ຍສໝ - ວັນທີ 12 ມັງກອນ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.
ຍສໝ - ລັດຖະບານເຢຍລະມັນກໍ່ຄືກະຊວງເສດຖະກິດ ແລະ ພະລັງງານເຢຍລະມັນຈະໜູນຊ່ວຍຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ ຢ່າງມີປະສິດທິຜົນ ໃນນັ້ນມີສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA) ເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າອັນດີງາມລະຫວ່າງສອງຝ່າຍໃຫ້ຫຼາຍກ່ວາອີກ
ຍສໝ - ບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນລະຫວ່າງ ຫວຽດນາມ ແລະ Eu ຢັ້ງຢຶນໄດ້ຈິດໃຈຄູ່ຮ່ວມມືຍຸດທະສາດ, ມິດຕະພາບ, ພ້ອມກັນແບ່ງປັນວິໄສທັດຍາວນານຂອງທັງສອງຝ່າຍໃນການຍົກສູງການພົວພັນຄູ່ຮ່ວມມືສອງຝ່າຍ, ກໍ່ຄືມານະພະຍາຍາມປະກອບສ່ວນເຂົ້າໃນສັນຕິພາບ, ຮ່ວມມື, ພັດທະນາຢູ່ສອງພາກພື້ນ ແລະ ໃນໂລກ
ຍສໝ - ຕາມບົດຂຽນ, ໃນຈໍານວນ 30 ປະເທດທີ່ມີການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ມີຜົນເປັນບວກໃນປີ 2020, ຫວຽດນາມ ພວມພົ້ນເດັ່ນຂຶ້ນດ້ວຍລະດັບການເຕີບໂຕເພີ່ມຂຶ້ນ 2,9 %. ວົງການການຄ້າຂອງ ຫວຽດນາມໃນໄລຍະແຕ່ເດືອນ 1 – 11 ປີ 2020 ກໍ່ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ບັນລຸໄດ້ 490 ຕື້ USD.
ຍສໝ - ກອງປະຊຸມ ACB ໄດ້ສຸມໃສ່ແລກປ່ຽນກ່ຽວກັບບົດລາຍງານສັງລວມກ່ຽວກັບການເຄື່ອນໄຫວ ແລະ ໝາກຜົນວຽກງານຂອງ ACB ໃນອາຍຸການ ປະທານ ACB ຂອງ ຫວຽດນາມ ໃນໄລຍະ 6 ເດືອນທ້າຍປີ 2020.
ຍສໝ - ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ຕາງໜ້າການນຳພັກ, ລັດ, ລັດຖະບານ, ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳອວຍພອນໄປຍັງການນຳ, ພະນັກງານ, ກຳມະກອນ Petrovietnam ທຸກຄົນ ກ່ຽວກັບບັນດາຜົນສຳເລັດທີ່ບັນລຸໄດ້ໃນປີຜ່ານມາ. ອາດເວົ້າໄດ້ວ່າ, ປີ 2020 ແມ່ນປີປະສົບຜົນສຳເລັດທີ່ສຸດໃນອາຍຸການ 5 ປີ 2016 – 2020, ໃນນັ້ນ ໄດ້ປະກອບສ່ວນໂດຍກົງ ແລະ ສຳຄັນ ຂອງ Petrovietnam.
ຍສໝ - ທ່ານ ຫງວຽນແທັງຕ່ອງ, ອະດີດຮອງປະທານສະມາຄົມຊາວຫວຽດນາມໄອໄສຢູ່ຝລັ່ງຫາກໍ່ໄດ້ປະຕິບັດສຳເລັດປຶ້ມພາບຖ່າຍ “ທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ”. ປຶ້ມຫົວນີ້ແມ່ນບັນດາຄວາມຊົງຈຳທີ່ບໍ່ອາດລົງລືມໄດ້ກ່ຽວກັບການຢ້ຽມຢາມ, ລະດົມກຳລັງໃຈຂອງທະຫານ ປະຊາຊົນຢູ່ໝູ່ເກາະເຈື່ອງຊາ ແລະ ເຮືອນຮ້ານ DK1 ປີ 2016.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນວັນຊາດໄປຍັງທ່ານ ນາຍົກລັດຖະມົນຕີ ກູເວດ Al-Khalid Al-Hamad Al-Sabah.
ຍສໝ - ກອງປະຊຸມສະຫຼຸບວຽກງານສົມທົບກັນໂຄສະນາກ່ຽວກັບທະເລໝູ່ເກາະປີ 2020 ຂອງກອງບັນຊາການທະຫານເຮືອເຂດ 1 ກັບຄະນະໂຄສະນາສຶກສາບັນດາແຂວງກ໋ວາງນິງ, ທ໊າຍບິ່ງ, ນາມດິ້ງ, ເງະອານ, ຮືງອຽນ ແລະ ຕວຽນກວາງ.
