ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ

12:52 | 08/01/2021

ຍ​ສ​ໝ - ທ່ານເລຮ່ວາຍຈຸງ ຢັ້ງຢືນວ່າ ຫວຽດນາມເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ.

ຫວຽດ​ນາມ​​ເປັນ​ປະ​ທານ​ຮ່ວມກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ
ສະພາຄວາມໝັ້ນຄົງ ສປຊ ຈັດຕັ້ງກອງປະຊຸມເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ສະພາບການວິກິດການຢູ່ ເຢແມນ
ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ
ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ (ພາບ: TTXVN)

ວັນທີ 6 ມັງກອນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈຸງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂັ້ນສູງ ທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ ໂດຍທ່ານ ປະທານາທິບໍດີ ຕຸຍນີຊີ Kais Saied, ປະທານສະພາຄວາມໝັ້ນຄົງ ເດືອນມັງກອນ 2021 ເປັນປະທານວາລະປຶກສາຫາລື ທີ່ມີຫົວຂໍ້ “ບັນດາ ສິ່ງທ້າທາຍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ໃນສະພາບຂາດສະຖຽນລະພາບ”.

ກອງ​ປ​ະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Antonio Guterres ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ ອາບ​ຟຼິກ​ກາ Abdel Fattah el-Sisi.

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ເລຮ່ວາຍຈຸງ ໃຫ້ຂໍ້ສັງເກດວ່າ ໃນປີ 2020, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ໂລກຂາດສະຖຽນລະພາບຢ່າງຈະແຈ້ງ, ກໍ່ຄືຂໍ້ຈຳກັດໃນການຮັບມືກັບສິ່ງທ້າທາຍຕ່າງໆຂອງໂລກ, ພິ​ເສດ​ໃນ​ຂະ​ນະ​ທີ່ ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ສະ​ພາບ​ການ​ປະ​ທະ​ກັນ, ການ​ໃຊ້​ຄວາມຮຸນ​ແຮງ ທີ່​ບໍ່​ມີ​ເວ​ລາ​ສິ້ນ​ສຸດ ຢູ່ຫຼາຍ​ພາກ​ພື້ນ… ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຍັງ​ຄົງ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຕົ້ນ​ຕໍທີ່​ຊອບ​ທຳ​ຂອງ​ມະ​ນຸດ, ແທນ​ທີ່​ການ​ປະ​ທະ​ກັນ ແລະ ລັດ​ຖິ​ຝ່າຍ​ດຽວ, ບໍ່​ມີ​ເວ​ລາ​ໃດມີ​ຄວາມ​ຕ້ອງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືຫຼາຍ​ຝ່າຍ ແລະ ສາ​ກົນ ພັດ​ແຮງ​ ແລະ ຈະ​ແຈ້​ງ​ຄື​ໃນ​ປັດ​ຈຸ​ບັນ.

ໂດຍແມ່ນອົງການສວມບົດບາດສຳຄັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສະພາຄວາມໝັ້ນຄົງຕ້ອງເດີນຕາມວິທີການສຳຜັດຮອບດ້ານ ແລະ ກວມລວມ, ຮັກສາຄວາມສາມັກຄີ ແລະ ກຳລັງຄວາມສາມາດຮັບມື, ເພີ່ມທະວີການຮ່ວມມືກັບອົງການສປຊ ແລະ ອົງການຈັດຕັ້ງໃນພາກພື້ນ ເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າ, ພ້ອມ​ທັງ ບັນ​ດາ​ປະ​ເທດ​ຕ້ອງ​ເພີ່ມ​ທະ​ວີ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ປະ​ຕິ​ບັດ​ກົດ​ບັດ ​ສ​ປ​ຊ ແລະ​ກົດ​ໝາຍ​ສາ​ກົນ.

ທ່ານເລຮ່ວາຍຈຸງ ຢັ້ງຢືນວ່າ ຫວຽດນາມເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ. ໃນ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ ອາ​ຊຽນ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ຫວຽດ​ນາມ​ສືບ​ຕໍ່​ບຸ​ລິ​ມະ​ສິດເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສ​ປ​ຊ, ບັນ​ດາ​ອົງ​ການ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ສະ​ຫະ​ກັດ​ການ​ປະ​ທະ​ກັນ ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ໂລກ​ທີ່​ສວຍ​ງາມ ແລະ ມີ​ສະ​ຖຽນ​ລະ​ພາບ​ກ່​ວາ​ເກົ່າ.

ຫວຽດ​ນາມ​​ເປັນ​ປະ​ທານ​ຮ່ວມກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ

ຍ​ສ​ໝ - ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ.

ສະພາຄວາມໝັ້ນຄົງ ສປຊ ຈັດຕັ້ງກອງປະຊຸມເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ສະພາບການວິກິດການຢູ່ ເຢແມນ

ຍ​ສ​ໝ - ນັກ​ລາຍ​ງານ​ໄດ້ໃຫ້​ຮູ້​ວ່າສະຖານະການຍັງສືບຕໍ່ຮ້າຍແຮງຂຶ້ນຢູ່ໃນຫຼາຍ​ແຫ່ງ​ທີ່ເຢເມນ, ເຮັດໃຫ້​ສາ​ມັນ​ຊົນຫຼາຍຄົນເສຍຊີວິດ ແລະໄດ້ຮັບບາດເຈັບ; ​ເມື່ອສະແດງຄວາມວິຕົກກັງວົນຕໍ່ການບຸກໂຈມຕີ​ຢູ່ Ma'rib ທີ່ນາບຂູ່ຕໍ່ສາ​ມັນ​ຊົນ ແລະ ມີ​ຄວາມ​ສ່ຽງນາບຂູ່ທຳ​ລາຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ສ​ປ​ຊ ໃນ​ການ​ເຈ​ລະ​ຈາ​ສະ​ເໜີ​ສ້າງ​ສັນ​ຕິ​ພາບ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໃນ​ຊຸມ​ເດືອນ​ທີ່​ຜ່ານ​ມາ.

ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ ລີບັງ ແລະ ຊູດັງ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ດັ້ງ​ດິ່ງກຸ໊ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຖື​ວ່າ ຕ້ອງ​ຖື​ໜ້າ​ທີ່​ກູ້​ເອົາຊີ​ວິດ​ປະ​ຊາ​ຊົນ​ແມ່ນ​ບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ, ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ລີ​ບັງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.