ມອບສົ່ງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ  ໃຫ້ແກ່ລາວໃນທ້າຍໄຕມາດທີ I ປີ 2021

ມອບສົ່ງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ແກ່ລາວໃນທ້າຍໄຕມາດທີ I ປີ 2021

ຍສໝ - ໃນຄໍ່າຄືນຕ້ອນຮັບປີໃໝ່, ສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ, ວິສະວະກອນ, ກໍາມະກອນນັບຮ້ອຍຄົນ ຍັງເຮັດວຽກຢູ່ສະຖານທີ່ກໍ່ສ້າງ.

ລາວ ຈະໄດ້ຮັບວັກຊິນ ຕ້ານໂຄວິດ-19 ໃນເດືອນເມສາ 2021

ລາວ ຈະໄດ້ຮັບວັກຊິນ ຕ້ານໂຄວິດ-19 ໃນເດືອນເມສາ 2021

ພາຍຫຼັງທີ່ຈະໄດ້ຮັບວັກຊິນໃນເດືອນເມສາ 2021 ແມ່ນຈະໄດ້ສຸມໃສ່ສັກວັກຊິນດັ່ງກ່າວໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ,  ຄາດຄະເນ ປະມານ 15-20% ຂອງປະຊາກອນ ລາວທັງໝົດ ຫຼືເທົ່າກັບ 1,4 ລ້ານຄົນ ຈະໄດ້ສັກວັກຊິນດັ່ງກ່າວ.

ລາວ ໄດ້ດໍາເນີນພິທີສະເໜີຕົວປຶ້ມ “ທ່ານ ເລວັນຫ໊ຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນທໍາອິດແຫ່ງ ສສ ຫວຽດນາມ ປະຈໍາ ລາວ

ລາວ ໄດ້ດໍາເນີນພິທີສະເໜີຕົວປຶ້ມ “ທ່ານ ເລວັນຫ໊ຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນທໍາອິດແຫ່ງ ສສ ຫວຽດນາມ ປະຈໍາ ລາວ"

ຍສໝ - ປຶ້ມຫົວດັ່ງກ່າວໄດ້ບັນທຶກການເຄື່ອນໄຫວການທູດຂອງທ່ານ ເລວັນຫ໊ຽນ ໃນໄລຍະ 15 ປີ (1962-1976) ໃນຖານະຕໍາແໜ່ງເປັນເອກອັກຄະລັດຖະທູດຄົນທໍາອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈໍາ ລາວ.

ວັກຊິນຕ້ານໂຄວິດ-19 ມາເຖິງປະເທດລາວ ດ້ວຍຈຳນວນ 2.000 ໂດສ

ວັກຊິນຕ້ານໂຄວິດ-19 ມາເຖິງປະເທດລາວ ດ້ວຍຈຳນວນ 2.000 ໂດສ

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຖະແຫລງຂ່າວຕໍ່ສື່ມວນຊົນຕອນເຊົ້າວັນທີ 31 ທັນວາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ສະພາບຄວາມຄືບໜ້າການນຳໃຊ້ ວັກຊິນປ້ອງກັນໂຄວິດ-19 ໃນ ສປປ ລາວ ຜ່ານມາພັກ ແລະ ລັດຖະບານ ພວກເຮົາ ບໍ່ໄດ້ລົດລະນີ້ງນອນໃຈ ໄດ້ມີຄວາມພະຍາຍາມຢ່າງສູງ ໃນການພົວພັນກັບໂລກ ເປັນຕົ້ນ ສະຫະພັນວັກຊີນສາກົນ Gavi (Global Alliance for Vaccines and Immunization ), COVAX FACILITY, ກັບປະເທດເພື່ອນມິດຍຸດທະສາດ, ກັບປະເທດພາຄີ, ກັບທະນາຄານສາກົນ ແລະ ອົງການຈັດຕັ້ງສາກົນ ເພື່ອກະກຽມ ແລະ ຈັດຫາວັກຊີນ ເພື່ອມາສັກປ້ອງກັນພະຍາດໃຫ້ແກ່ພໍ່ແມ່ປະຊາຊົນພວກເຮົາ ຊຶ່ງໄດ້ເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນມາ.

ປະເທດລາວ ໄດ້ຍົກເລີກຄຳສັ່ງປິດລ້ອມຢູ່ແຂວງບໍ່ແກ້ວ

ປະເທດລາວ ໄດ້ຍົກເລີກຄຳສັ່ງປິດລ້ອມຢູ່ແຂວງບໍ່ແກ້ວ

ຍສໝ - ອີງຕາມການລາຍງານຂອງສຳນັກຂ່າວສານຫວຽດນາມທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ສປປ.ລາວ, ໃນວັນທີ 29 ທັນວາ, ໄດ້ປະກາດການຕັດສິນໃຈຂອງລັດຖະບານສປປ.ລາວ ກ່ຽວກັບການຍົກເລີກຄຳສັ່ງປິດລ້ອມຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ທາງພາກເໜືອຂອງປະເທດລາວ ຫຼັງຈາກໄດ້ປະຕິບັດການປິດລ້ອມ ໃນເວລາ 20 ວັນ.

ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021

ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021

ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ຂອງ ສປປ ລາວ ແລະ ກຳນົດບຸລິມະສິດ ທີ່ຈະຮັບມືກັບສິ່ງທ້າທາຍ ທີ່ຍັງຄົງຄ້າງໃຫ້ສອດຄ່ອງກັບ ຄຳໝາຍໝັ້ນຕໍ່ກັບ ກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD 25) ທີ່ນະຄອນ ໄນໂຣບີ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ 9. ພ້ອມນີ້ ຍັງໄດ້ມີການນຳ ສະເໜີຜົນສຳເລັດ ແລະ ສິ່ງທ້າທາຍທີ່ໃນການ ຈັດຕັ້ງປະຕິບັດແຜນງານ ໂດຍສະເພາະ ໄລຍະການລະບາດຂອງພະຍາດ ໂຄວິດ-19 ທີ່ສ້າງຄວາມຫຍຸ້ງຍາກໃນທົ່ວໂລກ.

ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7

ປະເທດລາວ ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ຖືກ ຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7

ຜູ້ພັດທະນາໂຄງການ ກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເລີ່ມການຟື້ນຟູ ຊີວິດການເປັນຢູ່ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ນັບຕັ້ງແຕ່ ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ເຊິ່ງປະກອບມີ 3 ບ້ານຄື: ບ້ານສົມມີໄຊ (ຕາຕຸງ), ບ້ານຈະເລີນ ແລະ ບ້ານໄຊທອງ (ສົບກັ້ງ) ເມືອງຜົ້ງສາລີ,   ມີປະຊາຊົນທີ່ໄດ້ຮັບ ຜົນກະທົບທັງໝົດ 222 ຄອບຄົວ, ພົນລະເມືອງ 1.400 ກວ່າຄົນ, ໃນນັ້ນ ບ້ານສົມມີໄຊ ມີ 77 ຄອບຄົວ, ບ້ານຈະເລີນ ມີ 68 ຄອບຄົວ ແລະ ບ້ານໄຊທອງ ມີ 77 ຄອບຄົວ.

ປະຊາຊົນຍັງຈະສືບຕໍ່ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ ຖ້າທຸກຄົນບໍ່ຊ່ວຍກັນທຳຫລາຍແຫລ່ງເພາະພັນຂອງຍຸງລາຍ

ປະຊາຊົນຍັງຈະສືບຕໍ່ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ ຖ້າທຸກຄົນບໍ່ຊ່ວຍກັນທຳຫລາຍແຫລ່ງເພາະພັນຂອງຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ​ໃຫ້​ຮູ້​ວ່າ: ໃນວັນທີ 29 ທັນວາ 2020 ສປປ ລາວ ເຮົາມີຜູ້ຕິດເຊື້ອ​ເພີ່ມ 2 ກໍລະນີ, ນັບແຕ່ວັນທີ 1 ມັງກອນ ຫາ 29 ທັນວາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 8.239 ຄົນ, ມີ​ຜູ້​ສຍຊີວິດ 13 ຄົນ​ ແລະ ປະຊາຊົນ​ຍັງ​ຈະ​ສືບ​ຕໍ່ ຕິດ​ເຊື້ອ​ເພີ່​ມຂຶ້ນຖ້າ​ທຸກ​ຄົນ​ໃນ​ສັງຄົມ ​ບໍ່​ຊ່ວຍ​ກັນ​ທຳລາຍ​ແຫ​ລ່ງ ​ເພາະ​ພັນ​ຂອງ​ຍຸງ​ລາຍ.

ປະເທດລາວ: ສຳເລັດການວາງລາງລົດໄຟ ວຽງຈັນ-ຫລວງພະບາງ 240 ກິໂລແມັດ

ປະເທດລາວ: ສຳເລັດການວາງລາງລົດໄຟ ວຽງຈັນ-ຫລວງພະບາງ 240 ກິໂລແມັດ

ໃນວັນທີ 29 ທັນວາ 2020 ບໍລິສັດ ວິສະວະກຳ ທາງລົດໄຟເລກ 2 ສປ ຈີນ ໄດ້ຈັດພິທີສະເຫລີມສະຫລອງ ແລະ ຊົມເຊີຍຜົນສຳເລັດ ໃນການວາງລາງ ລົດໄຟ ເສັ້ນທາງລົດໄຟ ລາວ-ຈີນ ແຕ່ນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ, ຊຶ່ງມີຄວາມຍາວ 240 ກິໂລແມັດ ຂອງຈຳນວນທັງໝົດ 422,4 ກິໂລແມັດ ນະຄອນຫລວງວຽງຈັນ-ບໍ່ເຕ່ນ ແຂວງຫລວງນ້ຳທາ.

