ລາວ-ກຳປູເຈຍ-ໄທ ປຶກສາຫາລືວຽກງານຕ້ານການສໍ້ລາດບັງຫຼວງ

16:17 | 16/12/2019

ກອງປະຊຸມປຶກສາຫາລື 3 ຝ່າຍຄັ້ງທີ II ລະຫວ່າງອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງແຫ່ງ ສປປ ລາວ, ໜ່ວຍງານຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊາອານາຈັກກໍາປູເຈຍ ແລະ ຄະນະກໍາມະການປ້ອງກັນ ແລະ ປາບປາມການສໍ້ລາດບັງຫຼວງແຫ່ງຣາຊະອານາຈັກໄທໄດ້ຈັດຂຶ້ນໃນວັນທີ 11 ທັນວາ ນີ້, ທີ່ໂຮງແຮມຈໍາປາສັກແກຣນແຂວງຈຳປາສັກ ສປປ ລາວ.

ຝ່າຍປະເທດລາວນໍາໂດຍ ທ່ານ ວິໄລວັນ ບຸດດາຄໍາຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງແຫ່ງສປປ ລາວ ພ້ອມດ້ວຍຄະນະ; ຝ່າຍຣາຊະອານາຈັກກໍາປູເຈຍ ນໍາໂດຍທ່ານຢອນຊີນັດຮອງປະທານອົງການຕ້ານການສໍ້ລາດບັງຫຼວງແຫ່ງຣາຊະອານາຈັກກໍາປູເຈຍພ້ອມດ້ວຍຄະນະ ແລະ ຝ່າຍຣາຊະອານາຈັກໄທນຳໂດຍ ທ່ານ ພິເຊດ ພຸ່ມພັນ ຮອງເລ ຂາທິການ ສໍານັກງານປ້ອງກັນ ແລະ ປາບປາມການສໍ້ລາດບັງຫຼວງແຫ່ງຊາດຣາຊະອານາຈັກໄທ ພ້ອມດ້ວຍຄະນະ; ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີໄນ ມຽງລາວັນ ຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຫ່ງ ສປປ ລາວ, ມີປະທານອົງການກວດກາແຂວງຈໍາປາສັກ, ປະທານອົງການກວດກາແຂວງອັດຕະປື, ຮອງປະທານກວດກາ, ຫົວໜ້າ ກົມ-ຮອງກົມ ແລະ ຫົວໜ້າພະແນກການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ແຂວງຈໍາປາສັກເຂົ້າຮ່ວມ.

ລາວ-ກຳປູເຈຍ-ໄທ ປຶກສາຫາລືວຽກງານຕ້ານການສໍ້ລາດບັງຫຼວງ

ກອງປະຊຸມປຶກສາຫາລືວຽກງານຕ້ານການສໍ້ລາດບັງຫຼວງ ລາວ-ກຳປູເຈຍ-ໄທ. (ພາບ: vientiane news)

