ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 26

11:27 | 25/12/2019

ໃນວັນທີ 23 ທັນວາ 2019 ນີ້, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ 26 ຂຶ້ນທີ່ໂຮງແຮມລາວພລາຊານະຄອນຫຼວງວຽງຈັນ, ສປປ ລາວ.

ໂດຍການເປັນປະທານຮ່ວມຝ່າຍ ລາວ ນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນ ຕີກະຊວງປ້ອງກັນປະເທດແຫ່ງສປປ ລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມຮຽບຮ້ອຍຕາມຊາຍແດນທົ່ວ ໄປ ລາວ-ໄທ, ຝ່າຍໄທນຳໂດຍ ທ່ານພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ ຕາງໜ້າລັດຖະມົນຕີວ່າການກະຊວງກະລາໂຫມແຫ່ງຣາຊະອານາຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫົງບຕາມຊາຍແດນທົ່ວໄປ ໄທ- ລາວ, ພ້ອມດ້ວຍເຈົ້າໜ້າທີ່ ທີ່ ກ່ຽວຂ້ອງຂອງສອງຝ່າຍເຂົ້າ ຮ່ວມ.

ໃນວາລະດຳເນີນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນທົບທວນຄືນ ແລະ ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ລາວ-ໄທ, ໄທ- ລາວ ຄັ້ງທີ 25 ທີ່ນະຄອນຫຼວງ ບາງກອກ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 4-7 ທັນວາ 2018 ໂດຍທັງສອງຝ່າຍມີຄວາມຍິນດີໃນການພົວພັນຮ່ວມມືລະ ດັບລັດຖະບານ, ກອງທັບ ລາວ-ໄທ ໄດ້ຮັບການພັດທະນາໃນຂົງເຂດໃນຂອບຫຼາຍຝ່າຍອາຊຽນ ແລະ ໃນຂອບສອງຝ່າຍມີທ່າຂະຫຍາຍຕົວ ແລະ ດີຂຶ້ນເປັນລຳດັບໂດຍສະເພາະແມ່ນການຈັດຕັ້ງປະຕິບັດດ້ານຄວາມໝັ້ນຄົງບໍລິ ເວນຊາຍແດນ ລາວ-ໄທ ມີຜົນສຳເລັດຢ່າງເປັນຮູບປະທຳ ແນ ໃສ່ເຮັດໃຫ້ຊາຍແດນກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 26

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 26. (ພາບ: vientiane times)

ນອກຈາກນີ້ທັງສອງຝ່າຍຍັງໄດ້ສະແດງຄວາມຍິນດີ ຕໍ່ຄວາມສຳພັນ ລາວ-ໄທ ທີ່ສະແດງອອກໃນຫຼາຍຮູບແບບ, ສືບຕໍ່ຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມບໍລິເວນຊາຍແດນທົ່ວໄປ ລາວ-ໄທ ໄດ້ຈັດຕັ້ງຄະນະປະຕິບັດງານ ເພື່ອແກ້ໄຂບັນຫາດັ່ງກ່າວໂດຍຝ່າຍລາວໄດ້ແຕ່ງຕັ້ງຕາມເຂດປົກຄອງແຂວງຂອງລາວ ຈຳນວນ 9 ໜ່ວຍງານ ແລະ ຝ່າຍໄທແຕ່ງຕັ້ງຕາມເຂດປົກຄອງຈັງຫວັດຂອງໄທ ຈຳນວນ 12 ໜ່ວຍງານພາຍໃຕ້ຂອບຂອງຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍ ແດນທົ່ວໄປ ລາວ-ໄທ, ສືບຕໍ່ການຕິດຕໍ່ປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານລະດັບແຂວງ-ຈັງຫວັດ, ກອງບັນຊາການທະຫານແຂວງຂອງລາວ ກັບກຳລັງປ້ອງກັນຊາຍແດນຂອງໄທ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງທັງສອງຝ່າຍເພື່ອປະສານງານ, ຮ່ວມມືໃນການແກ້ໄຂບັນຫາທີ່ອາດຈະເກີດຂຶ້ນລະຫວ່າງ ລາວ-ໄທ ກໍຄືພາຍໃນຂອບຂອງອາຊຽນດ້ວຍການແລກປ່ຽນຂໍ້ມູນທັດສະນະ ໃນດ້ານຕ່າງໆຢ່າງໃກ້ຊິດ, ຄຽງຄູ່ກັບການແກ້ໄຂບັນຫາຜູ້ລັກລອບເຂົ້າເມືອງແບບຜິດກົດໝາຍ.

ກອງປະຊຸມຍັງໄດ້ຕົກລົງເຫັນດີໃຫ້ສອງຝ່າຍກະກຽມແລກປ່ຽນທາງດ້ານວັດທະນະທຳ ແລະ ການແຂ່ງຂັນກີລາມິດຕະພາບຮ່ວມກັນໃນປີ 2020 ໂດຍ ຈັດການແຂ່ງຂັນກີລາເຕະບານ, ກີລາກ໋ອບ ແລະ ສະແດງສິລະປະຮ່ວມກັນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ,ໄທ-ລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້. ຫຼັງຈາກນັ້ນ, ປະທານຮ່ວມສອງຝ່າຍໄດ້ເຊັນບົດບັນທຶກຮ່ວມກັນ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມເຂົ້າອົກເຂົ້າໃຈກັນຢ່າງເລິກເຊິ່ງ.

(ແຫຼ່ງ​ຂໍ້​ມູນ​: vientiane times)

ເຫດການ
302 Found

Found

The document has moved here.