ປີ 2020 ເສດຖະກິດແຂວງໄຊຍະບູລີຂະຫຍາຍຕົວໃນລະດັບ 4,8%

ປີ 2020 ເສດຖະກິດແຂວງໄຊຍະບູລີຂະຫຍາຍຕົວໃນລະດັບ 4,8%

ທ່ານ ພົງສະຫວັນ ສິດທະວົງ ຍັງໃຫ້ຮູ້ອີກວ່າ: ສໍາລັບທິດທາງແຜນການປີ 2021 ນີ້ ແຂວງໄຊຍະບູລີ ຈະສູ້ຊົນເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 5%, ສ້າງມູນຄ່າເພີ່ມໃຫ້ໄດ້ 11.262 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.157 ໂດລາ, ສູ້ຊົນລະດົມທຶນເຂົ້າໃນການພັດທະນາໃຫ້ໄດ້ 3.153 ຕື້ກີບກວມເອົາ 28% ຂອງ GDP

ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ

ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ

ຍສໝ -  ທ່ານນາງ ຫງວຽນກວກແອງ, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ແຟຊັ່ນ Elise ຈຳກັດ ໃຫ້ຮູ້ວ່າຂອງຂວັນເຫຼົ່ານີ້ທີ່ສະແດງໃຫ້ເຫັນຄວາມຮັກແພງຂອງບໍລິສັດ ສະຫງວນໃຫ້ແກ່ແມ່ຍິງລາວ.

ລາວ:  ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ລາວ: ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 30 ທັນວາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19  ໄດ້ລາຍງານໃຫ້ຮູ້ວ່າ: ການເຝົ້າລະວັງ ຮອດ 5 ໂມງແລງຂອງວັນທີ 29 ທັນວາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 227 ຄົນ, ໃນນັ້ນ ມີ 11 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ມີອາການ; ແຮງງານລາວກັບ ມາແຕ່ໄທບໍ່ມີອາການ 199 ຕົວຢ່າງ; ແຮງງານຫວຽດນາມບໍ່ມີອາການ 17 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ

ປັດຈຸບັນ, ສປປ ລາວ ກຳລັງ​ກະກຽມ​ໃຫ້​ແກ່ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ II, ​ເຊິ່ງພົນລະເມືອງລາວ ຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ​ແມ່ນມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 21 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ, ຍົກ​ເວັ້ນແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານຕັດສິນລົງໂທດ ຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.

ລາວບໍ່ມີຜູ້ຕິດເຊື້ອ COVID-19 ເພີ່ມ ພ້ອມສືບຕໍ່ປິ່ນປົ່ວ 1 ຄົນ

ລາວບໍ່ມີຜູ້ຕິດເຊື້ອ COVID-19 ເພີ່ມ ພ້ອມສືບຕໍ່ປິ່ນປົ່ວ 1 ຄົນ

ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ,  ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບການລະບາດຂອງພະຍາດ COVID-19 ໃນ ສປປ ລາວ ວ່າ: ໃນວັນທີ 28 ທັນວາ 2020 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 666 ຄົນ, ໃນນັ້ນ ມີ 04 ຕົວຢ່າງ ຈາກບຸກຄົນທົ່ວໄປມີອາການ; 04 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທ 264 ຕົວຢ່າງ; ແຮງງານຈີນ 238 ຕົວຢ່າງ; ແຮງງານຫວຽດນາມ 133 ຕົວຢ່າງ ແລະ ແຮງງານໄທ 23 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍາ ນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ມີອາການເບົາບາງ ແລະ ບໍ່ມີອາການສົນຫຍັງ.

ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ

ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ

2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ.

ບັນ​ດາ​ເມືອງ​ເຂດ​ຊາຍ​ແດນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດນາມ - ລາວ

ບັນ​ດາ​ເມືອງ​ເຂດ​ຊາຍ​ແດນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດນາມ - ລາວ

ຍ​ສ​ໝ - ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທູດ, ປະ​ຊາ​ຊົນ​ສອງ​ຝ່າຍ​ຊາຍ​ແດນ ແທັງ​ຮ​ວາ - ຫົວ​ພັນ​ໄດ້​ຍົກ​ສູງ​ສະ​ຕິ, ຄວາມ​ຮັບ​ຜິດ​ຊອບ​ຕໍ່​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ, ພ້ອມ​ກັນ​ແປ່ງ​ບັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັ​ງ​ຄົມ​ດ ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ພ້ອມ​ກັນ​ປະ​ຕິ​ເສດ​ບັນ​ດາ​ຖ້ວຍ​ທຳ​ນອງ​ຂອງ​ບັນ​ດາ​ກຳ​ລັງ​ປໍ​ລະ​ປັກ, ແບ່ງ​ແຍກ​ການ​ພົວ​ພັນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ.

ຄົນລາວທຸຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດໄປເລືອກຕັ້ງ

ຄົນລາວທຸຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດໄປເລືອກຕັ້ງ

ສປປ ລາວ ກຳລັງດຳເນີນການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ເຊິ່ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ໄດ້ຜັນຂະຫຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ມາຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງ, ໂດຍສະເພາະແມ່ນມາດຖານ ຂອງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ແລະ ເອກກະສານກ່ຽວຂ້ອງອື່ນໆ.

ສປປ.ລາວ:  ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ

ສປປ.ລາວ: ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ທັນວາ 2020 ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສຊປລ.