ນັກຄົ້ນຄວ້າ ປະເທດໄທກ່າວວ່າ: "ຂໍ້ບັງຄັບ" ໃນທະເລຕາເວັນອອກ ແມ່ນສ້າງຄວາມເສຍຫາຍຕໍ່ຊື່ສຽງຂອງຈີນ

09:29 | 18/10/2019

ຍສໝ - ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນການຂັດແຍ້ງອະທິປະໄຕຂອງບັນດາປະເທດໃນພາກພື້ນເທົ່ານັ້ນ, ແຕ່ຍັງແມ່ນພາກສ່ວນໜຶ່ງ ທີ່ສຳຄັນຂອງການແຂ່ງຂັນຍຸດທະສາດທົ່ວໂລກ ລະຫວ່າງສະຫະລັດ ອາເມລິກາ ແລະ ຈີນ.

ໃນການວິເຄາະ ກ່ຽວກັບຫົວຂໍ້ "ຄວາມໄວ້ວາງໃຈ ແລະ ຄວາມໜ້າເຊື່ອຖືໃນທະເລຕາເວັນອອກ, ພາກສ່ວນໜຶ່ງ ທີ່ສຳຄັນຂອງເກມພະລັງງານລະຫວ່າງຈີນ ແລະ ສະຫະລັດອາເມລິກາ" ໄດ້ລົງພິມໃນ ໜັງສືພິມ "The 101.world", ທ່ານ ປະລິນຍາເອກ Teewin Suputtikun, ຄູອາຈານ ຂອງ ພະແນກການເມືອງ, ມະຫາວິທະຍາໄລ Chulalongkorn, ປະເທດໄທ ກ່າວວ່າ: ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນການຂັດແຍ້ງອະທິປະໄຕຂອງບັນດາປະເທດໃນພາກພື້ນເທົ່ານັ້ນ, ແຕ່ຍັງແມ່ນພາກສ່ວນໜຶ່ງ ທີ່ສຳຄັນຂອງການແຂ່ງຂັນຍຸດທະສາດທົ່ວໂລກ ລະຫວ່າງສະຫະລັດ ອາເມລິກາ ແລະ ຈີນ.

ນັກຄົ້ນຄວ້າ ປະເທດໄທກ່າວວ່າ:

ຈີນ ດຳເນີນການເຄື່ອນໄຫວຢ່າງຜິດກົດໝາຍ ຢູ່ທະເລຕາເວັນອອກ. (ພາບ: AFP)

ອີງຕາມນັກຄົ້ນຄວ້າຂອງໄທ, ໃນສະພາບການ ຢູ່ທະເລຕາເວັນອອກ, ເຖິງວ່າຈະປະຕິບັດເປົ້າໝາຍຍຸດທະສາດທີ່ແຕກຕ່າງກັນ, ທັງ ສະຫະລັດອາເມລິກາ ແລະ ຈີນ ຖືເປັນສຳຄັນສູງຕໍ່ "ຄວາມໄວ້ວາງໃຈ” ທາງການເມືອງ. ອາເມລິກາ ຕ້ອງຮັກສາ "ຄວາມໄວ້ວາງໃຈ" ຂອງບັນດາຄູ່ຮ່ວມມື ແລະ ສຳພັນທະມິດ ກ່ຽວກັບ ບົດບາດນຳພາ ແລະ ຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງໃນພາກພື້ນ, ກໍ່ຄືໃນໂລກ. ການມີໜ້າ ຂອງອາເມລິກາໃນທະເລຕາເວັນອອກ ແມ່ນການສະແດງຄຳໝັ້ນສັນຍາ ທີ່ມີຕໍ່ພາກພື້ນ ອາຊີປາຊີຟິກ. ສຳລັບຈີນ, ທະເລຕາເວັນອອກ ໄດ້ຖືວ່າເປັນ "ຜົນປະໂຫຍດຕົ້ນຕໍ" ເຊັ່ນ: ບັນຫາໄຕ້ຫວັນ, ເຕີນເກືອງ ຫລື ໃຕຕ້າງ, ໝາຍຄວາມວ່າຈີນ ໄດ້ກຽມພ້ອມ ນຳໃຊ້ທຸກວິທີ ເພື່ອບັນລຸເປົ້າໝາຍຂອງຕົນ, ລວມທັງກຳລັງຮຸນແຮງ.

ນັກຄົ້ນຄວ້າ ປະເທດໄທກ່າວວ່າ:

ກຳປັ່ນຮົບຂອງອາເມລິກາ ດຳເນີນການປະຕິບັດງານ FONOP ຢູ່ທະເລຕາເວັນອອກ. (ພາບ: cimsee.org)

ໃນຫລາຍປີທີ່ຜ່ານມາ, ຈີນໄດ້ສວຍໃຊ້ປະໂຫຍດຈາກແນວຄິດຈິດໃຈ "ລັດທິປະຊາຊາດ" ເປັນເຄື່ອງມືເພື່ອ ກຳລັງໜູນໝັ້ນໃຫ້ສະພາບການເຄັ່ງຕຶງ ໃນທະເລຕາເວັນອອກ. ເຖິງຢ່າງໃດກໍ່ຕາມ, ນັກຄົ້ນຄວ້າໄທ ຄິດວ່ານີ້ແມ່ນ "ວິທີການເຂົ້າໃກ້ຢ່າງອັນຕະລາຍ ແລະ ຖືກເຄາະຮ້າຍ" ເພາະວ່າທະເລຕາເວັນອອກມີບົດບາດສຳຄັນ ຕໍ່ຄວາມໝັ້ນຄົງໃນພາກພື້ນ, ເຊິ່ງກ່ຽວຂ້ອງເຖິງຜົນປະໂຫຍດຂອງຫຼາຍປະເທດ. ຄຽງຄູ່ກັນນັ້ນ, ການປະຕິບັດນະໂຍບາຍແບບຈຳວາງ ແລະ ບັງຄັບ ເຊິ່ງສາມາດເຮັດໃຫ້ຜົນສະທ້ອນກຽດສັກສີ ແລະ ພາບພົດສາກົນຂອງຈີນ. ສິ່ງດັ່ງກ່າວ “ສ້າງຂໍ້ອ້າງອີງ” ສຳລັບ ອາເມລິກາ ແລະ ບັນດາ ຝ່າຍສຳພັນທະມິດ ເພີ່ມທະວີການປະທະກັນ ຢ່າງຮ້າຍແຮງ ຢູ່ທະເລຕາເວັນອອກ. ຖ້າບໍ່ມີກົນໄກການແກ້ໄຂຢ່າງມີປະສິດທິຜົນ, ບັນຫາການຂັດແຍ້ງຢູ່ທະເລຕາເວັນອອກ ຈະເປັນ “ສາຍຊະນວນ” ທີ່ເປັນການຂູ່ເຂັນຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.