ສານອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

17:12 | 13/01/2021

ຍ​ສ​ໝ - ວັນທີ 12 ມັງ​ກອນ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ໄດ້​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ພັກ​ປ​ະ​ຊາ​ຊົນ​ປ​ະ​ຕິ​ວັດ​ລາວ. 

ສານອວຍ ພອນກອງ ປະ ຊ ມ ໃຫຍ ຜ ແທນ ທ ວ ປະ ເທດ ຄ ງ ທ 11 ຂອງ ພ ກ ປະ ຊາ ຊ ນ ປະ ຕ ວ ດ ລາວ ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ
ສານອວຍ ພອນກອງ ປະ ຊ ມ ໃຫຍ ຜ ແທນ ທ ວ ປະ ເທດ ຄ ງ ທ 11 ຂອງ ພ ກ ປະ ຊາ ຊ ນ ປະ ຕ ວ ດ ລາວ ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ
ສານອວຍ ພອນກອງ ປະ ຊ ມ ໃຫຍ ຜ ແທນ ທ ວ ປະ ເທດ ຄ ງ ທ 11 ຂອງ ພ ກ ປະ ຊາ ຊ ນ ປະ ຕ ວ ດ ລາວ
ຫໍ​ປະ​ຊຸມ​ລາວ

ໃນ​ສານ, ຫວຽດ​ນາມ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ໄຊ​ຊະ​ນະອັນ​ສະ​ຫງ່າ​ອົງ​ອາດ​ໃນ​ພາ​ລະ​ກິດ​ປົດ​ປ່ອຍຊົນ​ຊາດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດກໍ່​ຄື​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ຮອບ​ດ້ານ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ເຊິ່ງ​ປະ​ຊາ​ຊົນ​ລາວ​ອາຍ​ນ້ອງ​ບັນ​ລຸ​ໄດ້, ພິ​ເສດ​ແມ່ນ​ພາຍຫຼັງ 35 ປີ​ແຫ່ງ​ການ​ປະ​ຕິ​ບັດ​ແນວ​ທາງ​ປ່ຽນ​ແປງ​ໃໝ່ ແລະ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸ​ມ​ຄັ້ງ​ທີ 10 ຂອງ​ພັກ, ນຳ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ປະ​ເທດ ສ​ປ​ປ.​ລາວ ນັບ​ມື້​ນັບ​ໄດ້​ຍົກ​ສູງ​ໃນ​ເວ​ທີ​ສາ​ກົນ.

ບັນ​ດາ​ຜົນ​ງານ​ນັ້ນ ອີກ​ຄັ້ງ​ໜຶ່ງ​ຢັ້ງ​ຢືນ​ໄດ້​ການ​ຊີ້​ນຳ​ນຳ​ພາ​ທີ່​ສະຫຼາດ​ສ່ອງ​ໄສ, ແນວ​ທາງ​ຖືກ​ຕ້ອງ ແລະ ສະຫຼາດ​ຂອງ​ພັກ​ປະ​ຊາ​ຊົນ​ປ​ະ​ຕິ​ວັດ​ລາວ, ສະ​ແດງ​ໃຫ້​ເຫັນ​ຄຸນ​ນ​ະ​ທາດ​ປະ​ຕິ​ວັດ​ອົງ​ອາດ​ກະ​ຫານ, ໝັ້ນ​ຄົງ​ຕໍ່​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເປົ້າ​ໝາຍ​ເອ​ກະ​ລາດ​ແຫ່ງ​ຊາດ, ເພື່ອ​ຄວາມ​ຮັ່ງ​ມີ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ, ເພື່ອ​ພາ​ລະ​ກິດ​ສັນ​ຕິ​ພາບ, ເອ​ກະ​ຊາດ​ແຫ່ງ​ຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ໃນ​ສັງ​ຄົມ​ໃນ​ທົ່ວ​ໂລກ.

ກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແມ່ນ​ເຫດ​ການ​ດ້ານ​ການ​ເມືອງ​ທີ່​ສຳ​ຄັນ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ, ສ້າງ​ຂີດ​ໝາຍ​ແຫ່ງ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ຕິ​ວັດ​ລາວ​ດ້ວຍ​ການ​ສືບ​ຕໍ່​ຢຶດ​ໝັ້ນ​ກັບ​ເສັ້ນ​ທາງ​ປ່ຽນ​ແປງ​ໃໝ່, ເພີ່ມ​ທະ​ວີ​ຄວາມ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຮັບ​ປະ​ກັນ​ການ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແຮງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ນຳ​ປະ​ເທດຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ການ​ດ້ອຍ​ພັດ​ທະ​ນາ, ກ້າວ​ໄປ​ເຖິງ​ເປົ້າ​ໝາຍ​ສັງ​ຄົມ​ນິ​ຍົມ​ຢ່າ​ງ​ໜັກ​ແໜ້ນ.

