສາ​ການ​ແທນ​ຜູ້​ວ່າ­ການ​ລົດ­ໄຟ​ແຫ່ງ​ປະ­ເທດ​ໄທ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ທັງ​ສອງ​ປະ­ເທດ​ເຂົ້າ​ຮ່ວມ.

ຄະນະອານຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ, ໄທ-ລາວ ລົງກວດຊາຍແດນຮ່ວມປະຈຳປີ 2019

ຄະນະອານຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ທົ່ວໄປ ລາວ-ໄທ, ໄທ-ລາວ ລົງກວດຊາຍແດນຮ່ວມປະຈຳປີ 2019

ການກວດກາຂອບເຂດຮ່ວມ ຊາຍແດນລາວ-ໄທ ຂອງຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມ ຊາຍແດນທົ່ວໄປ ລາວ-ໄທ, ໄທ- ລາວປະຈຳປີ 2019 ຢູ່ຊາຍແດນ ລະຫວ່າງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ແລະ ເມືອງຊຽງແສນ ແຂວງຊຽງຣາຍ ຣາຊາອາ ນາຈັກໄທ ໄດ້ຈັດຂຶ້ນໃນທ້າຍອາທິດແລ້ວ.

ລາວ-ໄທ ຫາລືການຮ່ວມມືດ້ານການຄ້າ

ລາວ-ໄທ ຫາລືການຮ່ວມມືດ້ານການຄ້າ

ກອງ​ປະ­ຊຸມ​ພົບ​ປະ​ລະ­ຫວ່າງ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ແລະ ສະ­ພາ​ທຸ­ລະ​ກິດ​ໄທ-ລາວ ແລະ ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ໄທ​ໃນ ສປປ ລາວ ຈັດ​ຂຶ້ນ​ວັນ​ທີ 23 ກໍ­ລະ­ກົດ 2019 ຢູ່​ສະ ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ.

ນັກທຸລະກິດໄທ ລົງທຶນ ຫຼາຍກວ່າ 228 ລ້ານ USD ໃນແຂວງເຫງະອານ

ນັກທຸລະກິດໄທ ລົງທຶນ ຫຼາຍກວ່າ 228 ລ້ານ USD ໃນແຂວງເຫງະອານ

ຍສໝ - ນີ້ແມ່ນຂໍ້ມູນທີ່ໄດ້ຮັບ ຈາກການນຳຂອງພະແນກພົວພັນ ຕ່າງປະເທດແຂວງເຫງະອານ ໄດ້ເປີດເຜີຍພາຍຫຼັງເຂົ້າຮ່ວມກອງປະຊຸມກຽມຈັດກອງປະຊຸມ 9 ແຂວງ ຂອງ 3 ປະເທດ ຫວຽດນາມ - ລາວ - ໄທທີ່ນຳໃຊ້ເສັ້ນທາງເລກທີ 8 ແລະ 12 ຄັ້ງທີ 22. (APOTC) ຈັດຂຶ້ນຢູ່ ແຂວງ ນະຄອນພະນົມ, ລາຊະອານາຈັກໄທ.

ນັກກິລາຄາຣາເຕໂດແຂວງເງະອານກວ່າ 500 ຄົນ ແຂ່ງຂັນກັບນັກກິລາລາວ ແລະ ໄທ

ນັກກິລາຄາຣາເຕໂດແຂວງເງະອານກວ່າ 500 ຄົນ ແຂ່ງຂັນກັບນັກກິລາລາວ ແລະ ໄທ

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ສູນແຂ່ງຂັນກິລາກາຍຍະກໍາແຂວງເງະອານ ໄດ້ຈັດການແຂ່ງຂັນຊິງແຊ໋ມບັນດາສະໂມສອນຄາຣາເຕໂດເງະອານເປີດກວ້າງ ຄັ້ງທີ VII ປີ 2019.

