ໂຄວິດ - 19: ຫວຽດນາມ ໄດ້ປິ່ນປົວໃຫ້ຄົນເຈັບ 1.319 ຄົນຫາຍດີເປັນປົກກະຕິ

19:44 | 29/12/2020

ຍສໝ - ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ - 19 ລວມທັງໝົດ 1.454 ຄົນ.

ໂຄວ ດ 19 ຫວຽດນາມ ໄດ ປ ນປ ວໃຫ ຄ ນເຈ ບ 1 319 ຄ ນຫາຍດ ເປ ນປ ກກະຕ ນາຍົກລັດຖະມົນຕີຫວຽດນາມ: ການສືບຕໍ່ສູ້ຊົນເພື່ອໃຫ້ ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານເສດຖະກິດ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ພັດທະນາໄວແຕ່ຍັງຮັກສາໄດ້ສະຖຽນລະພາບ
ໂຄວ ດ 19 ຫວຽດນາມ ໄດ ປ ນປ ວໃຫ ຄ ນເຈ ບ 1 319 ຄ ນຫາຍດ ເປ ນປ ກກະຕ ຫວຽດນາມມີຜະລິດຕະພັນ OCOP 3.200 ຊະນິດ
ໂຄວ ດ 19 ຫວຽດນາມ ໄດ ປ ນປ ວໃຫ ຄ ນເຈ ບ 1 319 ຄ ນຫາຍດ ເປ ນປ ກກະຕ
ພາບປະກອບ

ໄລ່ຮອດວັນທີ 29 ທັນວາ 2020, ຫວຽດນາມ ຢັ້ງຢືນມີ 3 ກໍລະນີຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ. ມີ 2 ກໍລະນີເຂົ້າເມືອງຢ່າງຜິດກົດໝາຍ. ດັ່ງນັ້ນ, ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ - 19 ລວມທັງໝົດ 1.454 ຄົນ.

ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຊັນ ປະກາດໃຊ້ ໂທລະເລກທາງການ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໃນນັ້ນ ໄດ້ຮຽກຮ້ອງໃຫ້ ຕາມຫາຜູ້ສຳຜັດກັບ ຜູ້ຕິດເຊື້ອພະຍາດໂຄວິດ - 19 ເລກທີ 1440ໂດຍໄວ, ຄວບຄຸມ ຜູ້ເຂົ້າເມືອງ ຢ່າງແໜ້ນແຟ້ນ, ບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ ຊຸມຊົນ. ໂທລະເລກທາງການ ໄດ້ສົ່ງໄປຍັງ ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງໄດ້ຊີ້ແຈ້ງວ່າ: ສະພາບໂລກລະບາດໃນໂລກພວມມີການຜັນແປຢ່າງຮ້າຍແຮງທີ່ສຸດ. ຫວຽດນາມຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ໄດ້ວາງອອກຢ່າງເຂັ້ມງວດ. ເພີ່ມທະວີການກວດກາ, ແກ້ໄຂບັນດາກໍລະນີລະເມີດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນກໍລະນີຜູ້ຕິດເຊື້ອພະຍາດ ເລກທີ 1440 ຢູ່ວິງລອງ ຢ່າງເຂັ້ມງວດ.

ໜັງສືພິມ Jakarta Post ສະບັບອອກວັນທີ 28 ທັນວາ 2020 ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຮ່ຳຮຽນຈາກວິທີການສະກັດກັ້ນໂລກລະບາດໂຄວິດ-19 ຂອງຫວຽດນາມ”. ທ່ານ Veeramalla Anjaiah - ນັກຂ່າວຜູ້ທີ່ມີຊື່ສຽງຂອງອິນໂດເນເຊຍໃຫ້ຮູ້ວ່າ, ດ້ວຍພົນລະເມືອງ 97,75 ລ້ານຄົນ ແລະ ມີເສັ້ນຊາຍແດນຍາວຕິດກັບຈີນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງ 1.438 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ ໄລ່ຮອດວັນທີ 25 ທັນວາ. ບົດຂຽນໄດ້ຢືນຢັນວ່າ, ຫວຽດນາມ ໄດ້ຮັບການຕີລາຄາສູງ ດ້ວຍຄວາມຕັດສິນໃຈຢ່າງໄວ, ສານທາງດ້ານການແພດສາທາລະນະຢ່າງມີປະສິດທິຜົນ ແລະ ຕາມຫາແຫຼ່ງເກີດໂລກລະບາດນັບແຕ່ຫົວທີ.

ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 81.651.939 ຄົນ. ໃນນັ້ນ ມີຜູ້ເສຍຊີວິດ 1.780.850 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 19,7 ລ້ານຄົນ ແລະ ມີ 343.072 ຄົນເສຍຊີວິດ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊີນ. ລາວບໍ່ມີຜູ້ຕິດເຊື້ອ ໂຄວິດ - 19 ເພີ່ມ ພ້ອມສືບຕໍ່ປິ່ນປົ່ວ 1 ຄົນ. ໃນວັນທີ 28 ທັນວາ 2020 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 666 ຄົນ, ໃນນັ້ນ ມີ 04 ຕົວຢ່າງ ຈາກບຸກຄົນທົ່ວໄປມີອາການ; 04 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທ 264 ຕົວຢ່າງ; ແຮງງານຈີນ 238 ຕົວຢ່າງ; ແຮງງານຫວຽດນາມ 133 ຕົວຢ່າງ ແລະ ແຮງງານໄທ 23 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ ໂຄວິດ - 19 ຈໍານວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ມີອາການເບົາບາງ ແລະ ບໍ່ມີອາການສົນຫຍັງ.
ໂຄວ ດ 19 ຫວຽດນາມ ໄດ ປ ນປ ວໃຫ ຄ ນເຈ ບ 1 319 ຄ ນຫາຍດ ເປ ນປ ກກະຕ ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2020

ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.

ໂຄວ ດ 19 ຫວຽດນາມ ໄດ ປ ນປ ວໃຫ ຄ ນເຈ ບ 1 319 ຄ ນຫາຍດ ເປ ນປ ກກະຕ ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ

2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ.

ໂຄວ ດ 19 ຫວຽດນາມ ໄດ ປ ນປ ວໃຫ ຄ ນເຈ ບ 1 319 ຄ ນຫາຍດ ເປ ນປ ກກະຕ ບັນ​ດາ​ເມືອງ​ເຂດ​ຊາຍ​ແດນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດນາມ - ລາວ

ຍ​ສ​ໝ - ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທູດ, ປະ​ຊາ​ຊົນ​ສອງ​ຝ່າຍ​ຊາຍ​ແດນ ແທັງ​ຮ​ວາ - ຫົວ​ພັນ​ໄດ້​ຍົກ​ສູງ​ສະ​ຕິ, ຄວາມ​ຮັບ​ຜິດ​ຊອບ​ຕໍ່​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ, ພ້ອມ​ກັນ​ແປ່ງ​ບັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັ​ງ​ຄົມ​ດ ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ພ້ອມ​ກັນ​ປະ​ຕິ​ເສດ​ບັນ​ດາ​ຖ້ວຍ​ທຳ​ນອງ​ຂອງ​ບັນ​ດາ​ກຳ​ລັງ​ປໍ​ລະ​ປັກ, ແບ່ງ​ແຍກ​ການ​ພົວ​ພັນ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.