ທ່ານ ສີໄນ ມຽງລາວັນ ກ່າວວ່າ: ໃນທ່າມກາງບັນຍາກາດທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ເພື່ອຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມ 3 ຝ່າຍ ຄັ້ງ ທີ I ທີ່ໄດ້ຈັດຂຶ້ນຢູ່ທີ່ແຂວງ ອຸບົນຣາຊະທານີ, ຣາຊະອານາຈັກໄທໃນທ້າຍປີທີ່ຜ່ານມາ ແລະ ເປັນການຜັນຂະຫຍາຍມາດຕາ 48 ແລະ 49 ຂອງສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ບົດບັນທຶກຄວາມເຂົ້າໃຈຂອງອົງການຈັດຕັ້ງຕ້ານການສໍ້ລາດບັງຫຼວງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ກໍຄືບົດບັນທຶກ ຄວາມເຂົ້າໃຈກ່ຽວກັບການຮ່ວມມືສອງຝ່າຍທີ່ໄດ້ລົງນາມຮ່ວມກັນ ແລະ ເພື່ອສືບຕໍ່ແລກປ່ຽນບົດ ຮຽນປະສົບການ ແລະ ປຶກສາຫາ ລືເພື່ອຊອກຫາຊ່ອງທາງເພີ່ມທະວີການຮ່ວມມືສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທີ່ມີລັກສະນະຂ້າມຊາດ ຫຼື ການສໍ້ລາດບັງຫຼວງທີ່ພົວພັນກັບອາຊະຍາກຳຂ້າມຊາດ, ປະກອບສ່ວນເຂົ້າໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງລັດ, ສັງຄົມ ແລະ ຂອງປະຊາຊົນທັງສາມປະເທດ. ເຊິ່ງຝ່າຍລາວກໍໄດ້ແຈ້ງສະພາບໃນການຈັດຕັ້ງປະຕິບັດວຽກງານການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະທີ່ຜານມາ ແມ່ນໄດ້ສືບຕໍ່ສ້າງ, ປັບປຸງ ແລະ ຜັນຂະຫຍາຍບັນດານະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງຕໍ່ເນື່ອງ; ໄດ້ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ສິດໜ້າທີ່, ກົນໄກ ການຄຸ້ມຄອງບໍລິຫານລັດໃຫ້ມີຄວາມທັນສະໄໝ, ກະທັດຫັດ, ໂປ່ງໃສ; ເພີ່ມທະວີການສຶກສາອົບຮົມປູກຈິດສຳນຶກໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ.

ນອກນັ້ນ, ຍັງໄດ້ກວດກາໂຄງການລົງທຶນຂອງລັດເລີ່ມ ແຕ່ຫົວທີ ເປັນຕົ້ນ: ໂຄງການ ກໍ່ສ້າງເສັ້ນທາງ, ຊົນລະປະທານ, ອາຄານສະຖານທີ່, ການຈັດຊື້ອຸ ປະກອນການແພດ, ການນໍາເຂົ້າວັດຖຸອຸປະກອນ ແລະ ແຮງງານສໍາລັບໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ; ການດໍາເນີນການກວດກາຕາມຜົນການກວດ ສອບທີ່ສະພາແຫ່ງຊາດມອບໃຫ້ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ເປັນ ຕົ້ນ: ໂຄງການບໍ່ຜ່ານການປະເມີນ, ໂຄງການບໍ່ຜ່ານການປະມູນ, ໂຄງການນອກແຜນທີ່ສະພາ ຮັບຮອງ ແລະ ອື່ນໆ. ຈາກນັ້ນ, ຣາຊະອານາຈັກກໍາປູເຈຍ ແລະ ຣາຊະອານາຈັກໄທ ກໍໄດ້ແຈ້ງ ສະພາບກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ພ້ອມທັງມີການປະກອບຄໍາຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນ. ການຈັດກອງປະຊຸມປຶກສາຫາລື 3 ຝ່າຍຄັ້ງທີ II ກໍເພື່ອເປັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ເປັນການແລກປ່ຽນບົດຮຽນວຽກງານສືບ ສວນ-ສອບສວນ; ການປະຕິບັດ ຕາມກອງປະຊຸມປຶກສາຫາ ຫຼື 3 ຝ່າຍຄັ້ງທີ I; ສືບຕໍ່ແລກປ່ຽນ ບົດຮຽນກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ແລະ ສືບຕໍ່ ປຶກສາຫາລືກ່ຽວກັບການຮ່ວມມື ແລະ ການສະກັດກັ້ນຕ້ານ ການສໍ້ລາດບັງຫຼວງທີ່ກ່ຽວຂ້ອງກັບອາຊະຍາກໍາຂ້າມຊາດເປັນຕົ້ນ: ການລັກລອບຄ້າຢາເສບຕິດ, ການຄ້າມະນຸດ, ຄ້າອາວຸດ, ຄ້າສັດ, ການລັກລອບຂົນສົ່ງນໍ້າມັນ ແລະ ອື່ນໆທີ່ຜິດກົດໝາຍ.

(ແຫຼ່ງ​ຂໍ້​ມູນ​: http://www.kongthap.gov.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.