ບັນຍາກາດຄຶກຄຶ້ນ ກ່ອນນັດແຂ່ງຂັນ ທິມບານເຕະແຫ່ງຊາດຫວຽດນາມ ກັບ ທິມບານເຕະແຫ່ງຊາດໄທ

15:23 | 19/11/2019

ໃນນັດແຂ່ງຂັນທີ 5 ຮອບຄັດເລືອກ ກິລາບານເຕະ World Cup 2022, ທິມບານເຕະແຫ່ງຊາດຫວຽດນາມ ຈະແຂ່ງຂັນກັບທິມບານເຕະແຫ່ງຊາດໄທຢູ່ສະໜາມກິລາມີ້ດິງ, ຮ່າໂນ້ຍ ໃນເວລາ 20 ໂມງ ວັນທີ 19 ພະຈິກ.

ໃນນັດແຂ່ງຂັນທີ 5 ຮອບຄັດເລືອກ ກິລາບານເຕະ World Cup 2022, ທິມບານເຕະແຫ່ງຊາດຫວຽດນາມ ຈະແຂ່ງຂັນກັບທິມບານເຕະແຫ່ງຊາດໄທຢູ່ສະໜາມກິລາມີ້ດິງ, ຮ່າໂນ້ຍ ໃນເວລາ 20 ໂມງ ວັນທີ 19 ພະຈິກ.

ນັດແຂ່ງຂັນນີ້ ມີຄວາມໝາຍສຳຄັນ ຕັດສິນການສືບຕໍ່ເຂົ້າແຂ່ງຂັນຮອບຕໍ່ໄປຂອງ ສາຍ G. ທີ່ການປະຊຸມຂ່າວເມື່ອວັນທີ 18 ພະຈິກຢູ່ຮ່າໂນ້ຍ, ຫົວໜ້າຄູເຝິກ ທິມບານເຕະແຫ່ງຊາດຫວຽດນາມ ປັກຮາງແຊວ ຢືນຢັນວ່າ : ທິມບານເຕະແຫ່ງຊາດຫວຽດນາມ ໄດ້ມີການກະກຽມເປັນຢ່າງດີ ແລະ ກຽມພ້ອມແຂ່ງຂັນເພື່ອເປົ້າໝາຍເອົາຊະນະຕໍ່ ທິມບານເຕະແຫ່ງຊາດໄທ ໃນນັດແຂ່ງຂັນເຕະບານສຸດທ້າຍຂອງ ທິມບານເຕະແຫ່ງຊາດຫວຽດນາມໃນປີ 2019.

ບັນຍາກາດຄຶກຄຶ້ນ ກ່ອນນັດແຂ່ງຂັນ ທິມບານເຕະແຫ່ງຊາດຫວຽດນາມ ກັບ ທິມບານເຕະແຫ່ງຊາດໄທ

ທີມງານໄທ ໄດ້ຝຶກອົບຮົມ ໃນສະພາບອາກາດຝົນ ຢູ່ສະໜາມກິລາມີ້ດິງ, ຮ່າໂນ້ຍ. (ພາບ: smmsport.com)

ສື່ມວນຊົນ ປະເທດໄທ ກໍ່ສະແດງຄວາມເປັນຫ່ວງໃນໜັງສືພິມຂອງສະຫະພັນບານເຕະໄທ, ຍ້ອນສະພາບອາກາດຝົນເຢັນໃນຮ່າໂນ້ຍທີ່ ຜົນກະທົບຕໍ່ສຸຂະພາບຂອງນັກເຕະໄທ.

ກ່ອນໜ້ານັ້ນ, ໃນວັນທີ 14 ພະຈິກ, ຢູ່ສະໜາມກິລາໝີດິ່ງ, ຄູຝຶກ Park Hang-seo ພ້ອມດ້ວຍບັນດານັກເຕະທີມຊາດຫວຽດນາມ ຍາດໄດ້ຊະນະຕໍ່ທີມຊາດ ສະຫະລັດ ອາຣັບເອມິເຣດ ດ້ວຍ 1-0 ປະຕູ.

ບັນຍາກາດຄຶກຄຶ້ນ ກ່ອນນັດແຂ່ງຂັນ ທິມບານເຕະແຫ່ງຊາດຫວຽດນາມ ກັບ ທິມບານເຕະແຫ່ງຊາດໄທ

ນັກເຕະທີມຊາດຫວຽດນາມ ຍາດໄດ້ຊະນະຕໍ່ທີມຊາດ ສະຫະລັດ ອາຣັບເອມິເຣດ ດ້ວຍ 1-0 ປະຕູ ໃນວັນທີ 14 ພະຈິກ. (ພາບ: smmsport.com)

ປະຈຸບັນໄທຢູ່ໃນອັນດັບທີ 2 ຂອງກຸ່ມ G, ຮອບແຂ່ງຂັນຄັດເລືອກເຕະບານໂລກ 2022 ດ້ວຍ 7 ຄະແນນ, ຫຼຸດ 3 ຄະແນນທຽບກັບອັນດັບທີ 1 ທິມບານເຕະແຫ່ງຊາດ ຫວຽດນາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.