ຍສໝ - ຕາມໜັງສືພິມ Inside Trade ແລ້ວ, ສອງຝ່າຍໄດ້ຈັດຕັ້ງບັນດາການໂອ້ລົມສົນທະນາຂັ້ນສູງ ດ້ວຍໝາກຜົນທີ່ຕັ້ງໜ້າ. ຈັດວາງພາສີບໍ່ແມ່ນການຄັດເລືອກທີ່ດີທີ່ສຸດໃຫ້ແກ່ທັງຫວຽດນາມ ແລະ ອາເມລິກາກໍ່ຄືການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາເມລິກາ ຮ່າກິມງອກ ໄດ້ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາພວມພັດທະນາຢ່າງດີງາມ, ດ້ວຍນ້ຳໃຈມິດຕະພາບຂອງເພື່ອນມິດ, ຄູ່ຮ່ວມມືສະໜິດສະໜົມຂອງຫວຽດນາມຄືທ່ານ ສະມາຊິກສະພາຕ່ຳ Yoho.
ຍສໝ - ຜູ້ອຳນວຍການ WB ປະຈຳຫວຽດນາມເນັ້ນໜັກ ວ່າການຄວບຄຸມໂລກລະບາດຢ່າງສຳເລັດຜົນໄດ້ຊ່ວຍໃຫ້ຫວຽດນາມກວມເອົາໄດ້ສ່ວນໃຫຍ່ຕະຫລາດການຄ້າໂລກ ແລະ ການລົງທືນໂດຍກົງຈາກຕ່າງປະເທດ (FDI) ໃນປີ 2020.
ຍສໝ - ເຂົ້າຮ່ວມກອງປະຊຸມທີ່ທ່ານ Apirat Sugondhabhirom ຫົວໜ້າກົງສູນໃຫຍ່ ລາຊະອານາຈັກໄທປະຈຳໂຮ່ຈີມິນ, ທ່ານ ຫງວຽນວຽດລວານ ເລຂາທິການສູນກາງສະມາຄົມມິດຕະພາບ ຫວຽດນາມ - ໄທ, ທ່ານນາງ ເຈິ່ນທິທູທຸ໊ຍ ຫົວໜ້າຫ້ອງວ່າການສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມປະຈຳພາກໃຕ້ຫວຽດນາມ…
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີເຈີ່ນຕວັນແອງ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ເຫັນດີຕີລາຄາວ່າການພົວພັນຫວຽດນາມ - ອາເມລິກາພວມພັດທະນາຢ່າງແຮງໃນທຸກຂົງເຂດ.
ຍສໝ - ເຂົ້າຮ່ວມມີການນຳສະມາຄົມຕິດຕໍ່ພົວພັນຊາວຫວຽດນາມອາໄສຢູ່ຕ່າງປະເທດ ແຂວງຫ໋າຍຝ່ອງ, ຫ້ອງວ່າການສະມາຄົມ, ມະໂມສົນບົດກ້ອນຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຄະນະບໍລິຫານສາຂະສະມາຄົມຕິດຕໍ່ພົວພັນຊາວຫວຽດນາມອາໄສຢູ່ອາເມລິກາພ້ອມກັບສະມາຊິກຂອງສາຂາສະມາຄົມ.
ຍສໝ - ຫວຽດນາມໄດ້ເປີດປະຕູຢ່າງແຮງ ກັບສາກົນດ້ວຍວິທີການເຂົ້າຮ່ວມຫຼາຍກົນໄກການຄ້າເສລີ, ຍົກຕົວຢ່າງຄືຫວ່າງແລ້ວນີ້ ແມ່ນຂໍ້ຕົກລົງກັບສະຫະພາບເອີລົບ (EU) ເຊິ່ງໄດ້ລົງນາມໃນເດືອນກໍລະກົດ 2020, ຕາມນັ້ນແລ້ວຈະລົບລ້າງອັດຕາພາສີເກືອບທັງໝົດລະຫວ່າງ ຫວຽດນາມ ແລະ EU ໃນຮອບເວລາ 10 ປີ.
ຍສໝ - ທີ່ກອງປະຊຸມທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນສະພາບທີ່ ເສດຖະກິດໂລກໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງເຕີບໂຕດ້ວຍວົງເງິນສົ່ງອອກຄາດວ່າບັນລຸໄດ້ ກ່ວາ 281,5 ຕື້ USD, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2019.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.
ຍສໝ - ທ່ານເລຮ່ວາຍຈຸງ ຢັ້ງຢືນວ່າ ຫວຽດນາມເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ.
ຍສໝ - ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ປີ 2020 ແມ່ນປີ ທີ່ຖັນແຖວພະນັກງານຂະແໜງສາທາລະນະສຸກ ໄດ້ມານະພະຍາຍາມສູ້ຊົນ, ໂດຍສະເພາະແມ່ນຜູ້ທີ່ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ດ້ວຍຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວທີ່ຈະເສຍສະຫຼະ, ອຸທິດສ່ວນ… ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ຮັກສາສຸຂະພາບ, ປົກປ້ອງຊີວິດປະຊາຊົນເວົ້າສະເພາະ ແລະ ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ເວົ້າລວມ.