ຄົນລາວທຸຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດໄປເລືອກຕັ້ງ

07:55 | 29/12/2020

ສປປ ລາວ ກຳລັງດຳເນີນການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ເຊິ່ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ໄດ້ຜັນຂະຫຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ມາຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງ, ໂດຍສະເພາະແມ່ນມາດຖານ ຂອງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ແລະ ເອກກະສານກ່ຽວຂ້ອງອື່ນໆ.

ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ
ປະເທດລາວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ

ສະມາຊິກສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ໂດຍແມ່ນພົນລະເມືອງລາວ ເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ເຊິ່ງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດ ຖານຄົບຖ້ວນ ຄື: ເປັນພົນລະເມືອງລາວ; ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດເດັດດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ; ກຳແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ແລະ ກົດໝາຍ.

ຄົນລາວທຸຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດໄປເລືອກຕັ້ງ
ຄົນລາວທຸຄົນ ທີ່ມີອາຍຸ 18 ປີຂຶ້ນໄປ ແມ່ນມີສິດໄປເລືອກຕັ້ງ ວັນທີ 21 ກຸມພາ, 2021. (ພາບປະກອບ: KPL)

ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ; ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳເຫັນຕໍ່ບັນຫາສຳຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາ ມາດປະຕິບັດໜ້າທີ່ຂອງຕົນໄດ້; ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ ແລະ ທີ່ສຳຄັນຕ້ອງມີສຸຂະພາບດີ.

ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກ ເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລຳເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ.

ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ

ໃນຕອນແລງຂອງ ວັນທີ 25 ທັນວາ 2020 ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd).

ປະເທດລາວ ໄດ້ປະກາດໃໝ່ວ່າ ບຸກຄົນທີ່ເຂົ້າມາລາວ ຕ້ອງໃຊ້ມາດຕະການແຍກອອກຫ່າງຕາມກົດລະບຽບ ໃໝ່

ຄະນະ​ສະເພາະ​ກິດ ອອກ​ມາດ​ຕະການ​ໃໝ່ ບຸກຄົນ​ທີ່​ເດີນທາງ​ເຂົ້າ​ມາ​ໃນ ສປປ ລາວ ຈະ​ຕ້ອງ​ໃສ່​ອຸປະກອນ​ຕິດຕາມ​ທາງ​ການ​ແພດ​ເພື່ອ​ໃຫ້​ສາມາດ​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ບຸກຄົນ​ດັ່ງກ່າວ​ໄດ້​ໃນ​ຂອບ​ເຂດ 14 ວັນ.

ເພີ່ມທະວີການແລກປ່ຽນປະສົບການ ລະຫວ່າງກະຊວງປ້ອງກັນປະເທດລາວ - ມາເລເຊຍ

ໃນວັນທີ 15 ທັນວາ 2020, ໄດ້ມີກອງປະຊຸມທາງໄກ ສອງ ຝ່າຍລະຫວ່າງກົມພົວພັນຕ່າງ ປະເທດກະຊວງປ້ອງກັນປະເທດ ສປປ ລາວ ກັບ ກົມນະໂຍບາຍ ແລະ ແຜນການຍຸດທະສາດ ກະ ຊວງປ້ອງກັນປະເທດມາເລເຊຍ ເຊິ່ງຄະນະຜູ້ແທນຝ່າຍລາວນຳ ໂດຍທ່ານ ພົນຈັດຕະວາ ແກ່ນຈັນນັນທະລັງສີ ຫົວໜ້າກົມພົວ ພັນຕ່າງປະເທດ ກະຊວງປ້ອງ ກັນປະເທດ ສປປ ...

kpl.gov.la

ເຫດການ
302 Found

Found

The document has moved here.