ລາວ-ໄທ ເພີ່ມທະວີຮ່ວມມືການຊອກຄົ້ນ ແລະ ກູ້ໄພການບິນພົນລະເຮືອນ

ລາວ-ໄທ ເພີ່ມທະວີຮ່ວມມືການຊອກຄົ້ນ ແລະ ກູ້ໄພການບິນພົນລະເຮືອນ

ເມື່ອມໍ່ໆມານີ້, ທີ່ກຸງເທບ (ບາງກອກ) ຣາຊະອານາຈັກໄທ. ຕາງໜ້າລັດຖະບານ ແຫ່ງ ສປປ ລາວແມ່ນທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ຕາງໜ້າລັດຖະບານແຫ່ງ ຣາຊະອານາຈັກໄທ ແມ່ນທ່ານ ອາຄົມ ເຕີມພິທະຍາໄພສິດ ລັດຖະມົນຕີກະຊວງຄົມມະນາຄົມ.

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13

ຍສໝ - ໃນລະຫວ່າງວັນທີ 9-12 ກໍລະກົດ ຢູ່ນະຄອນຫຼວງບາງກອກ, ປະເທດໄທ ໄດ້ຈັດຕັ້ງ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13.

ລາວ-ໄທ ແລກປ່ຽນປະສົບການ ໃນການຜະລິດຂ່າວໃສ່ສື່ອອນລາຍ

ລາວ-ໄທ ແລກປ່ຽນປະສົບການ ໃນການຜະລິດຂ່າວໃສ່ສື່ອອນລາຍ

ເພື່ອ​ເນັ້ນ​ໃສ່​ພັດ­ທະ­ນາ​ທັກ​ສະ​ຂອງ​ນັກ​ຂ່າວ ໃນ​ການ​ເຮັດ​ວຽກ​ງານ​ຂ່າວ​ໂດຍ​ນຳ​ໃຊ້​ສື່​ແບບ​ໃໝ່ ກໍ​ຄື ສື່​ອອນ​ລາຍ ໂດຍ​ການ​ຮ່ວມ​ມື​ລະ­ຫວ່າງ​ສະ­ມາ­ຄົມ​ນັກ​ຂ່າວ ແຫ່ງ ສປປ ລາວ ແລະ ສະ­ມາ­ຄົມ​ນັກ​ຂ່າວ​ວິທະຍຸ ແລະ ໂທລະ­ພາບ​ແຂວງ​ເພັດ​ສະ​ບູນ​ປະ­ເທດ​ໄທ ໄດ້​ຈັດ​ຊຸດ​ອົບ­ຮົມ​ພາຍ​ໃຕ້​ຫົວ­ຂໍ້ “ທັກ​ສະ­ການ​ຜະລິດ​ລາຍ­ການ​ວິ­ທະ­ຍຸ-ໂທລະ­ພາບ​ອອນ​ລາຍ” ໃນອາທິດ​ຜ່ານມາ, ທີ່​ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສີ​ພາ ນົງ​ລາດ ຮອງ​ປະທານ​ສະ­ມາ­ຄົມ​ນັກ​ຂ່າວ​ແຫ່ງ​ປະ­ເທດ​ລາວ ມີ​ ວິທະຍາກອນ ​ຈາກ​ສະ­ມາ­ຄົມ​ນັກ​ຂ່າວ​ວິ­ທະ­ຍຸ ແລະ ໂທລະ­ພາບ ແຂວງ​ເພັດ​ສະ​ບູນ ພ້ອມ​ດ້ວຍ​ນັກ​ຂ່າວ 45 ຄົນ ຈາກ​ຫຼາຍ​ສຳ­ນັກ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຕ່າງ​ແຂວງ​ພາກ­ສ່ວນ​ກ່ຽວ­ຂ້ອງ.

ຮອງນາຍົກລັດຖະມົນຕີ, ທ່ານ ຝ້າມ ບິ່ງ ມີງ ຕ້ອນຮັບ ເອກອັກຄະລັດຖະທູດປະເທດໄທ ປະຈຳຫວຽດນາມ ທ່ານ Tanee Sangrat

ຮອງນາຍົກລັດຖະມົນຕີ, ທ່ານ ຝ້າມ ບິ່ງ ມີງ ຕ້ອນຮັບ ເອກອັກຄະລັດຖະທູດປະເທດໄທ ປະຈຳຫວຽດນາມ ທ່ານ Tanee Sangrat

ຍສໝ - ໃນຕອນບ່າຍວັນທີ 24 ມິຖຸນາ ຢູ່ສໍານັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ຝ້າມ ບິ່ງ ມີງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດໄທປະຈໍາຫວຽດນາມ ທ່ານ Tanee Sangrat

ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພົບປະ ກັບ ຊາວຫວຽດນາມທີ່ອາໄສ ຢູ່ ປະເທດໄທ

ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພົບປະ ກັບ ຊາວຫວຽດນາມທີ່ອາໄສ ຢູ່ ປະເທດໄທ

ຍສໝ - ນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ ພ້ອມ ພັນລະຍາ ໄດ້ໄປຢ້ຽມຢາມ ສະຖານທູດຫວຽດນາມ ປະຈຳປະເທດ ໄທ ແລະ ໂອ້ລົມກັບຊຸມຊົນຊາວຫວຽດນາມ ທີ່ອາໄສຢຸ່ໃນປະເທດໄທ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ

ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີີ 34, ໃນຕອນບ່າຍຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ຍສໝ - ໃນຕອນທ່ຽງຂອງວັນທີ 22 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ບາງກອກ, ປະເທດໄທ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.

ເລີ່ມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ

ເລີ່ມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບຶງການ-ປາກຊັນ (Lao-Thai Friendship bridge) ໂຄງການເລີ່ມຕົ້ນປີ 2011 ໂດຍເຊື່ອມຕໍ່ທາງຫຼວງເລກທີ 13ໃຕ້ ທີ່ບ້ານກ້ວຍ ເມືອງປາກຊັນ ແຂວງບໍລິຄຳໄຊ ກັບ ທາງຫຼວງເລກທີ 212 ບ້ານ ດອນຍົມ ຕຳບົນ ໄຄສີ ອຳເພີ ບຶງການ ຈັງຫວັດບຶງການ ເຊີ່ງສອດຄ່ອງກັບແຜນພັດທະນາເສັ້ນທາງຫຼວງ ຂອງລາວທີ່ຈະກໍ່ສ້າງເສັ້ນທາງເວັ້ນ ເມືອງປາກຊັນດ້ານທິດຕາເວັນອອກ. ຂົວມີຄວາມຍາວ 1,35 km ວັດຖຸກໍ່ສ້າງແມ່ນໃຊ້ຄອນກຣີດອັດແຮງ ເລີ່ມກໍ່ສ້າງປີ2019

ນັກຮຽນລາວ ຍາດໄດ້ຫຼຽນລາງວັນວິທະຍາສາດທີ່ປະເທດໄທ

ນັກຮຽນລາວ ຍາດໄດ້ຫຼຽນລາງວັນວິທະຍາສາດທີ່ປະເທດໄທ

ຜ່ານ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ບັນ­ດາ​ກິດ­ຈະ­ກຳ​ຄັ້ງ​ນີ້ ນັກ­ຮຽນ​ຈາກ​ໂຮງ­ຮຽນ ມສ ວຽງ​ຈັນ ສາ­ມາດ​ຍາດ​ໄດ້​ຫຼຽນ​ເງິນ 1 ຫຼຽນ ຈາກ​ການ​ນຳ​ສະ­ເໜີ​ໂພ​ສ​ເຕີ ແລະ ໂຮງ­ຮຽນ​ກຽດ​ຕິ​ສັກ ຍາດ​ໄດ້​ຫຼຽນ​ທອງ 1 ຫຼຽນ ຈາກ​ການ​ເຮັດ​ທົດ​ລອງ​ໃນ​ຫ້ອງ​ປະ­ຕິ­ບັດ​ການ ຕາງ­ໜ້າ​ຈາກ​ໂຮງ­ຮຽນ ມສ ວຽງ​ຈັນ ແລະ ​ໂຮງຮຽນກຽດ​ຕິ​ສັກ ໄດ້​ຮັບ​ຫຼຽນ​ທອງ​ຄົນ​ລະ 1 ຫຼຽນ ຈາກ​ການ​ເຮັດ​ວຽກ​ເປັນ​ກຸ່ມ​ຮ່ວມ​ກັບ​ປະ­ເທດ​ອື່ນໆ ແລະ ຕາງ­ໜ້າ​ຈາກ​ໂຮງ­ຮຽນ​ກຽດ​ຕິ​ສັກ​ໄດ້​ຮັບ​ລາ­ງວັນ​ກຽດ­ຕິ­ຍົດ 1 ລາ­ງວັນ.