ລາວ ຈະໄດ້ຮັບວັກຊິນ ຕ້ານໂຄວິດ-19 ໃນເດືອນເມສາ 2021

06:38 | 02/01/2021

ພາຍຫຼັງທີ່ຈະໄດ້ຮັບວັກຊິນໃນເດືອນເມສາ 2021 ແມ່ນຈະໄດ້ສຸມໃສ່ສັກວັກຊິນດັ່ງກ່າວໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ,  ຄາດຄະເນ ປະມານ 15-20% ຂອງປະຊາກອນ ລາວທັງໝົດ ຫຼືເທົ່າກັບ 1,4 ລ້ານຄົນ ຈະໄດ້ສັກວັກຊິນດັ່ງກ່າວ.

ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ
ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ
ລາວ ຈະໄດ້ຮັບວັກຊິນ ຕ້ານໂຄວິດ-19 ໃນເດືອນເມສາ 2021
ພາບປະກອບ

ຕາມ ທ່ານ ບູນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ສປປ.ລາວ, ຮອງຫົວໜ້າຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ພາຍຫຼັງທີ່ຈະໄດ້ຮັບວັກຊິນໃນເດືອນເມສາ 2021 ແມ່ນຈະໄດ້ສຸມໃສ່ສັກວັກຊິນດັ່ງກ່າວໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ ເຊັ່ນ: ແພດໝໍພະຍາບານທັງໝົດລວມທັງສູນກາງ ແລະທ້ອງຖິ່ນ ພາຍໃນຂະແໜງສາທາລະນະສຸກ, ໂຮງໝໍທະຫານ, ໂຮງໝໍຕໍາຫຼວດ, ອາສາສະໝັກແພດບ້ານ, ອາສາສະໝັກສັງຄົມສົງເຄາະ, ຜູ້ອາຍຸສູງ, ຜູ້ມີພະຍາດປະຈໍາຕົວ ແຕ່ບໍ່ນອນໃນຂໍ້ຫ້າມສັກວັກຊິນ, ຜູ້ອອກແຮງງານເຄື່ອນຍ້າຍ, ຜູ້ເດີນທາງເຂົ້າອອກ...

ໃນວັນທີ 30 ທັນວາ 2020 ຢູ່ກະຊວງສາທາລະນະສຸກ ສປປ.ລາວທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ສປປ.ລາວ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ການເຝົ້າລະວັງ ຮອດ 5 ໂມງແລງຂອງວັນທີ 29 ທັນວາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 227 ຄົນ, ໃນນັ້ນ ມີ 11 ຕົວຢ່າງຈາກບຸກຄົນ ທົ່ວໄປທີ່ມີອາການ; ແຮງງານລາວກັບ ມາແຕ່ໄທບໍ່ມີອາການ 199 ຕົວຢ່າງ; ແຮງງານຫວຽດນາມບໍ່ມີອາການ 17 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ປະຈຸບັນ ທົ່ວປະເທດ ລາວ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 39 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2,284 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ປັດຈຸບັນນີ້, ມີຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສາທາລະນະສຸກ, ສະບັບເລກທີ 3439/ສທ, ລົງວັນທີ 22 ທັນວາ 2020 ວ່າດ້ວຍ ການເກັບຄ່າ ບໍລິການປີ່ນປົວ ແລະ ເກັບຄ່າກວດວິເຄາະຫາ ເຊື້ອພະຍາດ ​ໂຄ​ວິດ-19. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ ​ໂຄ​ວິດ-19 ຈໍານວນ 1 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນມີອາການເບົາບາງ.

ປະຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 83.771.400 ຄົນ. ໃນນັ້ນ ມີ 1.824.387 ຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 59.307.628 ຄົນປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດແມ່ນປະເທດ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 353.886 ຄົນ ໃນຍອດຈຳນວນ 20.429.667 ຄົນຕິດເຊື້ອໂຄວິດ-19.

ລາວ ໄດ້ດໍາເນີນພິທີສະເໜີຕົວປຶ້ມ “ທ່ານ ເລວັນຫ໊ຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນທໍາອິດແຫ່ງ ສສ ຫວຽດນາມ ປະຈໍາ ລາວ ລາວ ໄດ້ດໍາເນີນພິທີສະເໜີຕົວປຶ້ມ “ທ່ານ ເລວັນຫ໊ຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຄົນທໍາອິດແຫ່ງ ສສ ຫວຽດນາມ ປະຈໍາ ລາວ"

ຍສໝ - ປຶ້ມຫົວດັ່ງກ່າວໄດ້ບັນທຶກການເຄື່ອນໄຫວການທູດຂອງທ່ານ ເລວັນຫ໊ຽນ ໃນໄລຍະ 15 ປີ (1962-1976) ໃນຖານະຕໍາແໜ່ງເປັນເອກອັກຄະລັດຖະທູດຄົນທໍາອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈໍາ ລາວ.

ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຍສໝ - ຜູ້ນຳປະເທດລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ.

ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ

ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແອງຫງອກ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ຢູ່ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໃນໄລຍະ 65 ປີທີ່ຜ່ານມາ, ສາຍພົວພັນຫວຽດນາມ - ອິນໂດເນເຊຍນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ.

ໄຊພອນ

ເຫດການ
302 Found

Found

The document has moved here.