ຫວຽດນາມໄດ້ຮັບເອົາຕຳແໜ່ງປະທານອາຊຽນ 2020 ຈາກໄທຢ່າງເປັນທາງການ

07:07 | 05/11/2019

ຍສໝ - ຕອນຄ່ຳວັນທີ 4 ພະຈິກ ຢູ່ ປະເທດໄທ, ຫວຽດນາມໄດ້ຮັບເອົາຕຳແໜ່ງປະທານອາຊຽນ 2020 ຈາກໄທຢ່າງເປັນທາງການ.

ຫວຽດນາມໄດ້ຮັບເອົາຕຳແໜ່ງປະທານອາຊຽນ 2020 ຈາກໄທຢ່າງເປັນທາງການ

ຫວຽດນາມໄດ້ຮັບເອົາຕຳແໜ່ງປະທານອາຊຽນ 2020 ຈາກໄທຢ່າງເປັນທາງການ.(ພາບ:VGP)

ໂດຍເປັນປະທານອາຊຽນໃນປີ 2020, ຫວຽດນາມ ຈະສືບຕໍ່ໂຄງການດໍາເນີນງານຂອງ ໄທ ກ່ຽວກັບການພັດທະນາແບບຍືນຍົງ, ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຂອງພາກພື້ນ, ເອົາໃຈໃສ່ເປັນພິເສດເຖິງການປະຕິວັດອຸດສາຫະກໍາ 4.0.. ໄປຄຽງຄູ່ກັນນັ້ນ, ປີ 2020 ແມ່ນປີທີ່ສໍາຄັນສໍາລັບວິວັດທະນາການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ດ້ວຍຖານະເປັນປະທານ ອາຊຽນໃນປີ 2020 ພ້ອມທັງເປັນ ສະມາຊິກບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ນັ້ນ, ຫວຽດນາມ ຈະມີພື້ນຖານເພື່ອຊຸກຍູ້ ແລະ ສ້າງວິທີສໍາຜັດທີ່ເໝາະສົມໃຫ້ແກ່ບັນດາການເຈລະຈາ COC ລະຫວ່າງ ຈີນ ກັບ ອາຊຽນ, ຊອກຫາສຽງເວົ້າລວມ, ສ້າງຄວາມເຫັນດີເຫັນພ້ອມພາຍໃນກຸຸ່ມ.

ໃນຕະຫຼອດເວລາ ເກືອບ 25 ປີທີ່ຜ່ານມາ ນັບແຕ່ເມື່ອເຂົ້າຮ່ວມອາຊຽນ, ຫວຽດນາມຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມາຮອດປັດຈຸບັນ ໄດ້ກາຍເປັນສະມາຊິກທີ່ຫຼັກແຫຼ່ງ. ຫວຽດນາມເຄີຍໄດ້ປະສົບຜົນສຳເລັດໃນປີເປັນປະທານອາຊຽນ 2010 ໃນບັນດາຂົງເຂດທັງໝົດ, ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື. ເລື່ອງຫວຽດນາມມີທີ່ຕັ້ງໃນສະພາຄວາມໝັ້ນຄົງ ສປຊ, ໄດ້ປະກອບສ່ວນຍົກສູງອິດທິິພົນຊື່ສຽງຂອງ ອາຊຽນ. ເພາະສະນັ້ນ, ໃນການດຳລົງຕຳແໜ່ງເປັນປະທານອາຊຽນຄັ້ງທີ 2 ນີ້, ບັນດາປະເທດໄດ້ຕັ້ງຄວາມຫວັງຢ່າງຫຼວງຫຼາຍເຂົ້າໃນບົດບາດທີ່ເປັນການນຳຂອງ ຫວຽດນາມ. ດ້ວຍບັນດາບົດຮຽນທີ່ມີຢູ່ແລ້ວ ແລະ ການພັດທະນາໃນຊຸມປີມໍ່ໆມານີ້ ພ້ອມກັບແຜນການທີ່ໄດ້ກະກຽມຢ່າງລະອຽດ, ແນ່ນອນວ່າ ຫວຽດນາມຈະຕອບສະໜອງຄວາມໄວ້ວາງໃຈ ແລະ ຄວາມຫວັງຂອງບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ຮ່ວມມື, ດ້ວຍການເຮັດໜ້າທີ່ເປັນປະທານອາຊຽນໃນ ປີ 2020 ເປັນຢ່າງດີ.

ຫາງສຽງສາກົນໄດ້ຕີລາຄາສູງເລື່ອງຫວຽດນາມແບກຫາບພາລະບົດບາດເປັນ ປະທານອາຊຽນໃນປີ 2020 ໃນສະພາບການພາກພື້ນມີການຫັນປ່ຽນຫຼາຍຢ່າງ. ທ່ານ ເປເຕ ກິກເກ ຫົວໜ້າຜູ້ຕ່າງໜ້າ ຫ້ອງການກອງທຶນ KAS ຂອງເຢຍລະມັນປະຈຳຫວຽດນາມຖືວ່າ: “ຫວຽດນາມໄດ້ສະແດງໃຫ້ເຫັນບົດບາດທີ່ດີເດັ່ນໃນການກໍ່ສ້າງປະຊາຄົມຢູ່ປະເທດນີ້. ບັນດາບົດຮຽນຂອງຫວຽດນາມ ແນ່ນອນວ່າ ຈະນຳຜົນປະໂຫຍດມາໃຫ້ອາຊຽນ ເມື່ອຫວຽດນາມ ແບກຫາບພາລະບົດບາດເປັນ ປະທານອາຊຽນໃນປີ 2020. ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າໃນບັນດາການເຄື່ອນໄຫວເຊື່ອມໂຍງພາກພື້ນ ແລະ ສາກົນ”.

ປີ 2020 ໄດ້ຮັບຖືວ່າ ແມ່ນປີສໍາຄັນທີ່ສຸດໃນວິວັດທະນາການຜັນຂະຫຍາຍແຜນການປະຕິບັດວິໄສທັດ ອາຊຽນ 2025 ແລະ ກໍແມ່ນໂອກາດສະເຫຼີມສະຫຼອງວັນຫວຽດນາມເຂົ້າເປັນສະມາຊິກ ອາຊຽນ ຄົບຮອບ 25 ປີ. ບຸລິມະສິດຂອງປີເປັນປະທານອາຊຽນ 2020 ຂອງຫວຽດນາມ ແມ່ນສຸມໃສ່່ຊຸກຍູ້ສ້າງສາຍສໍາພັນພາຍໃນກຸ່ມ ແລະ ກໍາລັງຄວາມສາມາດຂອງ ອາຊຽນ ໃນການຮັບມືກັບບັນດາການຜັນປ່ຽນຂອງສະພາບການ, ເພື່ອການພັດທະນາຂອງ ອາຊຽນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.