ໂດຍແມ່ນເພື່ອນ, ແມ່ນສະຫາຍອ້າຍນ້ອງສະໜິດສະໜົມ ມີອຸດົມການຮ່ວມ, ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະຮ່ວມສຸກຮ່ວມທຸກພ້ອມກັບ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວອ້າຍນ້ອງ. ຫວຽດນາມເຊື່ອວ່າ ໂດຍພາຍໃຕ້ການຊີ້ນຳນຳພາຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າໃນກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ, ສ້າງປະເທດລາວສັນຕິບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນຢ່າງສຳເລັດຜົນຕາມເປົ້າໝາຍສັງຄົມນິຍົມ.

ພັກ, ລັດ ແລະ ປະຊາຊົນຫວຽດນາມຢືນຢັນວ່າ ໃນທຸກສະພາບການໃດໆ ກໍຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ພັກ, ລັດ ແລະ ປະຊາຊົນລາວ ເພື່ອຮັກສາ, ເສີມສ້າງ ແລະ ຖ່າຍທອດໃຫ້ລຸ່ນຄົນໃນອະນາຄົດ ກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ.

ເນື່ອງໃນໂອກາດນີ້, ບັນດາຄະນະຂອງພັກ, ກະຊວງ, ຂະແໜງການຕ່າງໆ, ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງມະຫາຊົນ, ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ກໍໄດ້ສົ່ງສານອວຍພອນເຖິງ ບັນດາຄະນະຂອງພັກ, ກະຊວງ, ຂະແໜງການຕ່າງໆ, ສູນກາງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ ເພື່ອອວຍພອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ.

ສານອວຍ ພອນກອງ ປະ ຊ ມ ໃຫຍ ຜ ແທນ ທ ວ ປະ ເທດ ຄ ງ ທ 11 ຂອງ ພ ກ ປະ ຊາ ຊ ນ ປະ ຕ ວ ດ ລາວ ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ

ຍ​ສ​ໝ - ໃນ 30 ມື້, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ບໍ່​ພຽງ​ແຕ່​ໄດ້ຮຽນ​ພາ​ສາ​ລາວ ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊອກ​ຮູ້​​ຄວາມ​ຮູ້ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ​ຂ​ອງ​ປະ​ເທດ​ລາວ. ຕາມ​ໝາກ​ຜົນ​ຂອງ​ການ​ເສັງ​ທ້າຍ​ຊຸດ​ຝຶກ​ອົບ​ຮົມ, ມີ ນັກ​ສຳ​ມະ​ນາ​ກອນ 43 ຄົນ​ລ້ວນ​ແຕ່​ໄດ້​ຮັບ​ໃບ​ຢ້ງ​ຢືນ​ໃນ​ນັ້ນ ມີ ນັກ​ສຳ​ມະ​ນາ​ກອນເກັ່ງ 5 ຄົນ.

ສານອວຍ ພອນກອງ ປະ ຊ ມ ໃຫຍ ຜ ແທນ ທ ວ ປະ ເທດ ຄ ງ ທ 11 ຂອງ ພ ກ ປະ ຊາ ຊ ນ ປະ ຕ ວ ດ ລາວ ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ

ຍ​ສ​ໝ - ບັນ​ດາ​ມາດ​ຕະ​ການ​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ແມ່ນ ຫຼຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຂະ​ໜາດ​ກາງ, ນ້ອຍ ແລະ ​ຈຸ​ນລະວິ​ສາ​ຫະ​ກິດ. ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົ​ບ​ຮົບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ປູກ​ຟັງ, ຈັດ​ຕັ້ງ​ຮູບ​ແບບ ໜຶ່ງ​ເມືອງ ໜຶ່ງ​ຜະ​ລິດ​ຕະ​ພັນ (ODOP) ແລະ ຈັດ​ຕັ້ງ​ບັນ​ດາ​ງານ​ວາງ​ສະ​ແດງ​ສິ​ລະ​ປະ.

ສານອວຍ ພອນກອງ ປະ ຊ ມ ໃຫຍ ຜ ແທນ ທ ວ ປະ ເທດ ຄ ງ ທ 11 ຂອງ ພ ກ ປະ ຊາ ຊ ນ ປະ ຕ ວ ດ ລາວ ມອບ​ໃບ​ຢັ້ງ​ຢືນ​ຊຸດ​​ຮຽນ​ພາ​ສາ ຫວຽດ​ ໃຫ້​ແກ່​ນັກ​ສຶກ​ສາ​ລາວ

ຍ​ສ​ໝ - ພາຍຫຼັງ​ການ​ຮຽນ​ມາ​ເປັນ​ເວ​ລາ 9 ເດືອນ​ຢູ່​ໂຮງ​ຮຽນ, ມີ​ນັກ​ສຶ​ກ​ສາ​ລາວ 74 ຄົນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຈົບ​ຊຸດ​ການ​ຮຽນ​ພາ​ສາ​ຫວຽດ, ໃນ​ນັ້ນ​ມີ ນັກ​ສຶກ​ສາ 6 ຄົນ​ບັນ​ລຸ​ໄດ້​ຜົນ​ດີ​ເດັ່ນໃນ​ການ​ຮ່ຳ​ຮຽນ ແລະ ຫຼໍ່ຫຼອມ ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ໂຮງ​ຮຽນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.