ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19

18:29 | 14/03/2020

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກທີ 0711/ຮສສ ລົງວັນທີ 11 ມີນາ 2020 ໃຫ້ເອົາໃຈໃສ່ດັ່ງນີ້ ໃຫ້ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19.

ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19

ພາບປະກອບ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກທີ 0711/ຮສສ ລົງວັນທີ 11 ມີນາ 2020 ໃຫ້ເອົາໃຈໃສ່ດັ່ງນີ້ ໃຫ້ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19 ຕ້ອງໃຫ້ການຊ່ວຍເຫຼືອ ແລະ ລາຍງານມາຍັງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຊາບໂດຍໄວ ພິຈາລະນາຂົງເຂດທີ່ສົ່ງແຮງງານລາວໄປເຮັດວຽກ ຖ້າບໍ່ຈໍາເປັນຄວນຍົກເລີກການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດໃນໄລຍະທີ່ກໍາລັງມີການແຜ່ລະບາດຂອງພະຍາດນີ້ຈົນກວ່າສະພາບຈະເຂົ້າສູ່ພາວະປົກກະຕິ ແລະ ໃນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ລວມທັງກັບຄືນປະເທດຂອງແຮງງານລາວ ຕ້ອງໄດ້ປະຕິບັດຕາມແຈ້ງການແນະນໍາຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຕ່ລະໄລຍະຢ່າງເຂັ້ມງວດ.

ໃນ​ວັນ​ທີ13​ ມີນາ​ນີ້, ສ.​ເກົາຫລີ ກວດ​ພົບ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ​ເພີ່ມ​ອີກ 224 ຄົນ ລວມທັງ​ໝົດ​ເກືອບ 8.000 ຄົນ ​ແລະ ​ເສຍ​ຊີວິດ​ເພີ່ມ​ຂຶ້ນອີກ 1 ຄົນ ລວມ​ເປັນ 67 ຄົນ. ສ່ວນ​ຈີນ ພວມ​ເຂົ້າສູ່​ ສະພາບ​ປົກກະຕິ ຫລັງ​ຈາກ​ ກວດພົບ​ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່​ພຽງ 8 ຄົນ ລວມທັງ​ໝົດ 80.813 ຄົນ ​ແລະ ​ເສຍ​ຊີວິດ​ລາຍ​ໃໝ່​ເພີ່ມ​ອີກ 7 ຄົນ ລວມ​ເປັນ 3.176 ຄົນ.

ເມື່ອບໍ່ດົນມານີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ​ ຂອງ​ບັນ​ດາ​ປະ​ເທດ ອ​າ​ຊຽນ​ໄດ້​ອອກ​ຖະ​ແຫຼງ​ການ ​ກ່ຽວ​ກັບ ການຮັບ​ມື ​ກັບ​ສະ​ພາບ ເຊື້ອ​ພະ​ຍາດ ໂຄວິດ-19 ໂດຍ ​ອາ​ຊຽນ ຈະ​ເພີ່​ມ​ທະ​ວີ​​ຄວາມສາ​ມັກ​ຄີ, ພະ​ຍາ​ຍາມ​ຮ່ວມ​ກັນ, ຫຼີກ​ເວັ້ນ​ບໍ່​ໃຫ້​ສະ​ພາບ​ພະ​ຍາດ ​ສ້າງ​ຜົນ​ຮ້າຍ ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ​ ຫຼາຍກວ່າ​ເກົ່າ. ໃນ​ຖະ​ແຫຼງ​ການ, ລັດ​ຖະ​ມົນ​ຕີ ​ກະ​ຊວງ​ເສດ​ຖະ​ກິດ ​ບັນ​ດາ​ປະ​ເທດ​ອາ​ຊຽນ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ຢ່າງ​ເລິກ​ເຊິ່ງ​ ຕໍ່​ສະ​ພາບ​ພະ​ຍາດໂຄວິດ-19, ຮັບ​ຮູ້​ວ່າ​ສະ​ພາບ ​ພະ​ຍາດ​ໄດ້​ສ້າງ​ຜົນ​ສະ​ທ້ອນ ​ບໍ່​ດີ​ຕໍ່​ເສ​ດ​ຖະ​ກິດ, ລວມ​ທັງ​ ຂະ​ແໜງ​ການ​ທ່ອ​ງ​ທ່ຽວ, ການ​ຜະ​ລິດ, ການ​ຂາຍ​ຍ່ອຍ ​ແລະ​ ຂະ​ແໜງ​ການ​ບໍ​ລິ​ການ​ອື່ນໆ ພ້ອມທັງ ​ໄດ້​ໂຈມ​ຕີ​​ຕ່ອງ​ໂສ້​​ ການສະ​ໜອງ​ ແລະ ​ຕະ​ຫຼາດ​ການ​ທະ​ນາ​ຄານ. ນອກນີ້: ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ ​ບັນ​ດາ​ປະ​ເທດ​ອາ​ຊຽນ​ ມີ​ຄວາມ​ເຫັນ ​ເປັນ​ເອ​ກະ​ສັນ​ກັນ ​ວ່າ: ຄວນ​ພິ​ຈາ​ລະ​ນາ​​​ມາດ​ຕະ​ການ ​ແບບ​ຈຳ​ກັດ​ ຕໍ່​ການ​ເຄື່ອນ​ໄຫວ ​ຂ້າ​ມ​ຊາດ ​ຈາກ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ, ບໍ່​ຄວນ​ສ້າງ​ອຸ​ປະ​ສັກ ຂັດ​ຂວາງ​ ທີ່​ບໍ່​ຈຳ​ເປັນ​ ຕໍ່​ການ​ຄ້າ​ພາຍ​ໃນ​​ພາກ​ພື້ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.